2 ໂກຣິນໂທ 7:11 - ພຣະຄຳພີສັກສິ11 ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາໄລ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫຼົ່ານີ້ ເຈົ້າທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ. Viz kapitolaພຣະຄຳພີລາວສະບັບສະໄໝໃໝ່11 ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້. Viz kapitola |