Online Bible

- Reklamy -

ໂຢເອນ 1 - ພຣະຄຳພີສັກສິ

1 ຕໍ່ໄປນີ້ ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ກ່າວ​ແກ່​ໂຢເອນ​ລູກຊາຍ​ຂອງ​ເປທູເອນ.


ປະຊາຊົນ​ໄວ້ທຸກ​ຍ້ອນ​ຜົນລະປູກ​ຖືກ​ທຳລາຍ

2 ຈົ່ງ​ຕັ້ງໃຈ​ຟັງ​ເຖີດ ພວກເຈົ້າ​ຜູ້​ເຖົ້າແກ່​ທັງຫລາຍ ທຸກໆຄົນ​ໃນ​ຢູດາຍ​ເອີຍ ຈົ່ງ​ຟັງ​ເທີ້ນ ສິ່ງ​ເຊັ່ນນີ້ ເຄີຍ​ເກີດຂຶ້ນ​ໃນ​ສະໄໝ​ພວກເຈົ້າ​ຫລື​ບໍ່? ຫລື​ໃນ​ສະໄໝ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່?

3 ຈົ່ງ​ເລົ່າ​ເລື່ອງລາວ​ໃຫ້​ລູກໆ​ຂອງ​ພວກເຈົ້າ​ຟັງ​ເດີ ເພື່ອ​ວ່າ​ພວກເຂົາ​ຈະ​ບອກສອນ​ລູກໆ​ຂອງ​ພວກເຂົາ​ຕໍ່ໆ​ໄປ ແລະ​ພໍ​ເມື່ອ​ມາເຖິງ​ຜຽນ​ຂອງ​ພວກເຂົາ ພວກເຂົາ​ກໍ​ຈະ​ເລົ່າ​ໃຫ້​ຄົນຊົ່ວ​ອາຍຸ​ຕໍ່ໄປ​ຮູ້.

4 ຕັກແຕນ​ເປັນ​ໝູ່ໆ​ກັດ​ກິນ​ຜົນລະປູກ​ທັງຫລາຍ ສິ່ງ​ເຫຼືອ​ຈາກ​ຕັກແຕນ​ໝູ່​ໜຶ່ງ​ກໍ​ມີ​ໝູ່​ອື່ນ​ກິນ​ອີກ.

5 ພວກ​ຂີ້ເຫລົ້າ​ເອີຍ ຈົ່ງ​ຕື່ນ​ຂຶ້ນ​ຮ້ອງ​ຄໍ່າຄວນ​ເຖີດ ນັກດື່ມ​ເຫຼົ້າ​ອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ເຖີດ ເພາະ​ພົ້ວ​ໝາກອະງຸ່ນ​ທີ່​ຫວັງ​ເຮັດ​ເຫຼົ້າ​ໃໝ່ ກໍໄດ້​ຖືກ​ທຳລາຍ​ໄປ​ໝົດກ້ຽງ​ແລ້ວ​ເດ

6 ກອງທັບ​ຕັກແຕນ​ໄດ້​ໂຈມຕີ​ດິນແດນ​ເຮົາ ມັນ​ສູ້ຊົນ​ທົນຫລາຍ​ແລະ​ທັງ​ນັບ​ບໍ່ຖ້ວນ; ມັນ​ເປັນ​ນັກຮາວີ​ທີ່​ທຳລາຍ ແຂ້ວ​ຄື​ແຂ້ວ​ໂຕສິງ ຫລື​ດັ່ງ​ແຂ້ວ​ຄົມໆ ຂອງ​ໂຕ​ສິງແມ່.

7 ມັນ​ໄດ້​ທຳລາຍ​ເຄືອ​ພົ້ວ​ອະງຸ່ນ​ຂອງ​ພວກເຮົາ ແລະ​ກັດ​ກິນ​ກົກ​ໝາກເດື່ອເທດ​ພວກເຮົາ​ດ້ວຍ. ມັນ​ໄດ້​ກັດ​ໄດ້​ແຫ້ນ​ເປືອກໄມ້​ອອກ​ໝົດ ຈົນ​ກິ່ງກ້ານ​ເປັນ​ສີຂາວ​ຫລ້ອນ.

8 ຈົ່ງ​ຮ້ອງໄຫ້​ດັ່ງ​ຍິງສາວ​ໄວ້ທຸກ​ໃຫ້​ຄົນຕາຍ ຄື​ຜູ້ບ່າວ​ທີ່​ນາງ​ຈະ​ແຕ່ງງານ​ນຳ​ນັ້ນ.

9 ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ມີ​ເຂົ້າ​ເຫຼົ້າ​ອະງຸ່ນ​ຖວາຍ​ເລີຍ ປະໂຣຫິດ​ໄວ້ທຸກ ບໍ່ມີ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າຢາເວ.

10 ທົ່ງໄຮ່​ທົ່ງນາ​ກໍ​ຖືກ​ທຳລາຍ​ຈົນ​ໝົດ ທີ່ດິນ​ກໍ​ຈົມ​ຢູ່​ໃນ​ຄວາມ​ງຽບເຫງົາ​ທັງສິ້ນ. ບໍ່ມີ​ຮວງເຂົ້າ​ແລະ​ບໍ່ມີ​ພົ້ວ​ໝາກອະງຸ່ນ ໝາກກອກເທດ​ກໍ​ບໍ່ມີ​ຢູ່​ຕົ້ນ ພໍ​ເຮັດ​ນໍ້າມັນ​ໄດ້.

11 ພໍ່ນາ​ທັງຫລາຍ​ເອີຍ ຈົ່ງ​ໂສກເສົ້າ​ກັນ​ເຖີດ ຜູ້ເຝົ້າ​ສວນອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ​ເຖີດ ເພາະ​ເຂົ້າບາເລ​ແລະ​ເຂົ້າເດືອຍ​ກໍດີ ແລະ​ຜົນລະປູກ​ທັງໝົດ​ກໍ​ຖືກ​ທຳລາຍ​ກ້ຽງ.

12 ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອ​ກໍ​ຮ່ວງໂຮຍ ຕົ້ນ​ໝາກພີລາ ກົກ​ຕານ​ແລະ​ຕົ້ນໝາກຈອງ​ດ້ວຍ. ຄື​ຕົ້ນ​ໝາກໄມ້​ທຸກໆ​ຕົ້ນ​ກໍ​ຫ່ຽວແຫ້ງ​ຕາຍໄປ ຄວາມ​ຊົມຊື່ນ​ຂອງ​ປະຊາຊົນ​ກໍ​ສູນຫາຍ​ໄປສິ້ນ.

13 ພວກເຈົ້າ​ປະໂຣຫິດ ຈົ່ງ​ນຸ່ງ​ຜ້າ​ກະສອບ​ເຂົ້າ​ແລະ​ຮ້ອງໄຫ້​ສາ​ເຖີດ ຜູ້ຮັບໃຊ້​ທີ່​ແທ່ນບູຊາ​ເອີຍ ຈົ່ງ​ຮ້ອງໄຫ້​ຄໍ່າຄວນ, ພວກເຈົ້າ​ຜູ້ຮັບໃຊ້​ພຣະເຈົ້າ​ຂອງ​ເຮົາ​ທີ່​ວິຫານ ຈົ່ງ​ມາ​ນອນ​ໃນ​ຜ້າ​ກະສອບ​ເຂົ້າ​ທັງຄືນ, ເພາະ​ບໍ່ມີ​ເຂົ້າ, ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ.

14 ຈົ່ງ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ອົດອາຫານ ຈົ່ງ​ເອີ້ນ​ກັນ​ມາ​ປະຊຸມ​ເປັນການ​ນັດ​ພິເສດ ຈົ່ງ​ເຕົ້າໂຮມ​ພວກ​ຜູ້ປົກຄອງ​ທັງ​ຊາວ​ຢູດາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພາກັນ​ຮ້ອງໄຫ້​ຫາ​ພຣະເຈົ້າຢາເວ.

15 ວັນ​ຂອງ​ພຣະເຈົ້າຢາເວ​ຫຍັບ​ເຂົ້າ​ມາ​ໃກ້​ທຸກ​ທີ ຄື​ວັນ​ທີ່​ອົງ​ຊົງຣິດ​ຍິ່ງໃຫຍ່​ຈະ​ນຳ​ການທຳລາຍ​ມາ​ໃຫ້ ເປັນ​ການທຳລາຍ​ໃຫຍ່​ທີ່​ໜ້າຢ້ານກົວ​ຫລາຍ ວັນນັ້ນ ຈະ​ໜ້າຢ້ານກົວ​ແທ້ໆ.

16 ພວກເຮົາ​ໝົດ​ທີ່​ເພິ່ງ ເມື່ອ​ເບິ່ງ​ພືດຜົນ​ຖືກ​ທຳລາຍ ຄວາມ​ມ່ວນຊື່ນ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ກໍ​ຫັບຫາຍ​ໄປສິ້ນ.

17 ເມັດພືດ​ຕາຍ​ໃນ​ດິນ​ແຫ້ງ ບໍ່ມີ​ເຂົ້າ​ໃນ​ສາງ ເລົ້າເຂົ້າ​ຖືກ​ມ້າງລົງ​ໃຫ້​ເພພັງ​ໝົດສິ້ນ.

18 ຍ້ອນ​ບໍ່ມີ​ຫຍ້າ ຝູງ​ສັດ​ລ້ຽງ​ກໍ​ສັບສົນ​ວຸ້ນວາຍ ຝູງແກະ​ທັງຫລາຍ​ຕ່າງ​ກໍ​ທົນທຸກ​ດ້ວຍ.

19 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮ້ອງຫາ​ພຣະອົງ ທົ່ງຫຍ້າ​ຕົ້ນໄມ້​ແຫ້ງ​ຕາຍ ແລະ​ຖືກ​ໄຟ​ໄໝ້.

20 ແມ່ນແຕ່​ຝູງ​ສັດປ່າ​ຍັງ​ຮ້ອງຫາ​ໃຫ້​ຊ່ວຍເຫລືອ ເພາະ​ນໍ້າ​ໃນ​ຫ້ວຍຮ່ອງ​ເຫືອດແຫ້ງ​ລົງ​ໝົດສິ້ນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy