2 ຂ່າວຄາວ 28:15 - ພຣະຄຳພີສັກສິ15 ແລະຊາຍສີ່ຄົນໄດ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບຢາຍເຄື່ອງນຸ່ງຫົ່ມທີ່ຢຶດມານັ້ນໃຫ້ພວກຊະເລີຍ. ພວກເຂົາໄດ້ເອົາເຄື່ອງໃຫ້ພວກຊະເລີຍນຸ່ງ, ເອົາເກີບໃຫ້ພວກເຂົາໃສ່, ໃຫ້ພວກເຂົາກິນແລະດື່ມ ແລະທານໍ້າມັນໝາກກອກເທດໃສ່ບາດແຜໃຫ້. ຄົນທີ່ອ່ອນແຮງຍ່າງບໍ່ໄດ້ແມ່ນໃຫ້ຂີ່ລໍ ແລະພວກຊະເລີຍເສິກທັງໝົດຈຶ່ງຖືກນຳກັບຄືນເມືອສູ່ເຂດແດນຂອງຢູດາຍທີ່ເມືອງເຢຣິໂກເມືອງຕົ້ນຕານ. ແລ້ວພວກອິດສະຣາເອນກໍໄດ້ກັບຄືນມານະຄອນຊາມາເຣຍ. Viz kapitola |