ດານີເອນ 5:11 - ພຣະຄຳພີສັກສິ11 ຢູ່ໃນອານາຈັກຂອງລູກນີ້ຍັງມີຊາຍຄົນໜຶ່ງ ທີ່ມີວິນຍານຂອງບັນດາພະບໍຣິສຸດ ສະຖິດຢູ່ນຳ. ເມື່ອຄາວພໍ່ຂອງລູກເປັນກະສັດ ຊາຍຄົນນີ້ໄດ້ສະແດງຄວາມສະຫລາດ, ຄວາມຮອບຮູ້ ແລະສະຕິປັນຍາເໝືອນສະຕິປັນຍາຂອງພວກພຣະ. ກະສັດເນບູກາດເນັດຊາຜູ້ເປັນບິດາຂອງລູກ ໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າພວກໝໍມໍ, ໝໍດູ, ໝໍວິຊາອາຄົມ ແລະໝໍໂຫນ. Viz kapitola |