2 ໂກຣິນໂທ 12:21 - ພຣະຄຳພີສັກສິ21 ເຮົາຢ້ານວ່າເມື່ອເຮົາກັບມາອີກ ພຣະເຈົ້າຂອງເຮົາຈະຊົງໃຫ້ເຮົາຖ່ອມຕົວລົງ ລະອາຍໃຈຕໍ່ໜ້າເຈົ້າທັງຫລາຍ ແລະເຮົາຈະທຸກໂສກ ເພາະເຫດທີ່ຫລາຍຄົນໄດ້ເຮັດຜິດບາບມາແຕ່ກ່ອນແລ້ວ ແລະບໍ່ໄດ້ກັບໃຈຈາກການຊົ່ວຮ້າຍ ການຫລິ້ນຊູ້ ແລະການໂລພາຕັນຫາທີ່ພວກເຂົາໄດ້ເຮັດນັ້ນ. Viz kapitolaພຣະຄຳພີລາວສະບັບສະໄໝໃໝ່21 ເຮົາຢ້ານວ່າເມື່ອເຮົາມາອີກ ພຣະເຈົ້າຂອງເຮົາຈະເຮັດໃຫ້ເຮົາຖ່ອມລົງຕໍ່ໜ້າພວກເຈົ້າ ແລະ ເຮົາຈະໂສກເສົ້າເພາະຫລາຍຄົນທີ່ໄດ້ເຮັດບາບມາກ່ອນແລ້ວ ແລະ ຍັງບໍ່ຍອມກັບໃຈປະຖິ້ມຄວາມເປື້ອນເປິ, ຄວາມບາບທາງເພດ ແລະ ຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດຢູ່. Viz kapitola |