ກິດຈະການ 28:17 - ພຣະຄຳພີສັກສິ17 ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຫົວໜ້າຂອງພວກຢິວມາປະຊຸມ. ເມື່ອມາພ້ອມໜ້າກັນແລ້ວ ເພິ່ນຈຶ່ງໄດ້ກ່າວແກ່ພວກເຂົາວ່າ, “ພີ່ນ້ອງທັງຫຼາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດສິ່ງໃດຕໍ່ປະຊາຊົນຂອງພວກເຮົາ, ຫລືຜິດຕໍ່ທຳນຽມຂອງບັນພະບຸລຸດຂອງພວກເຮົາກໍຕາມ, ແຕ່ຂ້າພະເຈົ້າກໍຍັງຕົກເປັນນັກໂທດໃນນະຄອນເຢຣູຊາເລັມ ແລະໄດ້ຖືກມອບໃຫ້ຢູ່ໃນມືຂອງພວກໂຣມ. Viz kapitolaພຣະຄຳພີລາວສະບັບສະໄໝໃໝ່17 ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຜູ້ນຳຊາວຢິວມາປະຊຸມ. ເມື່ອພວກເຂົາມາພ້ອມໜ້າກັນແລ້ວ, ໂປໂລກໍກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຮົາ ຫລື ຜິດທຳນຽມຂອງບັນດາບັນພະບຸລຸດຂອງພວກເຮົາ, ຂ້າພະເຈົ້າກໍໄດ້ຖືກຈັບກຸມໃນນະຄອນເຢຣູຊາເລັມ ແລະ ຖືກມອບໃຫ້ພວກໂຣມ. Viz kapitola |