ມັດທາຍ 23:23 - ພຣະຄຳພີລາວສະບັບສະໄໝໃໝ່23 “ວິບັດແກ່ພວກເຈົ້າ ພວກຄູສອນກົດບັນຍັດ ແລະ ພວກຟາຣີຊາຍຄົນໜ້າຊື່ໃຈຄົດເອີຍ! ດ້ວຍວ່າ ພວກເຈົ້າຖວາຍໜຶ່ງສ່ວນສິບຂອງເຄື່ອງເທດຂອງເຈົ້າ ຄືຜັກຫອມລາບ, ແກ່ນຜັກຊີ ແລະ ຜັກຄູມິນ. ແຕ່ພວກເຈົ້າໄດ້ລະເລີຍສິ່ງທີ່ສຳຄັນກວ່ານັ້ນໃນກົດບັນຍັດ ຄືຄວາມຍຸຕິທຳ, ຄວາມເມດຕາ ແລະ ຄວາມສັດຊື່. ພວກເຈົ້າຄວນປະຕິບັດສິ່ງເຫລົ່ານີ້ໂດຍບໍ່ປະຖິ້ມສິ່ງອື່ນດ້ວຍ. Viz kapitolaພຣະຄຳພີສັກສິ23 “ວິບັດແກ່ເຈົ້າ ພວກທຳມະຈານແລະພວກຟາຣີຊາຍເອີຍ ຄົນໜ້າຊື່ໃຈຄົດ. ດ້ວຍວ່າ, ພວກເຈົ້າແບ່ງຜັກຫອມລາບ, ຜັກຊີ ແລະຂີ້ໝິ້ນເປັນສິບສ່ວນ ເອົາສ່ວນໜຶ່ງເປັນຂອງຖວາຍ ແຕ່ສ່ວນຂໍ້ສຳຄັນຂອງກົດບັນຍັດ ຄືຄວາມຍຸດຕິທຳ, ຄວາມເມດຕາ, ຄວາມສັດຊື່ນັ້ນໄດ້ປະເສຍ ແມ່ນສິ່ງເຫຼົ່ານີ້ແຫຼະ ທີ່ພວກເຈົ້າຄວນປະຕິບັດຢູ່ໂດຍບໍ່ຕ້ອງປະຖິ້ມສິ່ງອື່ນນັ້ນ. Viz kapitola |