ກິດຈະການ 22:5 - ພຣະຄຳພີລາວສະບັບສະໄໝໃໝ່5 ມະຫາປະໂລຫິດ ແລະ ສະມາຊິກສະພາທຸກຄົນສາມາດເປັນພະຍານໄດ້. ຂ້າພະເຈົ້າກໍໄດ້ຮັບຈົດໝາຍຈາກພວກເພິ່ນໄປເຖິງພວກພີ່ນ້ອງຂອງພວກເຂົາໃນເມືອງດາມັສກັດ, ແລ້ວເດີນທາງໄປທີ່ນັ້ນເພື່ອຈັບຄົນເຫລົ່ານີ້ໄປເປັນນັກໂທດ ແລະ ນຳໄປເຢຣູຊາເລັມເພື່ອລົງໂທດ. Viz kapitolaພຣະຄຳພີສັກສິ5 ເລື່ອງນີ້ມະຫາປະໂຣຫິດກັບບັນດາເຖົ້າແກ່ທີ່ເປັນສະມາຊິກຂອງສະພາສູງສຸດທຸກຄົນ ຄົງຢືນຢັນໄດ້ວ່າຂ້າພະເຈົ້າເວົ້າຄວາມຈິງ, ຂ້າພະເຈົ້າໄດ້ຮັບໜັງສືຈາກພວກເພິ່ນ ແລະຖືໄປຫາບັນດາພີ່ນ້ອງຊາວຢິວທີ່ເມືອງດາມັສກັດ ເພື່ອຈະຈັບເອົາພວກຄົນທີ່ເຊື່ອຢູ່ໃນທີ່ນັ້ນ ແລະນຳພວກເຂົາມາທີ່ນະຄອນເຢຣູຊາເລັມເພື່ອລົງໂທດ.” Viz kapitola |