ລູກາ 9:33 - ພຣະຄຳພີລາວສະບັບສະໄໝໃໝ່33 ຂະນະທີ່ສອງຄົນນັ້ນກຳລັງຈະຈາກພຣະເຢຊູເຈົ້າໄປ, ເປໂຕຈຶ່ງເວົ້າກັບພຣະອົງວ່າ, “ນາຍເອີຍ, ດີແທ້ໆທີ່ພວກຂ້ານ້ອຍໄດ້ມາຢູ່ບ່ອນນີ້. ຂໍໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຫລັງໜຶ່ງສຳລັບພຣະອົງ, ຫລັງໜຶ່ງສຳລັບໂມເຊ ແລະ ອີກຫລັງໜຶ່ງສຳລັບເອລີຢາ”. (ເປໂຕບໍ່ຮູ້ວ່າຕົນເອງກຳລັງເວົ້າຫຍັງຢູ່.) Viz kapitolaພຣະຄຳພີສັກສິ33 ເມື່ອສອງຄົນນັ້ນກຳລັງຈາກພຣະເຢຊູເຈົ້າໄປ, ເປໂຕຈຶ່ງກ່າວຕໍ່ພຣະອົງວ່າ, “ພຣະອາຈານເອີຍ, ເປັນການດີແທ້ໆທີ່ພວກຂ້ານ້ອຍຢູ່ບ່ອນນີ້ ໂຜດໃຫ້ພວກຂ້ານ້ອຍປຸກຕູບສາມຫລັງຂຶ້ນ ຄືຫລັງໜຶ່ງສຳລັບທ່ານ ຫລັງໜຶ່ງສຳລັບໂມເຊ ແລະ ຫລັງໜຶ່ງອີກສຳລັບເອລີຢາ.” (ເປໂຕບໍ່ຮູ້ສຶກຕົວວ່າຕົນເອງກຳລັງເວົ້າຫຍັງ.) Viz kapitola |