ມັດທາຍ 21:16 - ພຣະຄຳພີລາວສະບັບສະໄໝໃໝ່16 ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ເຈົ້າບໍ່ໄດ້ຍິນຄຳທີ່ເດັກນ້ອຍເຫລົ່ານັ້ນກຳລັງເວົ້າກັນບໍ?” ພຣະເຢຊູເຈົ້າຕອບວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ເຄີຍອ່ານພົບບໍໃນຄຳທີ່ວ່າ, “‘ອົງພຣະຜູ້ເປັນເຈົ້າ, ພຣະອົງຈັດໃຫ້ຄຳສັນເສີນອັນແທ້ຈິງ ອອກມາຈາກຮິມສົບຂອງເດັກນ້ອຍ ແລະ ເດັກອ່ອນ’”. Viz kapitolaພຣະຄຳພີສັກສິ16 ດັ່ງນັ້ນ ພວກເຂົາຈຶ່ງຖາມພຣະອົງວ່າ, “ເຈົ້າໄດ້ຍິນຄຳທີ່ພວກເຂົາກຳລັງຮ້ອງນັ້ນບໍ?” ພຣະເຢຊູເຈົ້າຕອບພວກເຂົາວ່າ, “ໄດ້ຍິນແລ້ວ ພວກເຈົ້າບໍ່ເຄີຍອ່ານຈັກເທື່ອບໍໃນຄຳທີ່ວ່າ, ‘ພຣະອົງຊົງຈັດໃຫ້ຄຳສັນລະເສີນອັນແທ້ຈິງ ອອກມາຈາກປາກຂອງເດັກນ້ອຍອ່ອນ ແລະຜູ້ທີ່ຍັງກິນນໍ້ານົມຢູ່.”’ Viz kapitola |