2 ກະສັດ 9:14 - ພຣະຄຳພີສັກສິ14-15 ແລ້ວເຢຮູລູກຊາຍຂອງເຢໂຮຊາຟັດຫຼານຊາຍຂອງນິມຊີກໍວາງແຜນກະບົດຕໍ່ກະສັດໂຢຣາມ ທີ່ພັກເຊົາຢູ່ໃນເມືອງຢິດຊະເຣນ ບ່ອນທີ່ເພິ່ນພັກຟື້ນຈາກການປິ່ນປົວບາດແຜ ຊຶ່ງເພິ່ນໄດ້ຮັບໃນສະໜາມຮົບທີ່ເມືອງຣາໂມດ ຕໍ່ສູ້ເຈົ້າຮາຊາເອນກະສັດແຫ່ງຊີເຣຍ. ເຢຮູເວົ້າກັບເພື່ອນນາຍທະຫານຂອງຕົນວ່າ, “ຖ້າພວກທ່ານຢູ່ຝ່າຍຂ້າພະເຈົ້າ ຢ່າໃຫ້ຜູ້ໜຶ່ງຜູ້ໃດລັກລອບໜີອອກຈາກເມືອງຣາໂມດເພື່ອໄປເຕືອນຊາວຢິດຊະເຣນໄດ້ເປັນເດັດຂາດ.” Viz kapitola |