ກິດຈະການ 9:27 - ພຣະຄຳພີລາວສະບັບສະໄໝໃໝ່27 ແຕ່ບາຣະນາບາໄດ້ພາເພິ່ນໄປພົບບັນດາອັກຄະສາວົກ. ບາຣະນາບາໄດ້ເລົ່າເລື່ອງໃຫ້ພວກເພິ່ນຟັງວ່າໂຊໂລໄດ້ເຫັນອົງພຣະຜູ້ເປັນເຈົ້າໃນກາງທາງນັ້ນຢ່າງໃດ ແລະ ພຣະອົງໄດ້ກ່າວກັບເພິ່ນຢ່າງໃດ ແລະ ເພິ່ນໄດ້ເທດສະໜາໃນນາມຂອງພຣະເຢຊູເຈົ້າທີ່ເມືອງດາມັສກັດດ້ວຍໃຈກ້າຫານຢ່າງໃດດ້ວຍ. Viz kapitolaພຣະຄຳພີສັກສິ27 ຕໍ່ມາ ບາຣະນາບາກໍຊ່ວຍໂຊໂລໃຫ້ໄດ້ເຂົ້າຮ່ວມນຳພວກອັກຄະສາວົກ ເພິ່ນໄດ້ອະທິບາຍສູ່ພວກອັກຄະສາວົກຟັງວ່າ ໂຊໂລໄດ້ເຫັນອົງພຣະຜູ້ເປັນເຈົ້າ ໃນກາງທາງຢ່າງໃດ ແລະພຣະອົງໄດ້ກ່າວແກ່ໂຊໂລຢ່າງໃດ ໂຊໂລໄດ້ເທດສະໜາປະກາດອອກພຣະນາມພຣະເຢຊູເຈົ້າ ດ້ວຍໃຈກ້າຫານຢູ່ໃນເມືອງດາມັສກັດຢ່າງໃດດ້ວຍ. Viz kapitola |