Online Bible

- Reklamy -

ສຸພາສິດ 13 - ພຣະຄຳພີສັກສິ

1 ລູກ​ທີ່​ມີ​ປັນຍາ​ຍ່ອມ​ໃສ່ໃຈ​ເມື່ອ​ພໍ່​ແອບສອນ, ແຕ່​ຄົນ​ອວດດີ​ບໍ່​ຍອມ​ຮັບ​ຜິດ​ຈັກເທື່ອ.

2 ຄົນດີ​ຈະ​ໄດ້​ຮັບ​ບຳເໜັດ​ຍ້ອນ​ຄຳເວົ້າ, ແຕ່​ຄົນຊົ່ວຮ້າຍ​ມັກ​ການ​ໂຫດຮ້າຍ​ທາລຸນ.

3 ຜູ້​ທີ່​ລະວັງ​ຄຳເວົ້າ​ກໍ​ຮັກສາ​ຊີວິດ​ໃຫ້​ປອດໄພ, ແຕ່​ຜູ້​ທີ່​ເວົ້າ​ບໍ່​ຄິດ​ກໍ​ທຳລາຍ​ຕົນເອງ​ຖິ້ມ.

4 ຄົນ​ຂີ້ຄ້ານ​ຈະ​ບໍ່ໄດ້​ສິ່ງ​ທີ່​ຕົນ​ໄຝ່ຝັນ, ແຕ່​ຄົນ​ດຸໝັ່ນ​ຈະ​ໄດ້​ຕາມ​ທີ່​ຕົນ​ຕ້ອງການ​ທັງນັ້ນ.

5 ຄົນ​ສັດຊື່​ກຽດຊັງ​ຄຳເວົ້າ​ຕົວະ ແຕ່​ຄົນຊົ່ວ​ເວົ້າ​ແຕ່​ສິ່ງ​ທີ່​ເປັນ​ຕາຊັງ ແລະ​ສິ່ງ​ທີ່​ອັບອາຍ​ຂາຍໜ້າ.

6 ຜູ້​ທີ່​ປະພຶດ​ຊອບ​ຄວາມສັດຊື່​ຍ່ອມ​ຄຸ້ມຄອງ​ລາວ, ແຕ່​ຄວາມຊົ່ວ​ຂວໍ້າ​ຄົນ​ບາບ​ຖິ້ມ.

7 ຜູ້​ທີ່​ທຳຕົນ​ເໝືອນ​ຄົນ​ຮັ່ງມີ, ແຕ່​ບໍ່ມີ​ອັນໃດ​ເລີຍ​ກໍ​ມີ ຜູ້​ອື່ນ​ທີ່​ທຳຕົນ​ເໝືອນ​ຄົນ​ທຸກຍາກ, ແຕ່​ພັດ​ມີ​ຊັບສົມບັດ​ຫລາຍ.

8 ຄົນ​ຮັ່ງມີ​ອາດ​ໃຊ້​ເງິນ​ໄຖ່​ຊີວິດ​ໄວ້​ໄດ້, ແຕ່​ຄົນ​ຍາກຈົນ​ບໍ່​ຄ່ອຍ​ມີ​ຄົນ​ຂູ່ເຂັນ.

9 ຄົນ​ຊອບທຳ​ເປັນ​ດັ່ງ​ໂຄມ​ທີ່​ສ່ອງແຈ້ງ, ແຕ່​ຄົນຊົ່ວ​ເປັນ​ດັ່ງ​ຕະກຽງ​ທີ່​ກຳລັງ​ຈະ​ມອດ.

10 ຄຳ​ຫຍາບຊ້າ​ສ້າງ​ແຕ່​ເລື່ອງ​ເດືອດຮ້ອນ​ເກາະ​ຜິດ. ການ​ຍອມ​ຟັງ​ຄວາມ​ຄິດ​ເຫັນ ພາ​ໃຫ້​ຕົນ​ເປັນ​ຄົນສະຫລາດ.

11 ຊັບ​ທີ່​ຫາ​ໄດ້​ງ່າຍ​ກໍ​ສູນເສຍ​ໄປ​ໄວ, ແຕ່​ຊັບ​ທີ່​ຫາ​ດ້ວຍ​ເຫື່ອໄຄ​ກໍ​ສະສົມ​ໄວ້​ໄດ້.

12 ຈິດໃຈ​ຖືກ​ທຳລາຍ​ເມື່ອ​ສິ້ນຫວັງ, ແຕ່​ຄວາມ​ປາຖະໜາ​ທີ່​ເກີດ​ເປັນຈິງ​ເປັນ​ຕົ້ນໄມ້​ທີ່​ໃຫ້​ຊີວິດ.

13 ຖ້າ​ເຈົ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ກໍ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ຕົນ ເຮັດ​ຕາມ​ຖ້ອຍຄຳ​ແລ້ວ​ເຈົ້າ​ກໍ​ຈະ​ປອດໄພ.

14 ຄຳ​ບອກສອນ​ຂອງ​ນັກປາດ​ເປັນ​ນໍ້າພຸ​ແຫ່ງ​ຊີວິດ ມັນ​ຈະ​ຊ່ວຍ​ໃຫ້​ຫວິດ​ມົ້ມ​ຈາກ​ບ້ວງແຮ້ວ​ຂອງ​ຄວາມຕາຍ.

15 ຜູ້​ທີ່​ມີ​ປັນຍາ ຍ່ອມ​ໄດ້​ຮັບ​ຄວາມນັບຖື, ແຕ່​ຜູ້​ທີ່​ຄົດລ້ຽວ ຍ່ອມ​ນຳ​ຕົນ​ໄປ​ສູ່​ໄພພິບັດ.

16 ຄົນ​ທີ່​ຢັ່ງ​ຮູ້ ຄິດ​ກ່ອນ​ຈຶ່ງ​ກະທຳ, ແຕ່​ຄົນໂງ່ຈ້າ ເຜີຍແບ​ຄວາມ​ໂງ່ງ່າວ​ຂອງຕົນ​ອອກ​ໃຫ້​ເຫັນ.

17 ຜູ້ສົ່ງຂ່າວ​ທີ່​ໄວ້ໃຈ​ບໍ່ໄດ້ ກໍ​ນຳ​ຄວາມ​ເດືອດຮ້ອນ​ມາ, ແຕ່​ວ່າ​ຜູ້ສົ່ງຂ່າວ​ທີ່​ເຊື່ອຖື ກໍ​ນຳ​ສັນຕິສຸກ​ມາ​ໃຫ້.

18 ຜູ້​ທີ່​ບໍ່​ຮຽນຮູ້​ຈະ​ຍາກຈົນ​ແລະ​ໄຮ້​ກຽດ ຜູ້​ທີ່​ໄດ້​ຮັບ​ກຽດ​ຄື​ຜູ້​ຍອມ​ຟັງ​ການ​ແອບສອນ.

19 ໄດ້​ຕາມໃຈ​ມັກ​ໃຫ້​ເກີດ​ຄວາມ​ຮູ້ສຶກ​ທີ່ດີ, ແຕ່​ຄົນໂງ່ຈ້າ​ບໍ່​ປະຕິເສດ​ຈາກ​ຫົນທາງ​ແຫ່ງ​ຄວາມຊົ່ວ.

20 ຄົບ​ຄົນ​ດີ​ມີ​ສີ​ແກ່​ຕົວ ຄົບ​ຄົນຊົ່ວ​ພາ​ຕົວ​ໝົ່ນໝອງ.

21 ຄວາມ​ລຳບາກ​ຕິດຕາມ​ຄົນບາບ​ໄປ​ທຸກແຫ່ງ​ທຸກຫົນ, ແຕ່​ຄວາມ​ຈະເລິນ​ຮຸ່ງເຮືອງ​ເປັນ​ບຳເໜັດ​ຂອງ​ຄົນ​ຊອບທຳ.

22 ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.

23 ໄຮ່​ນາ​ຂອງ​ຄົນທຸກ​ອາດ​ເກີດ​ອາຫານ​ໄດ້​ຢ່າງ​ອຸດົມສົມບູນ, ແຕ່​ຄວາມ​ບໍ່​ຍຸດຕິທຳ​ເຮັດ​ໃຫ້​ຄວາມ​ອຸດົມ​ສົມບູນ​ຖືກ​ທຳລາຍ.

24 ຜູ້​ທີ່​ບໍ່​ເອົາ​ໄມ້ແສ້​ຂ້ຽນ​ລູກ ກໍ​ກຽດຊັງ​ລູກ​ຂອງຕົນ, ແຕ່​ຜູ້​ທີ່​ຮັກ​ລູກ​ກໍ​ຮີບ​ຕີສອນ​ລູກ​ນັ້ນ.

25 ຄົນ​ຊອບທຳ​ມີ​ກິນ​ຢູ່​ບໍ່​ຂາດ ແຕ່​ຄົນຊົ່ວຮ້າຍ​ພັດ​ຫິວ​ຢູ່​ເລື້ອຍໄປ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy