ເພງ^ສັນລະເສີນ 134 - ພຣະຄຳພີສັກສິຈົ່ງມາຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ 1 ບັນດາຜູ້ຮັບໃຊ້ຂອງພຣະເຈົ້າຢາເວ ຜູ້ທີ່ຮັບໃຊ້ຢູ່ໃນວິຫານຂອງພຣະເຈົ້າຢາເວໃນເວລາກາງຄືນ ຈົ່ງມາຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ 2 ຈົ່ງຍົກມືຂອງທ່ານຂຶ້ນພາວັນນາອະທິຖານໃນພຣະວິຫານ ແລະຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ. 3 ຂໍໃຫ້ພຣະເຈົ້າຢາເວຜູ້ສ້າງສະຫວັນແລະແຜ່ນດິນໂລກ ໂຜດອວຍພອນທ່ານຈາກພູເຂົາຊີໂອນເທີ້ນ. |
@ 2012 United Bible Societies. All Rights Reserved.