ປະຖົມມະການ 36:31 - ພຣະຄຳພີສັກສິ31-39 ແຕ່ກ່ອນບໍ່ມີກະສັດຢູ່ໃນອິດສະຣາເອນ ກະສັດທີ່ໄດ້ປົກຄອງສືບຕໍ່ກັນມາ ໃນດິນແດນເອໂດມ ມີດັ່ງນີ້: ເຈົ້າເບລາ, ລູກຊາຍຂອງເບອໍ, ຈາກເມືອງດິນຮາບາ ໂຢບັບ, ລູກຊາຍຂອງເຊຣາ, ຈາກເມືອງໂບຊະຣາ ຮູຊາມ, ມາຈາກເມືອງເຕມານ ຮາດັດ, ລູກຊາຍຂອງເບດັດ, ມາຈາກເມືອງອາວິດ (ຜູ້ທີ່ເອົາຊະນະຊາວມີດີອານໃນບັ້ນຮົບ ຂອງດິນແດນໂມອາບ) ສາມລາ, ມາຈາກເມືອງມາສະເຣກາ ຊາອູນ, ຊາວເມືອງເຣໂຮໂບດທີ່ຢູ່ແຄມແມ່ນໍ້າ ບາອານຮານານ, ລູກຊາຍຂອງອັກໂບ ຮາດັດ, ມາຈາກເມືອງປາອູ. (ເມຍຂອງເພິ່ນມີຊື່ວ່າ ເມເຮຕາເບນ, ລູກສາວຂອງມັດເຣັດ ແລະຫລານສາວຂອງເມຊາຮາບ.) Viz kapitola |