2 ຂ່າວຄາວ 30:1 - ພຣະຄຳພີສັກສິ1-3 ເນື່ອງຈາກປະຊາຊົນບໍ່ອາດຈະສະຫລອງປັດສະຄາ ຕາມກຳນົດໃນເດືອນທີໜຶ່ງໄດ້ ເພາະປະໂຣຫິດທີ່ຊຳລະຕົນໃຫ້ໝົດມົນທິນແລ້ວນັ້ນຍັງບໍ່ມີພຽງພໍ ແລະປະຊາຊົນສ່ວນຫລາຍກໍຍັງບໍ່ທັນໄດ້ມາເຕົ້າໂຮມກັນທີ່ນະຄອນເຢຣູຊາເລັມ. ດັ່ງນັ້ນ ກະສັດເຮເຊກີຢາ, ບັນດາຂ້າຣາຊການ ແລະປະຊາຊົນໃນນະຄອນເຢຣູຊາເລັມ ຈຶ່ງໄດ້ຕົກລົງກັນສະຫລອງງານນີ້ໃນເດືອນທີສອງ. ສ່ວນກະສັດກໍໄດ້ປະກາດໄປເຖິງປະຊາຊົນອິດສະຣາເອນ ແລະຢູດາຍໃຫ້ຮູ້ທົ່ວເຖິງກັນ. ເພິ່ນໄດ້ເອົາໃຈໃສ່ເປັນພິເສດແກ່ເຜົ່າເອຟຣາອິມແລະມານາເຊ ໂດຍສົ່ງຈົດໝາຍໄປເຊີນພວກເຂົາໃຫ້ມາທີ່ວິຫານຂອງພຣະເຈົ້າຢາເວໃນນະຄອນເຢຣູຊາເລັມ ເພື່ອສະຫລອງປັດສະຄາຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. Viz kapitola |