ອົບພະຍົບ 6 - ພຣະຄຳພີສັກສິ1 ແລ້ວພຣະເຈົ້າຢາເວກໍໄດ້ຕອບໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາຈະເຮັດຕໍ່ກະສັດຟາໂຣ. ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ປ່ອຍປະຊາຊົນຂອງເຮົາໄປ. ຕາມຄວາມຈິງແລ້ວ ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ໄລ່ພວກເຂົາອອກໄປຈາກດິນແດນຂອງລາວ.” ພຣະເຈົ້າເອີ້ນໂມເຊອີກ 2 ພຣະເຈົ້າໄດ້ກ່າວແກ່ໂມເຊແລະເວົ້າວ່າ, “ເຮົາແມ່ນພຣະເຈົ້າຢາເວ 3 ເຮົາໄດ້ປາກົດແກ່ອັບຣາຮາມ, ອີຊາກ ແລະຢາໂຄບ ໃນຖານະພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່, ແຕ່ເຮົາບໍ່ໄດ້ສຳແດງເຮົາເອງ ໃຫ້ພວກເຂົາຮູ້ຈັກນາມຊື່ອັນສັກສິດຂອງເຮົາຄື ພຣະເຈົ້າຢາເວ. 4 ເຮົາຍັງໄດ້ຕັ້ງພັນທະສັນຍາໄວ້ກັບພວກເຂົາໂດຍສັນຍາວ່າ ຈະຍົກດິນແດນການາອານໃຫ້ແກ່ພວກເຂົາ ຄືດິນແດນທີ່ພວກເຂົາອາໄສຢູ່ໃນຖານະເປັນຊາວຕ່າງດ້າວນັ້ນ. 5 ມາບັດນີ້ ເຮົາໄດ້ຍິນສຽງຄວນຄາງຂອງຊາວອິດສະຣາເອນ ຜູ້ທີ່ຖືກຊາວເອຢິບບັງຄັບໃຫ້ເປັນທາດຮັບໃຊ້ ແລະເຮົາໄດ້ຈົດຈຳພັນທະສັນຍາຂອງເຮົາ. 6 ສະນັ້ນ ຈົ່ງບອກຊາວອິດສະຣາເອນດັ່ງນີ້ວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ແລະປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ ຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອຳນາດອັນແກ່ກ້າຂອງເຮົາ ລົງໂທດພວກເຂົາຢ່າງຮຸນແຮງ ແລະເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ. 7 ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ. 8 ເຮົາຈະນຳພວກເຈົ້າເຂົ້າໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ຢ່າງໜັກແໜ້ນນັ້ນວ່າ ຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະຢາໂຄບ; ແລະເຮົາຈະມອບດິນແດນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.”’ 9 ແລ້ວໂມເຊກໍນຳຖ້ອຍຄຳເຫຼົ່ານີ້ໄປບອກຊາວອິດສະຣາເອນ, ແຕ່ເນື່ອງຈາກວ່າຈິດໃຈຂອງພວກເຂົາເປັນທຸກ ທັງອ່ອນເພຍ ແລະເສຍກຳລັງໃຈ ຍ້ອນຖືກບັງຄັບໃຫ້ເປັນທາດຮັບໃຊ້ຢ່າງໂຫດຮ້າຍທາລຸນ. ສະນັ້ນ ພວກເຂົາຈຶ່ງບໍ່ຍອມເຊື່ອຟັງໂມເຊ. 10-11 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, “ຈົ່ງໄປບອກກະສັດຟາໂຣແຫ່ງປະເທດເອຢິບວ່າ ລາວຈະຕ້ອງປ່ອຍປະຊາຊົນອິດສະຣາເອນ ອອກໄປຈາກປະເທດຂອງລາວ.” 12 ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.” 13 ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນດັ່ງນີ້: “ຈົ່ງບອກຊາວອິດສະຣາເອນ ແລະກະສັດຟາໂຣແຫ່ງເອຢິບວ່າ ເຮົາເປັນຜູ້ສັ່ງພວກເຈົ້າໃຫ້ນຳຊາວອິດສະຣາເອນອອກໄປຈາກດິນແດນຂອງປະເທດເອຢິບ.” ລຳດັບເຊື້ອວົງຂອງໂມເຊແລະອາໂຣນ 14 ຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ; ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. 15 ຊີເມໂອນມີລູກຊາຍຫົກຄົນ ດັ່ງນີ້: ເຢມູເອນ, ຢາມິນ, ໂອຮາດ, ຢາກິນ, ໂຊຮາ ແລະຊາອູນຜູ້ທີ່ເກີດຈາກຍິງຊາວການາອານ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. 16 ເລວີມີລູກຊາຍສາມຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະເມຣາຣີ. ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ. ເລວີມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ. 17 ເກໂຊນມີລູກຊາຍສອງຄົນ ດັ່ງນີ້: ລິບນີ ແລະຊີເມອີ, ແລະພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ. 18 ໂກຮາດມີລູກຊາຍສີ່ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະອຸດຊີເອນ. ໂກຮາດມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບສາມປີ. 19 ເມຣາຣີມີລູກຊາຍສອງຄົນ ດັ່ງນີ້: ມາຮະລີແລະມູຊີ. ພວກເຫຼົ່ານີ້ແມ່ນເຜົ່າຂອງເລວີ ຕະຫລອດທັງເຊື້ອສາຍຂອງພວກເຂົາດ້ວຍ. 20 ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ. 21 ອີຊະຮາມີລູກຊາຍສາມຄົນ ດັ່ງນີ້: ໂກຣາ, ເນເຟັກ ແລະຊີກະຣີ. 22 ອຸດຊີເອນມີລູກຊາຍສາມຄົນເຊັ່ນກັນ ດັ່ງນີ້: ມີຊາເອນ, ເອນຊາຟັນ ແລະສິດທະຣີ. 23 ອາໂຣນໄດ້ແຕ່ງງານກັບນາງເອລີເຊບາ ຜູ້ທີ່ເປັນລູກສາວຂອງອຳມີນາດາບ ແລະເປັນເອື້ອຍຂອງນາໂຊນ. ນາງເກີດລູກຊາຍສີ່ຄົນໃຫ້ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ. 24 ໂກຣາມີລູກຊາຍສາມຄົນ ດັ່ງນີ້: ອັດສີເຣ, ເອນການາ ແລະອາບີອາສັບ. ຄົນເຫຼົ່ານີ້ໄດ້ກາຍເປັນບັນພະບຸລຸດຂອງເຜົ່າໂກຣາ. 25 ເອເລອາຊາ ລູກຊາຍຂອງອາໂຣນ ໄດ້ລູກສາວຄົນໜຶ່ງຂອງປູຕີເອນມາເປັນເມຍ; ແລະນາງເກີດລູກຊາຍຜູ້ໜຶ່ງໃຫ້ລາວຊື່ວ່າ ຟີເນຮາ. ຄົນເຫຼົ່ານີ້ເປັນຫົວໜ້າຄອບຄົວຕ່າງໆ ແລະເປັນຕະກຸນຕ່າງໆຂອງເຜົ່າເລວີ. 26 ແມ່ນອາໂຣນ ແລະໂມເຊນີ້ເອງ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳພາຄົນໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ອອກໄປຈາກປະເທດເອຢິບ.” 27 ແມ່ນສອງຄົນນີ້ແຫຼະ ທີ່ໄດ້ບອກກະສັດຟາໂຣແຫ່ງເອຢິບ ປ່ອຍປະຊາຊົນອິດສະຣາເອນໃຫ້ເປັນອິດສະຫລະ. ພຣະເຈົ້າຢາເວສັ່ງໂມເຊກັບອາໂຣນ 28 ເມື່ອພຣະເຈົ້າຢາເວກ່າວແກ່ໂມເຊຢູ່ໃນປະເທດເອຢິບນັ້ນ 29 ພຣະອົງບອກວ່າ, “ເຮົາແມ່ນພຣະເຈົ້າຢາເວ. ຈົ່ງບອກກະສັດຟາໂຣແຫ່ງເອຢິບເຖິງເລື່ອງຕ່າງໆທີ່ເຮົາໄດ້ບອກເຈົ້າ.” 30 ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ພຣະອົງກໍຮູ້ແລ້ວວ່າ ຂ້ານ້ອຍເປັນຄົນເວົ້າບໍ່ເກັ່ງເຊັ່ນນີ້; ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ?” |
@ 2012 United Bible Societies. All Rights Reserved.