2 ໂກຣິນໂທ 8:19 - ພຣະຄຳພີສັກສິ19 ແລະບໍ່ພຽງແຕ່ເທົ່ານັ້ນ ແຕ່ຄຣິສຕະຈັກໄດ້ເລືອກຕັ້ງຜູ້ນັ້ນ ໃຫ້ເປັນເພື່ອນເດີນທາງດ້ວຍກັນກັບເຮົາໃນການກຸສົນ ຊຶ່ງເຮົາໄດ້ຮັບເປັນທຸລະ ເພື່ອໃຫ້ເປັນທີ່ຖວາຍພຣະກຽດແກ່ອົງພຣະຜູ້ເປັນເຈົ້າ ແລະເປັນທີ່ສະແດງນໍ້າໃຈອັນພ້ອມແລ້ວຂອງເຮົາ. Viz kapitolaພຣະຄຳພີລາວສະບັບສະໄໝໃໝ່19 ຍິ່ງໄປກວ່ານັ້ນ, ຄຣິສຕະຈັກຕ່າງໆໄດ້ເລືອກພີ່ນ້ອງຄົນນີ້ໃຫ້ຮ່ວມເດີນທາງກັບພວກເຮົາຂະນະທີ່ນຳເງິນຖວາຍໄປ, ເຊິ່ງພວກເຮົາໄດ້ຮັບຜິດຊອບເບິ່ງແຍງເງິນຖວາຍນີ້ເພື່ອຖວາຍກຽດແກ່ອົງພຣະຜູ້ເປັນເຈົ້າ ແລະ ເພື່ອສະແດງວ່າພວກເຮົາເອງກໍມີໃຈກະຕືລືລົ້ນທີ່ຈະຊ່ວຍ. Viz kapitola |