ເພງ^ສັນລະເສີນ 24 - ພຣະຄຳພີສັກສິກະສັດອົງຍິ່ງໃຫຍ່ 1 ແຜ່ນດິນໂລກແລະທຸກສິ່ງຢູ່ໃນນັ້ນ ກໍເປັນຂອງພຣະເຈົ້າຢາເວ ແຜ່ນດິນໂລກແລະທຸກຄົນທີ່ອາໄສຢູ່ ກໍເປັນຂອງພຣະອົງດ້ວຍ. 2 ພຣະອົງໄດ້ຊົງສ້າງແຜ່ນດິນໂລກ ແລະຕັ້ງມັນໄວ້ຢູ່ເທິງໜ້ານໍ້າ ທັງຝັງຮາກຖານໂລກໄວ້ຢູ່ພື້ນທະເລເລິກ. 3 ຜູ້ໃດມີສິດຂຶ້ນໄປເທິງເນີນພູຂອງພຣະເຈົ້າຢາເວ ໄດ້ແດ່? ຜູ້ໃດຈະຢືນຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ? 4 ຄືພວກທີ່ມືສະອາດແລະໃຈບໍຣິສຸດ ຄືຜູ້ທີ່ບໍ່ຍອມຂາບໄຫວ້ຮູບເຄົາຣົບ ຫລືບໍ່ໃຫ້ຄຳສັນຍາຢ່າງຫລອກລວງ. 5 ພຣະເຈົ້າຢາເວຈະອວຍພອນທັງຊ່ວຍພວກເຂົາໃຫ້ພົ້ນໄພ ພຣະເຈົ້າຈະປະກາດວ່າພວກເຂົາບໍ່ມີຜິດໃດໆທັງນັ້ນ. 6 ແມ່ນປະຊາຊົນຢ່າງນີ້ທີ່ສະແຫວງຫາພຣະອົງໄດ້ ຄືຜູ້ທີ່ເຂົ້າໄປຢູ່ຊ້ອງໜ້າພຣະເຈົ້າຂອງຢາໂຄບ. 7 ຈົ່ງໄຂປະຕູອອກໃຫ້ກວ້າງ ຈົ່ງໄຂປະຕູອັນເກົ່າແກ່ ແລະກະສັດອົງຊົງສະຫງ່າຣາສີຈະສະເດັດເຂົ້າໄປ. 8 ແມ່ນໃຜທີ່ເປັນກະສັດອົງສະຫງ່າຣາສີ? ກໍແມ່ນພຣະເຈົ້າຢາເວ ພຣະອົງຊົງຣິດທານຸພາບແລະເຂັ້ມແຂງ ພຣະເຈົ້າຢາເວແຫ່ງຄວາມມີໄຊໃນສະໜາມຮົບ. 9 ຈົ່ງໄຂປະຕູອອກໃຫ້ກວ້າງ ຈົ່ງໄຂປະຕູອັນເກົ່າແກ່ ແລະກະສັດອົງສະຫງ່າຣາສີຈະສະເດັດເຂົ້າໄປ. 10 ແມ່ນໃຜທີ່ເປັນກະສັດອົງຊົງສະຫງ່າຣາສີ? ກະສັດອົງຊົງສະຫງ່າຣາສີຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. |
@ 2012 United Bible Societies. All Rights Reserved.