ດານີເອນ 5:2 - ພຣະຄຳພີສັກສິ2 ໃນຂະນະທີ່ພວກເຂົາກຳລັງດື່ມເຫຼົ້າອະງຸ່ນຢູ່ນັ້ນ ເຈົ້າເບັນຊັດຊາເຣກໍສັ່ງໃຫ້ຄົນເອົາຈອກ ແລະຖ້ວຍທີ່ເຮັດດ້ວຍເງິນ ແລະດ້ວຍຄຳມາໃຫ້; ແມ່ນສິ່ງເຫຼົ່ານີ້ ທີ່ເຈົ້າເນບູກາດເນັດຊາຜູ້ເປັນບິດາ ໄດ້ເອົາມາຈາກພຣະວິຫານໃນນະຄອນເຢຣູຊາເລັມ. ກະສັດໄດ້ໃຫ້ຄົນໄປເອົາຈອກ ແລະຖ້ວຍເຫຼົ່ານັ້ນມາ ກໍເພື່ອວ່າເພິ່ນເອງພ້ອມທັງພວກມະເຫສີ, ພວກນາງສະໜົມ ແລະພວກເຈົ້ານາຍ ຈະໃຊ້ພາຊະນະເຫຼົ່ານີ້ດື່ມເຫຼົ້າອະງຸ່ນ. Viz kapitola |