ຈົດບັນຊີ 8 - ພຣະຄຳພີສັກສິການຕັ້ງຕະກຽງ 1 ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້ວ່າ, 2 “ຈົ່ງບອກອາໂຣນໃຫ້ຕັ້ງຕະກຽງເຈັດໜ່ວຍຢູ່ເທິງຫລັກຕະກຽງ ໂດຍໃຫ້ແສງໄຟເຍືອງໄປຂ້າງໜ້າ.” 3 ອາໂຣນກໍໄດ້ເຊື່ອຟັງ ແລະຕັ້ງຕະກຽງເຍືອງໄປຂ້າງໜ້າຂອງຫລັກຕະກຽງ, ດັ່ງທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້. 4 ແລະຫລັກຕະກຽງນັ້ນ ແຕ່ລຸ່ມຂຶ້ນເທິງແມ່ນເຮັດດ້ວຍຄຳທີ່ຕີເປັນລວດລາຍ ຕາມແບບທີ່ພຣະເຈົ້າຢາເວໄດ້ສຳແດງໃຫ້ແກ່ໂມເຊ. ໂມເຊຊຳລະແລະອຸທິດຖວາຍພວກເລວີ 5 ພຣະເຈົ້າຢາເວໄດ້ບອກໂມເຊວ່າ, 6 “ຈົ່ງແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ແລະຊຳລະພວກເຂົາ 7 ຕາມພິທີການດັ່ງນີ້: ໃຫ້ໃຊ້ນໍ້າຊຳລະຊິດໃສ່ພວກເຂົາ, ໃຫ້ພວກເຂົາແຖຂົນຕາມຕົນຕົວ ແລະຊັກເຄື່ອງນຸ່ງຫົ່ມຂອງພວກເຂົາ. ແລ້ວກໍຈະຖືວ່າພວກເຂົາບໍ່ເປັນມົນທິນ. 8 ຕໍ່ມາໃຫ້ພວກເຂົານຳງົວເຖິກໜຸ່ມໂຕໜຶ່ງ ແລະພືດຜົນເປັນເມັດມາຖວາຍຄູ່ກັນຄື: ແປ້ງເຂົ້າປະສົມກັບນໍ້າມັນໝາກກອກເທດ ແລະໃຫ້ນຳງົວເຖິກໜຸ່ມໂຕໜຶ່ງມາອີກເປັນການຖວາຍລຶບລ້າງບາບ. 9 ແລ້ວຈົ່ງເອີ້ນຊຸມຊົນອິດສະຣາເອນທັງໝົດມາເຕົ້າໂຮມກັນ ໂດຍໃຫ້ພວກເລວີຢືນຢູ່ແຖວໜ້າຂອງຫໍເຕັນບ່ອນຊຸມນຸມ. 10 ຈົ່ງໃຫ້ພວກເລວີຢູ່ຕໍ່ໜ້າພຣະເຈົ້າຢາເວ ແລະຊົນຊາດອິດສະຣາເອນເອົາມືວາງທີ່ເທິງຫົວຂອງພວກເລວີ, 11 ແລ້ວອາໂຣນກໍຈະຖວາຍພວກເຂົາຕໍ່ໜ້າພຣະເຈົ້າຢາເວ ເປັນເຄື່ອງບູຊາແກວ່ງໄປແກວ່ງມາຈາກຊາວອິດສະຣາເອນ ເພື່ອວ່າພວກເລວີຈະເຮັດໜ້າທີ່ຮັບໃຊ້ພຣະເຈົ້າຢາເວ. 12 ແລ້ວໃຫ້ພວກເລວີວາງມືລົງເທິງຫົວງົວເຖິກໜຸ່ມສອງໂຕນັ້ນ; ໂຕໜຶ່ງໃຫ້ຖວາຍເພື່ອລຶບລ້າງບາບ ແລະອີກໂຕໜຶ່ງນັ້ນໃຫ້ເຜົາຖວາຍບູຊາດ້ວຍໄຟແກ່ພຣະເຈົ້າຢາເວ ເພື່ອເປັນພິທີຊຳລະພວກເລວີ. 13 ຈົ່ງອຸທິດຖວາຍພວກເລວີໃຫ້ເປັນຂອງຖວາຍແກວ່ງໄປແກວ່ງມາ ແກ່ພຣະເຈົ້າຢາເວ ແລະໃຫ້ອາໂຣນກັບພວກລູກຊາຍຂອງລາວເປັນຜູ້ດູແລພວກເຂົາ. 14 ໃນທຳນອງນີ້ ໃຫ້ເຈົ້າແຍກພວກເລວີອອກຈາກພວກອິດສະຣາເອນຄົນອື່ນໆ ເພື່ອວ່າພວກເຂົາຈະເປັນຂອງເຮົາ. 15 ຫລັງຈາກເຈົ້າໄດ້ຊຳລະແລະອຸທິດຖວາຍພວກເລວີແກ່ເຮົາແລ້ວ ພວກເຂົາຈຶ່ງຈະມີຄຸນສົມບັດເຮັດວຽກງານທີ່ຫໍເຕັນບ່ອນຊຸມນຸມໄດ້. 16 ເຮົາໄດ້ໃຫ້ເຈົ້າແຍກເອົາພວກເລວີ ແທນລູກກົກຂອງຊາວອິດສະຣາເອນທຸກຄົນ ແລະພວກເຂົາຈະເປັນຂອງເຮົາແຕ່ຜູ້ດຽວເທົ່ານັ້ນ. 17 ເມື່ອເຮົາໄດ້ຂ້າລູກກົກທັງໝົດໃນປະເທດເອຢິບນັ້ນ ເຮົາໄດ້ອຸທິດຖວາຍລູກກົກຂອງຊາວອິດສະຣາເອນແຕ່ລະຄອບຄົວໃຫ້ເປັນຂອງເຮົາ ຕະຫລອດທັງລູກຫົວປີຂອງສັດທຸກໆໂຕດ້ວຍ. 18 ບັດນີ້ ເຮົາກຳລັງຮັບເອົາພວກເລວີໄວ້ແທນລູກກົກຂອງຊາວອິດສະຣາເອນ; 19 ເຮົາໄດ້ມອບພວກເລວີໃຫ້ອາໂຣນແລະພວກລູກຊາຍຂອງລາວ ເປັນຂອງຖວາຍຈາກຊາວອິດສະຣາເອນ; ເພື່ອໃຫ້ພວກເລວີບົວລະບັດຫໍເຕັນບ່ອນຊຸມນຸມແທນປະຊາຊົນອິດສະຣາເອນທັງໝົດ ແລະເພື່ອປ້ອງກັນພວກເລວີຈາກໄພພິບັດທີ່ຈະມາຖືກພວກເຂົາ ເມື່ອໃດທີ່ພວກເຂົາເຂົ້າມາໃກ້ສະຖານທີ່ສັກສິດເກີນໄປ.” 20 ສະນັ້ນ ໂມເຊແລະອາໂຣນພ້ອມກັບປະຊາຊົນອິດສະຣາເອນ ຈຶ່ງໄດ້ອຸທິດຖວາຍພວກເລວີໃຫ້ແກ່ພຣະເຈົ້າຢາເວ ຕາມຄຳສັ່ງຂອງພຣະອົງ. 21 ພວກເລວີໄດ້ຊຳລະຕົນເອງແລະຊັກເຄື່ອງນຸ່ງຫົ່ມ ແລ້ວອາໂຣນກໍອຸທິດຖວາຍພວກເຂົາເປັນຂອງຖວາຍແກວ່ງໄປແກວ່ງມາໃຫ້ແກ່ພຣະເຈົ້າຢາເວ. ເພິ່ນໄດ້ປະກອບພິທີຊຳລະໃຫ້ພວກເຂົາຄືກັນ. 22 ປະຊາຊົນໄດ້ເຮັດທຸກໆສິ່ງຕໍ່ພວກເລວີ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້. ສະນັ້ນ ພວກເຂົາຈຶ່ງມີຄຸນສົມບັດເຮັດວຽກງານໃນຫໍເຕັນບ່ອນຊຸມນຸມ ໂດຍພາຍໃຕ້ການດູແລຂອງອາໂຣນແລະພວກລູກຊາຍຂອງເພິ່ນ. 23 ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, 24 “ຊາວເລວີແຕ່ລະຄົນທີ່ມີອາຍຸ 25ປີ ຂຶ້ນໄປ ຈະຕ້ອງປະຕິບັດໜ້າທີ່ໃນຫໍເຕັນບ່ອນຊຸມນຸມ; 25 ເມື່ອອາຍຸຮອດ 50ປີ ແລ້ວຈຶ່ງໃຫ້ພວກເຂົາເຊົາ. 26 ຫລັງຈາກນັ້ນແລ້ວ ພວກເຂົາອາດຊ່ວຍພີ່ນ້ອງເລວີຄົນອື່ນໆເຮັດໜ້າທີ່ຮັກສາໃນຫໍເຕັນບ່ອນຊຸມນຸມກໍໄດ້; ແຕ່ຢ່າໃຫ້ພວກເຂົາປະຕິບັດໜ້າທີ່ໂດຍຕົນເອງ. ອັນນີ້ ແມ່ນຂໍ້ບັງຄັບໃນການກຳນົດໜ້າທີ່ໃຫ້ພວກເລວີເຮັດ.” |
@ 2012 United Bible Societies. All Rights Reserved.