ເພງ^ສັນລະເສີນ 28 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍຄວາມຊ່ວຍເຫລືອ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮ້ອງຫາຜູ້ປ້ອງກັນຮັກສາຂ້ານ້ອຍ ຂໍຊົງໂຜດຟັງຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອແດ່ທ້ອນ ຖ້າພຣະອົງບໍ່ຕອບ ຂ້ານ້ອຍກໍຈະຢູ່ໃນທ່າມກາງ ພວກທີ່ລົງໄປສູ່ແດນມໍຣະນາ. 2 ເມື່ອຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອ ຂໍພຣະອົງໂຜດຟັງຂ້ານ້ອຍດ້ວຍ ຄືເມື່ອຂ້ານ້ອຍຍໍມືໄປທາງພຣະວິຫານອັນບໍຣິສຸດຂອງພຣະອົງນັ້ນ. 3 ຢ່າສູ່ດຶງຂ້ານ້ອຍໄປກັບຄົນຊົ່ວຮ້າຍທັງຫລາຍ ທີ່ນຳຄວາມເດືອດຮ້ອນຫລາຍແນວມາສູ່ຜູ້ອື່ນ ປາກເຂົາເຈົ້າເວົ້າຈາເລື່ອງສັນຕິສຸກ ພາຍໃນໃຈຂອງພວກເຂົາເຕັມແຕ່ຄວາມຊົ່ວຮ້າຍ. 4 ຂໍຊົງໂຜດລົງໂທດພວກເຂົາຕາມທີ່ພວກເຂົາໄດ້ກະທຳ ສຳລັບຄວາມຊົ່ວນາໆປະການຂອງພວກເຂົານັ້ນ. ຈົ່ງລົງໂທດພວກເຂົາໃນທຸກໆສິ່ງທີ່ພວກເຂົາໄດ້ກະທຳ ໃຫ້ກຳນຳສະໜອງຕາມທີ່ພວກເຂົາສົມຄວນໄດ້ຮັບ 5 ເພາະພວກເຂົາບໍ່ໄດ້ຄິດເບິ່ງສິ່ງທີ່ພຣະເຈົ້າຢາເວໄດ້ຊົງກະທຳ ຫລືສັບພະທຸກສິ່ງທີ່ພຣະອົງໄດ້ສ້າງນັ້ນ ດັ່ງນັ້ນ ພຣະອົງຈຶ່ງຈະລົງໂທດແລະທຳລາຍພວກເຂົາ ແລະຈະບໍ່ໃຫ້ພວກເຂົາລຸກຂຶ້ນມາໄດ້ອີກ. 6 ຈົ່ງຖວາຍຄຳຍ້ອງຍໍສັນລະເສີນແດ່ພຣະເຈົ້າຢາເວ ເພາະພຣະອົງໄດ້ຍິນຄຳຮ້ອງຂໍໃຫ້ຊ່ວຍເຫລືອແລ້ວ. 7 ພຣະເຈົ້າຢາເວເປັນປ້ອມປ້ອງກັນອັນເຂັ້ມແຂງຂອງຂ້ານ້ອຍ ແລະເປັນໂລ້ຕ້ານທານຂອງຂ້ານ້ອຍ. ສະນັ້ນ ຂ້ານ້ອຍຈຶ່ງໄວ້ວາງໃຈໃນພຣະອົງ. ພຣະອົງຊ່ວຍເຫລືອຂ້ານ້ອຍແລະເຮັດໃຫ້ຂ້ານ້ອຍຊົມຊື່ນຍິນດີ ດັ່ງນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງດ້ວຍບົດເພງອັນອອນຊອນ. 8 ພຣະເຈົ້າຢາເວປົກປ້ອງປະຊາຊົນຂອງພຣະອົງ ພຣະອົງປ້ອງກັນທັງຊ່ວຍເອົາກະສັດທີ່ໄດ້ຊົງຫົດສົງໄວ້. 9 ຂໍຊົງໂຜດຊ່ວຍຄົນຂອງພຣະອົງໃຫ້ພົ້ນ ແລະອວຍພອນພວກທີ່ເປັນຂອງພຣະອົງດ້ວຍ. ໂຜດເປັນພຣະຜູ້ລ້ຽງຂອງພວກເຂົາ ແລະຮັກສາພວກເຂົາໄວ້ສືບໄປແດ່ທ້ອນ. |
@ 2012 United Bible Societies. All Rights Reserved.