ມັດທາຍ 5:19 - ພຣະຄຳພີລາວສະບັບສະໄໝໃໝ່19 ເຫດສະນັ້ນ ຖ້າຜູ້ໃດບໍ່ເຊື່ອຟັງບັນດາຄຳສັ່ງຂໍ້ເລັກນ້ອຍທີ່ສຸດ ແລະ ສອນຄົນອື່ນໃຫ້ເຮັດຕາມ, ຜູ້ນັ້ນຈະຖືກເອີ້ນວ່າເປັນຜູ້ເລັກນ້ອຍທີ່ສຸດໃນອານາຈັກສະຫວັນ, ສ່ວນຜູ້ທີ່ປະຕິບັດຕາມກົດບັດຍັດ ແລະ ສັ່ງສອນຄົນອື່ນໃຫ້ປະຕິບັດຕາມຄຳສັ່ງເຫລົ່ານີ້ຈະຖືກເອີ້ນວ່າເປັນຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ. Viz kapitolaພຣະຄຳພີສັກສິ19 ດັ່ງນັ້ນ ຜູ້ໃດປະຕິເສດກົດບັນຍັດຂໍ້ເລັກນ້ອຍທີ່ສຸດ ແລະທັງສັ່ງສອນຄົນອື່ນໃຫ້ປະຕິເສດ, ຜູ້ນັ້ນຈະເປັນຜູ້ນ້ອຍໃນອານາຈັກສະຫວັນ, ແຕ່ຜູ້ໃດທີ່ປະຕິບັດຕາມກົດບັນຍັດ ແລະສັ່ງສອນຄົນອື່ນໃຫ້ປະຕິບັດຕາມ ຜູ້ນັ້ນຈະເປັນຜູ້ໃຫຍ່ໃນອານາຈັກສະຫວັນ. Viz kapitola |