ເພງ^ສັນລະເສີນ 13 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍໃຫ້ພົ້ນຈາກສັດຕູ 1 ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະລືມໄລຂ້ານ້ອຍ ໄປດົນນານປານໃດ ຕະຫລອດໄປບໍ? ພຣະອົງຍັງຈະລີ້ໜ້າຂອງພຣະອົງ ໄປຈາກຂ້ານ້ອຍດົນນານປານໃດ? 2 ຂ້ານ້ອຍຕ້ອງສືບຕໍ່ທົນເດືອດຮ້ອນຕໍ່ໄປ ທັງເວັນທັງຄືນຢ່າງນີ້ດົນນານປານໃດອີກ? ຂ້ານ້ອຍຍັງຈະອຸກອັ່ງຢູ່ຢ່າງນີ້ອີກດົນປານໃດ? ດົນປານໃດສັດຕູຍັງຈະຊະນະຂ້ານ້ອຍຢູ່? 3 ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ໂຜດຫລຽວເບິ່ງຂ້ານ້ອຍ ແລະຕອບຂ້ານ້ອຍດ້ວຍ. ຂໍຊົງໂຜດປະທານໃຫ້ຕາຂອງຂ້ານ້ອຍສະຫວ່າງຂຶ້ນໃໝ່ ຂໍຊົງໂຜດຢ່າປ່ອຍໃຫ້ຂ້ານ້ອຍຕ້ອງຕາຍໄປ. 4 ຢ່າໃຫ້ສັດຕູເວົ້າວ່າ, “ປາບມັນໄດ້ແລ້ວເດ” ຢ່າໃຫ້ພວກເຂົາໜຳໃຈເມື່ອຂ້ານ້ອຍລົ້ມ. 5 ຂ້ານ້ອຍໄວ້ວາງໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງ ແລະຊື່ນຊົມຍິນດີໃນການຊ່ວຍໃຫ້ພົ້ນຂອງພຣະອົງ. 6 ຂ້ານ້ອຍຈະຮ້ອງເພງຖວາຍແກ່ພຣະເຈົ້າຢາເວ ເພາະພຣະຄຸນຄວາມດີທີ່ຊົງມີແກ່ຂ້ານ້ອຍນັ້ນ. |
@ 2012 United Bible Societies. All Rights Reserved.