Online Bible

- Reklamy -

ເອສະເທີ 7 - ພຣະຄຳພີສັກສິ

1 ສະນັ້ນ ກະສັດ​ກັບ​ຮາມານ​ຈຶ່ງ​ໄປ​ຮັບປະທານ​ອາຫານ​ໃນ​ງານລ້ຽງ​ຂອງ​ຣາຊີນີ​ເອສະເທີ

2 ໃນ​ວັນ​ທີ​ສອງ, ຂະນະທີ່​ດື່ມ​ເຫຼົ້າ​ອະງຸ່ນ​ຢູ່​ນັ້ນ ກະສັດ​ກໍ​ຖາມ​ນາງ​ອີກ​ວ່າ, “ບັດນີ້​ຣາຊີນີ​ເອສະເທີ​ເອີຍ ເຈົ້າ​ຢາກ​ໄດ້​ຫຍັງ? ຈົ່ງ​ບອກ​ເຮົາ​ມາ​ເບິ່ງດູ ແລະ​ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ. ແມ່ນແຕ່​ອານາຈັກ​ເຄິ່ງ​ໜຶ່ງ​ເຮົາ​ກໍ​ຈະ​ມອບ​ໃຫ້​ເຈົ້າ​ໄດ້.”

3 ແລ້ວ​ຣາຊີນີ​ເອສະເທີ​ກໍ​ຕອບ​ວ່າ, “ຖ້າ​ພະຣາຊາ​ພໍໃຈ​ອະນຸຍາດ​ໃຫ້ ຕາມ​ຄຳ​ຂໍຮ້ອງ​ຢ່າງ​ຖ່ອມຕົວ​ຂອງ​ຂ້ານ້ອຍ​ນີ້​ແລ້ວ ຄວາມ​ປາຖະໜາ​ຂອງ​ຂ້ານ້ອຍ​ກໍ​ຄື​ວ່າ: ໃຫ້​ຂ້ານ້ອຍ​ກັບ​ປະຊາຊົນ​ຂອງ​ຂ້ານ້ອຍ​ມີ​ຊີວິດ​ຢູ່.

4 ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”

5 ແລ້ວ​ກະສັດ​ເຊເຊັດ​ກໍ​ຖາມ​ຣາຊີນີ​ວ່າ, “ຜູ້ໃດ​ທີ່​ບັງອາດ​ເຮັດ​ຢ່າງນີ້? ຄົນ​ນັ້ນ​ຢູ່​ໃສ?”

6 ເອສະເທີ​ຕອບ​ວ່າ, “ສັດຕູ​ຂອງ​ພວກ​ຂ້ານ້ອຍ ຜູ້​ຂົ່ມເຫັງ​ພວກ​ຂ້ານ້ອຍ ກໍ​ຄື​ຮາມານ​ຊາຍ​ຊົ່ວຊ້າ​ຄົນ​ນີ້.” ຮາມານ​ປະເຊີນ​ໜ້າ​ກັບ​ກະສັດ ແລະ​ຣາຊີນີ ດ້ວຍ​ຄວາມ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.

7 ກະສັດ​ລຸກ​ຢືນ​ຂຶ້ນ​ທັງ​ໃຈຮ້າຍ​ຫລາຍ ແລະ​ອອກ​ຈາກ​ຫ້ອງ​ໜີໄປ​ຂ້າງ​ນອກ​ທີ່​ສວນ​ອຸທະຍານ. ຮາມານ​ເຫັນ​ວ່າ​ກະສັດ​ຕັ້ງໃຈ​ຈະ​ລົງໂທດ​ຕົນ​ເພາະ​ເລື່ອງ​ນີ້; ສະນັ້ນ ລາວ​ຈຶ່ງ​ຢູ່​ຮ້ອງຂໍ​ຣາຊີນີ​ເອສະເທີ​ໃຫ້​ໄວ້​ຊີວິດ​ຕົນ.

8 ລາວ​ກຳລັງ​ກົ້ມ​ຕົວ​ລົງ​ໃສ່​ຕັ່ງນວມ​ຍາວ ບ່ອນ​ທີ່​ຣາຊີນີ​ເອສະເທີ​ນັ່ງ​ຢູ່​ນັ້ນ​ເພື່ອ​ຂໍ​ຄວາມ​ເມດຕາ ພໍດີ​ຖືກ​ກັບ​ເວລາ​ທີ່​ກະສັດ​ກັບຄືນ​ມາ​ຈາກ​ສວນ ແລະ​ເຂົ້າ​ໄປ​ໃນ​ຫ້ອງ. ເມື່ອ​ເຫັນ​ດັ່ງນີ້​ແລ້ວ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ນີ້​ກຳລັງ​ຈະ​ຂົ່ມຂືນ​ຣາຊີນີ​ຕໍ່ໜ້າ​ເຮົາ​ຢູ່​ທີ່​ວັງ​ຂອງເຮົາ​ບໍ?” ກະສັດ​ເວົ້າ​ຍັງ​ບໍ່​ທັນ​ຂາດຄຳ ບັນດາ​ຊາຍ​ຕອນ​ກໍ​ເອົາ​ຜ້າ​ຄຸມ​ຫົວ​ຮາມານ​ໄວ້.

9 ແລ້ວ​ຄົນ​ໜຶ່ງ​ໃນ​ພວກ​ຊາຍຕອນ​ທີ່​ຊື່​ວ່າ​ຮັກໂບນາ ກໍໄດ້​ເວົ້າ​ວ່າ, “ຍິ່ງ​ໄປ​ກວ່າ​ນີ້​ອີກ ຮາມານ​ຍັງ​ໄດ້​ສ້າງ​ບ່ອນ​ແຂວນຄໍ​ສູງ​ຊາວສອງ​ແມັດ​ທີ່​ເຮືອນ​ຂອງ​ລາວ ເພື່ອ​ລາວ​ຈະ​ໄດ້​ແຂວນ​ຄໍ​ມໍເດໄກ ຜູ້​ທີ່​ຊ່ວຍ​ຊີວິດ​ຂອງ​ພະຣາຊາ.” ກະສັດ​ສັ່ງ​ວ່າ, “ແຂວນຄໍ​ຮາມານ​ໃສ່​ບ່ອນ​ນັ້ນ.”

10 ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy