ກິດຈະການ 19:26 - ພຣະຄຳພີສັກສິ26 ບັດນີ້ ພວກເຈົ້າກໍຮູ້ເຫັນໄດ້ໂດຍຕົນເອງແລ້ວວ່າ ສິ່ງທີ່ໂປໂລ ຊາຍຄົນນີ້ກຳລັງເຮັດນັ້ນເປັນແນວໃດ ລາວເວົ້າວ່າ ບັນດາຮູບພະທີ່ມືມະນຸດສ້າງຂຶ້ນນັ້ນ ບໍ່ແມ່ນພຣະເຈົ້າ ແລະລາວກໍຊັກຊວນຫລາຍຄົນໃຫ້ເຊື່ອເປັນຜົນສຳເລັດ ທັງໃນເມືອງເອເຟໂຊນີ້ ແລະໃກ້ແຂວງເອເຊຍທັງໝົດດ້ວຍ. Viz kapitolaພຣະຄຳພີລາວສະບັບສະໄໝໃໝ່26 ແລະ ພວກເຈົ້າກໍໄດ້ເຫັນ ແລະ ໄດ້ຍິນທີ່ໂປໂລຄົນນີ້ຊັກຊວນຄົນທັງຫລາຍໃຫ້ຫລົງທາງທັງໃນເອເຟໂຊກັບທົ່ວແຂວງເອເຊຍ. ລາວເວົ້າວ່າບັນດາຮູບປັ້ນທີ່ມືມະນຸດສ້າງຂຶ້ນນັ້ນບໍ່ໄດ້ແມ່ນເທບພະເຈົ້າເລີຍ. Viz kapitola |