ກິດຈະການ 16:37 - ພຣະຄຳພີສັກສິ37 ແຕ່ໂປໂລກ່າວຕໍ່ພວກເຈົ້າໜ້າທີ່ວ່າ, “ພວກເຂົາໄດ້ຂ້ຽນເຮົາຜູ້ເປັນສັນຊາດໂຣມ ຕໍ່ໜ້າມະຫາຊົນ ກ່ອນຈະຕັດສິນຄວາມ ແລ້ວພວກເຂົາກໍຈັບພວກເຮົາຂັງໄວ້ໃນຄຸກ, ມາບັດນີ້ ພວກເຂົາຢາກສົ່ງພວກເຮົາໃຫ້ໜີໄປຢ່າງປິດລັບຊັ້ນບໍ? ເຮັດຢ່າງນີ້ບໍ່ໄດ້ ພວກຜູ້ປົກຄອງຕ້ອງມາທີ່ນີ້ ແລະໃຫ້ພວກເຂົາເອງພາພວກເຮົາອອກໄປ.” Viz kapitolaພຣະຄຳພີລາວສະບັບສະໄໝໃໝ່37 ແຕ່ໂປໂລເວົ້າກັບພວກເຈົ້າໜ້າທີ່ວ່າ: “ພວກເຂົາໄດ້ຂ້ຽນພວກເຮົາໃນທີ່ສາທາລະນະໂດຍບໍ່ໄດ້ສືບສວນທັງທີ່ພວກເຮົາເອງກໍເປັນພົນລະເມືອງໂຣມ ແລະ ຈັບພວກເຮົາເຂົ້າຄຸກ ແລ້ວບັດນີ້ພວກເຂົາຢາກສົ່ງພວກເຮົາໃຫ້ອອກໄປຢ່າງງຽບໆຊັ້ນບໍ? ບໍ່ໄດ້! ໃຫ້ພວກເຂົາມາເອງ ແລະ ພາພວກເຮົາອອກໄປ”. Viz kapitola |