ມາຣະໂກ 14:22 - ພຣະຄຳພີລາວສະບັບສະໄໝໃໝ່22 ໃນຂະນະທີ່ພວກເພິ່ນກຳລັງຮັບປະທານອາຫານຢູ່ນັ້ນ, ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ຂຶ້ນມາ ແລະ ເມື່ອພຣະອົງໂມທະນາຂອບພຣະຄຸນພຣະເຈົ້າແລ້ວ, ພຣະອົງຫັກເຂົ້າຈີ່ນັ້ນແລ້ວຍື່ນໃຫ້ພວກສາວົກ ແລະ ກ່າວວ່າ, “ຈົ່ງຮັບເອົາເຂົ້າຈີ່ນີ້, ນີ້ຄືກາຍຂອງເຮົາ”. Viz kapitolaພຣະຄຳພີສັກສິ22 ໃນລະຫວ່າງອາຫານແລງຄາບສຸດທ້າຍນັ້ນ ພຣະເຢຊູເຈົ້າໄດ້ຈັບເອົາເຂົ້າຈີ່ມາໂມທະນາຂອບພຣະຄຸນແລ້ວ ພຣະເຢຊູເຈົ້າກໍຫັກເຂົ້າຈີ່ນັ້ນ ແລະຍື່ນໃຫ້ແກ່ພວກສາວົກ ແລະກ່າວວ່າ, “ຈົ່ງຮັບເອົາເທີ້ນ ນີ້ແຫຼະ ຄືກາຍຂອງເຮົາ.” Viz kapitola |