ຈົດບັນຊີ 20 - ພຣະຄຳພີສັກສິເຫດການທີ່ເມືອງກາເດັດ ( ອພຍ 17:1-7 ) 1 ໃນເດືອນທຳອິດ ຊຸມຊົນອິດສະຣາເອນທັງໝົດໄດ້ມາທີ່ຖິ່ນແຫ້ງແລ້ງກັນດານຊິນ ແລະຕັ້ງຄ້າຍພັກຢູ່ທີ່ກາເດັດ. ນາງມີຣີອາມໄດ້ຕາຍແລະຖືກຝັງໄວ້ຢູ່ທີ່ນັ້ນ. 2 ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກຢູ່ນັ້ນບໍ່ມີນໍ້າ. ດັ່ງນັ້ນ ປະຊາຊົນຈຶ່ງມາເຕົ້າໂຮມກັນອ້ອມໂມເຊກັບອາໂຣນ 3 ແລະຈົ່ມຮ້າຍວ່າ, “ຖ້າພວກເຮົາຫາກໄດ້ຕາຍຢູ່ຕໍ່ໜ້າພຣະເຈົ້າຢາເວ ຮ່ວມກັບພີ່ນ້ອງອິດສະຣາເອນຂອງພວກເຮົາກໍຄົງເປັນການດີກວ່າດອກ 4 ເປັນຫຍັງພວກທ່ານຈຶ່ງນຳພວກຊຸມນຸມຂອງພຣະເຈົ້າຢາເວມາສູ່ຖິ່ນແຫ້ງແລ້ງກັນດານນີ້? ເພື່ອຢາກໃຫ້ພວກເຮົາກັບຝູງສັດຂອງພວກເຮົາຕາຍໃນທີ່ນີ້ຊັ້ນບໍ? 5 ເປັນຫຍັງພວກທ່ານຈຶ່ງນຳພາພວກເຮົາອອກມາຈາກປະເທດເອຢິບ ແລະເຂົ້າໄປໃນບ່ອນທຸກຍາກລຳບາກເຊັ່ນນີ້ ຊຶ່ງບໍ່ມີພືດພັນຫຍັງເກີດຂຶ້ນ? ໃນບ່ອນນີ້ບໍ່ມີເຂົ້າກິນ, ບໍ່ມີຕົ້ນໝາກເດື່ອເທດ, ບໍ່ມີເຄືອອະງຸ່ນ ແລະບໍ່ມີຕົ້ນໝາກພີລາ ແມ່ນແຕ່ນໍ້າຈະດື່ມກໍຍັງບໍ່ມີ.” 6 ໂມເຊກັບອາໂຣນໄດ້ພາກັນຍ່າງໜີຈາກປະຊາຊົນ ແລະໄປຢືນຢູ່ທາງເຂົ້າຫໍເຕັນບ່ອນຊຸມນຸມ. ພວກເພິ່ນໝູບໜ້າລົງດິນ ແລະສະຫງ່າຣາສີຂອງພຣະເຈົ້າຢາເວ ກໍໄດ້ປາກົດຂຶ້ນໃຫ້ພວກເຂົາເຫັນ. 7 ພຣະເຈົ້າຢາເວໄດ້ກ່າວກັບໂມເຊວ່າ, 8 “ຈົ່ງຈັບເອົາໄມ້ຄ້ອນເທົ້າທີ່ຢູ່ຕໍ່ໜ້າຫີບພັນທະສັນຍານັ້ນ ແລ້ວໃຫ້ເຈົ້າແລະອາໂຣນເອີ້ນປະຊາຊົນອິດສະຣາເອນທັງໝົດ. ຈົ່ງກ່າວແກ່ໂງ່ນຫີນຕໍ່ໜ້າພວກເຂົາ ແລະນໍ້າກໍຈະໄຫລອອກມາ. ໃນທຳນອງນີ້ ພວກເຈົ້າຈະໄດ້ນໍ້າໄຫລອອກມາຈາກໂງ່ນຫີນສຳລັບປະຊາຊົນ ສຳລັບພວກເຂົາແລະສັດຂອງພວກເຂົາໄດ້ດື່ມ.” 9 ແລ້ວໂມເຊກໍອອກໄປແລະຖືເອົາໄມ້ຄ້ອນເທົ້າທີ່ຢູ່ຕໍ່ໜ້າພຣະເຈົ້າຢາເວ ຕາມທີ່ພຣະອົງໄດ້ສັ່ງໄວ້. 10 ເພິ່ນກັບອາໂຣນໄດ້ເຕົ້າໂຮມຊຸມຊົນທັງໝົດຢູ່ຕໍ່ໜ້າໂງ່ນຫີນ ແລະໂມເຊກໍກ່າວວ່າ, “ຈົ່ງຟັງທາງນີ້ ພວກເຈົ້າຄົນກະບົດເອີຍ ພວກເຮົາຈະຕ້ອງເອົານໍ້າອອກມາຈາກໂງ່ນຫີນນີ້ ໃຫ້ພວກເຈົ້າດື່ມຊັ້ນບໍ?” 11 ແລ້ວໂມເຊກໍຍົກໄມ້ຄ້ອນເທົ້າຂຶ້ນຕີໂງ່ນຫີນສອງເທື່ອ ແລະນໍ້າກໍໄຫລທະລຸອອກມາຢ່າງຫລວງຫລາຍ ແລ້ວທັງຄົນແລະຝູງສັດທັງປວງກໍພາກັນດື່ມ. 12 ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊແລະອາໂຣນວ່າ, “ຍ້ອນພວກເຈົ້າບໍ່ມີຄວາມເຊື່ອພຽງພໍທີ່ຈະຮັບຮູ້ຣິດເດດອັນສັກສິດຂອງເຮົາ ຊ້ອງໜ້າປະຊາຊົນອິດສະຣາເອນ, ພວກເຈົ້າຈະບໍ່ໄດ້ນຳພາພວກເຂົາເຂົ້າໄປຢູ່ໃນດິນແດນ ບ່ອນທີ່ເຮົາໄດ້ສັນຍາວ່າຈະມອບໃຫ້ແກ່ພວກເຂົານັ້ນ.” 13 ເຫດການນີ້ໄດ້ເກີດຂຶ້ນທີ່ເມຣີບາ ບ່ອນທີ່ປະຊາຊົນອິດສະຣາເອນໄດ້ຈົ່ມຮ້າຍໃສ່ພຣະເຈົ້າຢາເວ ແລະບ່ອນທີ່ພຣະອົງໄດ້ສຳແດງໃຫ້ພວກເຂົາເຫັນວ່າ ພຣະອົງຊົງບໍຣິສຸດ. ກະສັດເອໂດມບໍ່ຍອມໃຫ້ຊາວອິດສະຣາເອນຜ່ານໄປ 14 ແລ້ວໂມເຊກໍໃຊ້ຜູ້ນຳຂ່າວຈາກເມືອງກາເດັດ ໄປຫາກະສັດແຫ່ງດິນແດນເອໂດມວ່າ, “ຂ່າວນີ້ແມ່ນສົ່ງມາຈາກຍາດຕິພີ່ນ້ອງຂອງທ່ານ ເຜົ່າຕ່າງໆຂອງຊາດອິດສະຣາເອນ. ທ່ານກໍຮູ້ເຖິງຄວາມຍາກລຳບາກທີ່ພວກຂ້າພະເຈົ້າໄດ້ປະສົບພົບພໍ້ມາ 15 ແລະບັນພະບຸລຸດຂອງພວກຂ້າພະເຈົ້າໄດ້ໄປທີ່ປະເທດເອຢິບ ບ່ອນທີ່ພວກເພິ່ນໄດ້ອາໄສຢູ່ເປັນເວລາຫລາຍປີ. ຊາວເອຢິບໄດ້ກົດຂີ່ຂົ່ມເຫັງບັນພະບຸລຸດຂອງພວກຂ້າພະເຈົ້າ ຕະຫລອດທັງພວກຂ້າພະເຈົ້າດ້ວຍ 16 ແລະພວກຂ້າພະເຈົ້າກໍໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວໃຫ້ຊ່ວຍເຫລືອ. ພຣະອົງໄດ້ຍິນຄຳຮ້ອງໄຫ້ຂອງພວກຂ້າພະເຈົ້າ ຈຶ່ງສົ່ງເທວະດາຕົນໜຶ່ງນຳພາພວກຂ້າພະເຈົ້າອອກມາຈາກປະເທດເອຢິບ. ໃນເວລານີ້ ພວກຂ້າພະເຈົ້າພັກຢູ່ທີ່ກາເດັດ ເມືອງທີ່ຢູ່ໃກ້ກັບເຂດແດນຂອງທ່ານນີ້ເອງ. 17 ສະນັ້ນ ຈົ່ງອະນຸຍາດໃຫ້ພວກຂ້າພະເຈົ້າຜ່ານດິນແດນປະເທດຂອງທ່ານໄປດ້ວຍ. ພວກຂ້າພະເຈົ້າແລະຝູງສັດຈະບໍ່ອອກນອກຫົນທາງ ຫລືເຂົ້າໄປໃນຮົ້ວສວນ ຫລືສວນອະງຸ່ນຂອງທ່ານແລະພວກຂ້າພະເຈົ້າກໍຈະບໍ່ດື່ມນໍ້າຈາກສ້າງຂອງທ່ານດ້ວຍ. ພວກຂ້າພະເຈົ້າຈະໄປຕາມຖະໜົນໃຫຍ່ ຈົນກວ່າຈະພົ້ນເຂດແດນປະເທດຂອງທ່ານໄປ.” 18 ແຕ່ຊາວເອໂດມໄດ້ຕອບວ່າ, “ພວກເຮົາບໍ່ຍອມໃຫ້ພວກເຈົ້າຜ່ານດິນແດນຂອງພວກເຮົາໄປ ຖ້າພວກເຈົ້າຫາກຂືນເຂົ້າມາ ພວກເຮົາຈະຍົກກຳລັງອອກໄປໂຈມຕີພວກເຈົ້າ.” 19 ປະຊາຊົນອິດສະຣາເອນກ່າວວ່າ, “ພວກຂ້າພະເຈົ້າຈະຢູ່ຕາມຖະໜົນໃຫຍ່ເທົ່ານັ້ນ ແລະຖ້າພວກຂ້າພະເຈົ້າຫລືຝູງສັດຫາກດື່ມນໍ້າຂອງພວກທ່ານ ພວກຂ້າພະເຈົ້າຈະຈ່າຍເງິນໃຫ້ພວກທ່ານ. ສິ່ງທີ່ພວກຂ້າພະເຈົ້າຕ້ອງການ ແມ່ນຜ່ານດິນແດນປະເທດຂອງພວກທ່ານໄປເທົ່ານັ້ນ.” 20 ແຕ່ຊາວເອໂດມໄດ້ຢືນຢັນວ່າ, “ພວກເຮົາບໍ່ຍອມໃຫ້ຜ່ານເປັນເດັດຂາດ.” ແລ້ວພວກເຂົາກໍຍົກທັບອັນເຂັ້ມແຂງ ອອກມາໂຈມຕີປະຊາຊົນອິດສະຣາເອນ. 21 ຍ້ອນຊາວເອໂດມບໍ່ຍອມໃຫ້ຊາວອິດສະຣາເອນຜ່ານດິນແດນຂອງພວກເຂົາໄປ ຊາວອິດສະຣາເອນຈຶ່ງລ້ຽວໄປທາງອື່ນ. ອາໂຣນຕາຍ 22 ຊຸມຊົນອິດສະຣາເອນທັງໝົດໄດ້ອອກຈາກກາເດັດ ແລະເດີນທາງມາຮອດພູເຂົາໂຮເຣ 23 ໃກ້ເຂດແດນຂອງເມືອງເອໂດມ. ໃນທີ່ນັ້ນ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊກັບອາໂຣນວ່າ, 24 “ອາໂຣນຈະບໍ່ໄດ້ເຂົ້າໄປໃນດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້ແກ່ຊາວອິດສະຣາເອນ; ລາວຈະຕາຍ ເພາະພວກເຈົ້າທັງສອງໄດ້ກະບົດຕໍ່ຄຳສັ່ງຂອງເຮົາທີ່ເມຣີບາ. 25 ຈົ່ງນຳອາໂຣນແລະເອເລອາຊາ ລູກຊາຍຂອງລາວຂຶ້ນໄປທີ່ເທິງພູໂຮເຣ 26 ແລະຢູ່ທີ່ນັ້ນໃຫ້ເຈົ້າຖອດເຄື່ອງປະໂຣຫິດຂອງອາໂຣນອອກ ແລະສວມໃສ່ໃຫ້ເອເລອາຊາ. ອາໂຣນຈະໄປຕາຍຢູ່ທີ່ນັ້ນ.” 27 ໂມເຊກໍເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້. ເພິ່ນໄດ້ຂຶ້ນໄປທີ່ເທິງພູເຂົາໂຮເຣຕໍ່ໜ້າຊຸມຊົນທັງໝົດ 28 ແລະໂມເຊກໍຖອດເຄື່ອງຕຳແໜ່ງປະໂຣຫິດອອກຈາກອາໂຣນ ແລະສວມໃສ່ໃຫ້ເອເລອາຊາຜູ້ເປັນລູກຊາຍ. ອາໂຣນຕາຍ ຢູ່ທີ່ຈອມພູ; ໂມເຊແລະເອເລອາຊາຈຶ່ງກັບລົງມາ. 29 ເມື່ອຊຸມຊົນທັງໝົດຮູ້ວ່າ ອາໂຣນໄດ້ຕາຍແລ້ວ ຄອບຄົວອິດສະຣາເອນທັງໝົດກໍພາກັນໄວ້ທຸກໃຫ້ເພິ່ນ 30 ວັນ. |
@ 2012 United Bible Societies. All Rights Reserved.