ເພງ^ສັນລະເສີນ 148 - ພຣະຄຳພີສັກສິທົ່ວຈັກກະວານເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າ 1 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ! ຈາກຟ້າສະຫວັນ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ; ຈົ່ງຍ້ອງຍໍສັນລະເສີນພຣະອົງໃນທີ່ສູງສຸດທັງຫຼາຍ. 2 ບັນດາເທວະດາພ້ອມທັງກອງທັບທັງໝົດຂອງພຣະອົງທີ່ເມືອງສະຫວັນ ຈົ່ງພາກັນຍ້ອງຍໍສັນລະເສີນພຣະອົງເທີ້ນ. 3 ດວງຕາເວັນ ດວງເດືອນ ພ້ອມດວງດາວທັງຫລາຍ ທີ່ສ່ອງແສງແຈ້ງໃສ ຈົ່ງຍ້ອງຍໍສັນລະເສີນພຣະອົງເທີ້ນ. 4 ຟ້າສະຫວັນທີ່ສູງສຸດ ແລະນໍ້າທີ່ຟ້າສະຫວັນເບື້ອງເທິງ ຈົ່ງພາກັນຍ້ອງຍໍສັນລະເສີນພຣະອົງເທີ້ນ. 5 ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວເຖີດ ພຽງແຕ່ພຣະອົງສັ່ງເທົ່ານັ້ນ ແລະທຸກສິ່ງເຫຼົ່ານີ້ກໍຖືກສ້າງຂຶ້ນມາ. 6 ໂດຍພຣະຄຳສັ່ງເຫຼົ່ານີ້ຈຶ່ງຄົງຢູ່ບ່ອນເກົ່າສືບໄປ ແລະກໍບໍ່ລະເມີດຄຳສັ່ງໃດໆທັງນັ້ນ. 7 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ ສັດໃນທ້ອງທະເລກັບມະຫາສະໝຸດເລິກທັງຫລາຍ ຈາກແຜ່ນດິນໂລກເຮົານີ້ 8 ຟ້າແມບເຫລື້ອມ ນໍ້າໝອກ ຫິມະແລະໝາກເຫັບ ພ້ອມທັງລົມແຮງທີ່ເຊື່ອຟັງຄຳສັ່ງຂອງພຣະອົງ. 9 ບັນດາພູນ້ອຍພູໃຫຍ່ພ້ອມດ້ວຍຕົ້ນໄມ້ທັງຫລາຍ ແລະປ່າດົງພົງໄພ 10 ສັດບ້ານສັດປ່າທຸກໂຕ ພ້ອມທັງສັດຍ່າງຍ້າຍເລືອຄານ ແລະຝູງນົກ. 11 ບັນດາກະສັດແລະປະຊາຊົນທຸກຖ້ວນໜ້າ ບັນດາເຈົ້າຊາຍແລະພວກເຈົ້ານາຍແຫ່ງໂລກນີ້ 12 ທັງຊາຍໜຸ່ມຍິງສາວ ແລະພວກຜູ້ເຖົ້າ ພ້ອມທັງພວກເດັກນ້ອຍ. 13 ຂໍໃຫ້ສິ່ງທັງໝົດເຫຼົ່ານີ້ ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວ ເພາະພຣະນາມຂອງພຣະອົງຍິ່ງໃຫຍ່ກວ່ານາມໃດໆທັງສິ້ນ. ສະຫງ່າຣາສີຂອງພຣະອົງສູງສົ່ງເໜືອແຜ່ນດິນໂລກ ແລະທັງຢູ່ເໜືອຟ້າສະຫວັນ. 14 ພຣະອົງໃຫ້ຊົນຊາດຂອງພຣະອົງໄດ້ເຂັ້ມແຂງຂຶ້ນອີກໃໝ່ ເພື່ອປະຊາຊົນທັງປວງຈະໄດ້ຍ້ອງຍໍສັນລະເສີນພຣະອົງ ຄືຊາດອິດສະຣາເອນ ພວກທີ່ຮັກຍິ່ງຂອງພຣະອົງ. ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ. |
@ 2012 United Bible Societies. All Rights Reserved.