ມັດທາຍ 11:19 - ພຣະຄຳພີສັກສິ19 ຝ່າຍບຸດມະນຸດໄດ້ມາ ທັງກິນແລະດື່ມ ແລະເຂົາກໍເວົ້າວ່າ, ‘ເບິ່ງຄົນນີ້ແມ ລາວເປັນຄົນກິນເກີນສ່ວນ ແລະມັກເມົາ ທັງເປັນເພື່ອນກັບຄົນເກັບພາສີແລະຄົນບາບທັງຫລາຍ,’ ແຕ່ສະຕິປັນຍາຂອງພຣະເຈົ້າກໍຖືກເປີດເຜີຍເປັນຈິງໂດຍຜົນຂອງພຣະປັນຍານັ້ນ.” Viz kapitolaພຣະຄຳພີລາວສະບັບສະໄໝໃໝ່19 ບຸດມະນຸດມາທັງກິນ ແລະ ດື່ມ ແລະ ພວກເຂົາກໍເວົ້າວ່າ, ‘ເບິ່ງແມ ລາວເປັນຄົນກິນຫລາຍ ແລະ ຄົນມັກເມົາ, ທັງເປັນເພື່ອນຂອງຄົນເກັບພາສີ ແລະ ຄົນບາບທັງຫລາຍ’. ແຕ່ສະຕິປັນຍາຂອງພຣະອົງກໍໄດ້ຮັບການພິສູດແລ້ວວ່າຖືກຕ້ອງໂດຍຜົນຂອງປັນຍານັ້ນເອງ”. Viz kapitola |