ເອຊາຢາ 17 - ພຣະຄຳພີສັກສິພຣະເຈົ້າຈະລົງໂທດຊີເຣຍແລະອິດສະຣາເອນ 1 ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ດາມັສກັດຈະບໍ່ເປັນນະຄອນອີກຕໍ່ໄປ; ແຕ່ຈະເປັນພຽງກອງສິ່ງຮົກຮ້າງເພພັງເທົ່ານັ້ນ. 2 ເມືອງຕ່າງໆຂອງຊີເຣຍຈະເປົ່າຮ້າງຫວ່າງຄົນຕະຫລອດໄປ. ເມືອງເຫຼົ່ານັ້ນຈະເປັນທົ່ງຫຍ້າ ໃຫ້ຝູງແກະແລະຝູງງົວ ແລະຈະບໍ່ມີຜູ້ໃດໄລ່ພວກມັນໜີໄປ. 3 ຊາດອິດສະຣາເອນຈະຂາດທີ່ປ້ອງກັນ ແລະນະຄອນດາມັສກັດກໍຈະສູນເສຍເອກະລາດ. ຊາວຊີເຣຍຜູ້ທີ່ຍັງລອດຊີວິດຢູ່ຈະຖືກອັບອາຍຂາຍໜ້າເໝືອນກັນກັບຊາວອິດສະຣາເອນ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ. 4 “ເມື່ອວັນນັ້ນມາເຖິງ ຄວາມຍິ່ງໃຫຍ່ຂອງຊາດອິດສະຣາເອນຈະເຖິງຈຸດຈົບ ແລະຄວາມຮັ່ງມີກໍຈະປ່ຽນເປັນຄວາມທຸກລຳບາກ. 5 ຊາດອິດສະຣາເອນຈະເປັນດັ່ງທົ່ງນາທີ່ຖືກຄົນເກັບກ່ຽວເອົາເຂົ້າໄປ ຄືເປົ່າປ່ຽວດັ່ງທົ່ງນາໃນຮ່ອມພູເຣຟາອິມທີ່ຖືກເກັບກ່ຽວເອົາເຂົ້າໄປໝົດ. 6 ມີພຽງໜ້ອຍຄົນເທົ່ານັ້ນທີ່ລອດຊີວິດຢູ່ ແລະຊາດອິດສະຣາເອນຈະເປັນດັ່ງກົກໝາກກອກເທດ ຊຶ່ງໝາກໃນຕົ້ນຖືກປິດເອົາໄປໝົດ ເວັ້ນໄວ້ແຕ່ສອງຫລືສາມໝາກທີ່ຢູ່ປາຍກົກເທົ່ານັ້ນ ຫລືບາງໜ່ວຍທີ່ເຫຼືອຢູ່ລຸ່ມງ່າ.” ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ແຫລະ. 7 ເມື່ອວັນນັ້ນມາເຖິງ ປະຊາຊົນຈະຫັນໜ້າມາ ຂໍໃຫ້ພຣະຜູ້ສ້າງຂອງພວກເຂົາຊ່ວຍເຫລືອ ຄືຂໍຕໍ່ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ. 8 ພວກເຂົາຈະບໍ່ເພິ່ງພາອາໄສແທ່ນບູຊາ ທີ່ພວກເຂົາໄດ້ເຮັດດ້ວຍມືຂອງເຂົາເອງ ຫລືໄວ້ວາງໃຈໃນສີມືຂອງຕົນເອງອີກຕໍ່ໄປ ເຊັ່ນ: ຮູບເຈົ້າແມ່ອາເຊຣາແລະແທ່ນເຜົາເຄື່ອງຫອມບູຊາຕ່າງໆ. 9 ເມື່ອວັນນັ້ນມາເຖິງ ເມືອງທີ່ປ້ອງກັນດີທີ່ສຸດຈະເປົ່າຮ້າງຫວ່າງຄົນ ແລະປະໃຫ້ເພພັງດັ່ງເມືອງຂອງຊາວຮີວີແລະຊາວອາໂມ ທີ່ໄດ້ຖືກປະຖິ້ມໄປ ເມື່ອພວກເຂົາປົບໜີຈາກປະຊາຊົນອິດສະຣາເອນ. 10 ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລືມໄລພຣະເຈົ້າຂອງເຈົ້າ ຜູ້ໄດ້ຊ່ວຍກູ້ເອົາແລະປ້ອງກັນພວກເຈົ້າໄວ້ດັ່ງໂງ່ນຫີນທີ່ແຂງແກ່ນ. ແຕ່ພວກເຈົ້າພັດໄດ້ເຮັດສວນສັກສິດ ເພື່ອຂາບໄຫວ້ພະຕ່າງຊາດ. 11 ແມ່ນວ່າດອກອັນງົດງາມເກີດມາແຕ່ເຊົ້າໆ ຍ້ອນພວກເຈົ້າປູກກໍດີ; ແຕ່ພວກເຈົ້າຈະບໍ່ໄດ້ເດັດດອກມາດົມ. ຄວາມເດືອດຮ້ອນແລະການເຈັບປວດ ທີ່ປິ່ນປົວບໍ່ດີແຕ່ເທົ່ານັ້ນຈະເກີດມີມາ. ບັນດາຊົນຊາດທີ່ເປັນສັດຕູຖືກເອົາຊະນະ 12 ຊົນຊາດຕ່າງໆທີ່ມີອຳນາດພາກັນອົນລະຫົນວຸ້ນວາຍ ຄ້າຍສຽງອຶກກະທຶກຂອງທ້ອງທະເລ ຄ້າຍສຽງຄື້ນອັນໃຫຍ່ໂຕມາກະທົບກັນ. 13 ຊົນຊາດທັງຫລາຍຕ່າງກໍບຸກໜ້າມາດັ່ງຟອງທະເລຖືກລົມພັດ, ແຕ່ພຣະເຈົ້າຈະຕີໂຕ້ພວກເຂົາໃຫ້ພ່າຍແພ້ໄປໂດຍໄລ່ພວກເຂົາໃຫ້ໜີໄປ ດັ່ງຂີ້ຝຸ່ນຕາມເນີນພູ ດັ່ງເຟືອງທີ່ຖືກລົມຫົວກຸດພັດ. 14 ໃນຕອນແລງ ມັນນຳເອົາຄວາມຢ້ານກົວອັນໃຫຍ່ມາ; ແຕ່ພໍຕອນເຊົ້າມາມັນກໍໜີໄປ. ນີ້ແຫລະ ຄືຊາຕາກຳຂອງພວກນັກປຸ້ນດິນແດນຂອງພວກເຮົາ. |
@ 2012 United Bible Societies. All Rights Reserved.