ກິດຈະການ 20:24 - ພຣະຄຳພີລາວສະບັບສະໄໝໃໝ່24 ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຖືວ່າຊີວິດຂອງຂ້າພະເຈົ້າບໍ່ໄດ້ມີຄຸນຄ່າອັນໃດສຳລັບຕົນເອງ, ຈຸດໝາຍດຽວຄືແລ່ນໃຫ້ເຖິງຫລັກໄຊ ແລະ ເຮັດພາລະກິດທີ່ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າໄດ້ມອບໝາຍໄວ້ໃຫ້ສຳເລັດ ຄືພາລະກິດໃນການເປັນພະຍານເຖິງຂ່າວປະເສີດເລື່ອງພຣະຄຸນຂອງພຣະເຈົ້າ. Viz kapitolaພຣະຄຳພີສັກສິ24 ແຕ່ຂ້າພະເຈົ້າຖືວ່າ ຊີວິດຂອງຂ້າພະເຈົ້າ ບໍ່ມີຄ່າແກ່ຂ້າພະເຈົ້າເອງຢ່າງໃດໝົດ, ເພື່ອຂ້າພະເຈົ້າຈະເຮັດໜ້າທີ່ຂອງຂ້າພະເຈົ້າ ແລະຈະໄດ້ປະຕິບັດງານທີ່ໄດ້ຮັບມອບໝາຍຈາກອົງພຣະເຢຊູເຈົ້າໃຫ້ສຳເລັດ ຄືຈະເປັນພະຍານຢ່າງຄົບຖ້ວນ ເຖິງເລື່ອງຂ່າວປະເສີດກ່ຽວກັບພຣະຄຸນຂອງພຣະເຈົ້ານັ້ນ. Viz kapitola |