ມັດທາຍ 9:15 - ພຣະຄຳພີລາວສະບັບສະໄໝໃໝ່15 ພຣະເຢຊູເຈົ້າຕອບວ່າ, “ຈະໃຫ້ແຂກຂອງເຈົ້າບ່າວໂສກເສົ້າໃນຂະນະທີ່ເຈົ້າບ່າວຢູ່ນຳໄດ້ຢ່າງໃດ? ແຕ່ເວລານັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຖືກນຳໂຕໄປຈາກພວກເຂົາ ແລ້ວພວກເຂົາຈະຖືສິນອົດອາຫານ. Viz kapitolaພຣະຄຳພີສັກສິ15 ພຣະເຢຊູເຈົ້າໄດ້ຕອບວ່າ, “ເພື່ອນຂອງເຈົ້າບ່າວຕ້ອງໂສກເສົ້າ ໃນເມື່ອເຈົ້າບ່າວຍັງຢູ່ກັບພວກເຂົາຊັ້ນບໍ? ຄົງເປັນໄປບໍ່ໄດ້ ແຕ່ວັນນັ້ນຈະມາເຖິງ ຄືເມື່ອເຈົ້າບ່າວຈະຕ້ອງພາກຈາກພວກເຂົາໄປ ເມື່ອນັ້ນແຫຼະ ພວກເຂົາຈຶ່ງຈະຖືສິນອົດອາຫານ.” Viz kapitola |