ເຢເຣມີຢາ 17:26 - ພຣະຄຳພີສັກສິ26 ປະຊາຊົນຈະມາຈາກເມືອງຂອງຢູດາຍ ແລະຈາກບ້ານອ້ອມແອ້ມນະຄອນເຢຣູຊາເລັມ ພວກເຂົາຈະມາຈາກເຂດແດນຂອງເບັນຢາມິນ, ຈາກທິດຕາເວັນຕົກຂອງຕີນພູຕ່າງໆ, ຈາກເຂດເນີນພູທັງຫລາຍ ແລະຈາກພາກໃຕ້ຂອງຢູດາຍ. ພວກເຂົາຈະນຳເຄື່ອງເຜົາບູຊາ ແລະເຄື່ອງບູຊາ, ພືດຜົນເປັນເມັດແລະເຄື່ອງຫອມ, ຕະຫລອດທັງເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ. Viz kapitola |