ອົບພະຍົບ 11 - ພຣະຄຳພີສັກສິໂມເຊບອກວ່າລູກຊາຍກົກຈະຕາຍ 1 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂມເຊວ່າ, “ເຮົາຈະນຳການລົງໂທດອີກຢ່າງໜຶ່ງເທົ່ານັ້ນ ມາສູ່ກະສັດຟາໂຣ ແລະປະຊາຊົນຂອງລາວ. ຫລັງຈາກນັ້ນລາວຈະປ່ອຍພວກເຈົ້າໄປ. ຕາມຄວາມຈິງແລ້ວ ລາວຈະໄລ່ພວກເຈົ້າທຸກຄົນໃຫ້ອອກໄປຈາກທີ່ນີ້. 2 ບັດນີ້ ຈົ່ງບອກຊາວອິດສະຣາເອນທຸກຄົນໃຫ້ຂໍເອົາເຄື່ອງເງິນ, ເຄື່ອງຄຳຈາກເພື່ອນບ້ານຂອງພວກເຂົາ.” 3 ພຣະເຈົ້າຢາເວໄດ້ເຮັດໃຫ້ຄົນເອຢິບຢຳເກງຄົນອິດສະຣາເອນ. ແທ້ຈິງແລ້ວ ບັນດາຂ້າຣາຊການ ແລະປະຊາຊົນທັງໝົດຕ່າງກໍຍອມຮັບວ່າ ໂມເຊເປັນບຸລຸດຜູ້ຍິ່ງໃຫຍ່ຄົນໜຶ່ງ. 4 ແລ້ວໂມເຊກໍໄດ້ກ່າວຕໍ່ກະສັດຟາໂຣວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ‘ໃນຕອນປະມານທ່ຽງຄືນ ເຮົາຈະຜ່ານໄປທົ່ວປະເທດເອຢິບ 5 ແລະລູກຊາຍກົກໃນປະເທດເອຢິບທັງໝົດຈະຕາຍຄື: ຕັ້ງແຕ່ລູກຊາຍກົກຂອງກະສັດຟາໂຣຜູ້ທີ່ຈະສືບຕໍ່ຄອງຣາຊບັນລັງ ຕະຫລອດເຖິງລູກຊາຍກົກຂອງຄົນຮັບໃຊ້ຍິງໂມ້ແປ້ງ. ສັດໂຕເຖິກຫົວປີກໍຈະຕາຍໝົດຄືກັນ. 6 ສຽງຮ້ອງໄຫ້ຈະດັງກ້ອງສະໜັ່ນທົ່ວປະເທດເອຢິບ ຢ່າງບໍ່ເຄີຍມີມາກ່ອນຫລືຈະບໍ່ມີອີກຈັກເທື່ອ. 7 ແຕ່ໃນໝູ່ບ້ານຂອງຊາວອິດສະຣາເອນ ແມ່ນແຕ່ສຽງໝາເຫົ່າຄົນແລະສັດກໍຈະບໍ່ມີ. ແລ້ວເຈົ້າກໍຈະຮູ້ວ່າພຣະເຈົ້າຢາເວໄດ້ໃຫ້ມີຄວາມແຕກຕ່າງກັນ ລະຫວ່າງຊາວເອຢິບແລະຊາວອິດສະຣາເອນ.’ 8 ບັນດາຂ້າຣາຊການທັງໝົດຂອງທ່ານຈະມາຫາຂ້ານ້ອຍ ແລະພາກັນຂາບລົງ ແລະຈະຂໍຮ້ອງຂ້ານ້ອຍ ໃຫ້ນຳພາປະຊາຊົນຂອງຂ້ານ້ອຍທັງໝົດນີ້ອອກໄປຈາກປະເທດ. ຫລັງຈາກນັ້ນແລ້ວ ຂ້ານ້ອຍຈຶ່ງຈະຈາກໄປ.” ແລ້ວໂມເຊກໍຈາກກະສັດຟາໂຣໄປດ້ວຍໃຈໂກດຮ້າຍທີ່ສຸດ. 9 ພຣະເຈົ້າຢາເວໄດ້ບອກໂມເຊອີກວ່າ, “ກະສັດຟາໂຣຈະສືບຕໍ່ບໍ່ຍອມຟັງເຈົ້າ ເພື່ອເຮົາຈະໄດ້ເຮັດການອັດສະຈັນຕ່າງໆຕື່ມອີກໃນປະເທດເອຢິບ.” 10 ໂມເຊແລະອາໂຣນໄດ້ເຮັດການອັດສະຈັນເຫຼົ່ານັ້ນຊ້ອງໜ້າກະສັດຟາໂຣ, ແຕ່ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງ ແລະເພິ່ນບໍ່ຍອມປ່ອຍໃຫ້ຊາວອິດສະຣາເອນອອກໜີໄປຈາກປະເທດ. |
@ 2012 United Bible Societies. All Rights Reserved.