ມັດທາຍ 2:13 - ພຣະຄຳພີສັກສິ13 ເມື່ອໂຫຣາຈານຈາກໄປແລ້ວ ມີເທວະດາຂອງອົງພຣະຜູ້ເປັນເຈົ້າຕົນໜຶ່ງໄດ້ປາກົດໃຫ້ໂຢເຊັບເຫັນທາງຄວາມຝັນ ແລ້ວກ່າວວ່າ, “ຈົ່ງລຸກຂຶ້ນ ໃຫ້ພາກຸມມານກັບແມ່ຂອງເພິ່ນໜີໄປປະເທດເອຢິບ ຈົ່ງຢູ່ໃນທີ່ນັ້ນ ຈົນກວ່າເຮົາບອກເຈົ້າໃຫ້ກັບຄືນມາ ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນເສຍ.” Viz kapitolaພຣະຄຳພີລາວສະບັບສະໄໝໃໝ່13 ເມື່ອພວກໂຫລາຈານໄດ້ຈາກໄປແລ້ວ, ເທວະດາຕົນໜຶ່ງຂອງອົງພຣະຜູ້ເປັນເຈົ້າໄດ້ມາປາກົດແກ່ໂຢເຊັບໃນຄວາມຝັນ ແລະ ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານ ແລະ ແມ່ຂອງເດັກໜີໄປຍັງປະເທດເອຢິບ. ຈົ່ງຢູ່ທີ່ນັ້ນຈົນກວ່າເຮົາຈະບອກເຈົ້າ, ເພາະເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນ”. Viz kapitola |