ເອສະເທີ 10 - ພຣະຄຳພີສັກສິຄວາມຍິ່ງໃຫຍ່ຂອງເຈົ້າເຊເຊັດແລະມໍເດໄກ 1 ກະສັດເຊເຊັດໄດ້ກຳນົດພາສີແຮງງານແກ່ຄົນທີ່ຢູ່ຕາມຊາຍຝັ່ງທະເລຂອງອານາຈັກ ແລະຄົນທີ່ຢູ່ພາຍໃນອານາຈັກ. 2 ພາລະກິດອັນສຳຄັນແລະຍິ່ງໃຫຍ່ທັງໝົດທີ່ເພິ່ນໄດ້ກະທຳ ແລະເລື່ອງລາວທັງໝົດຂອງການແຕ່ງຕັ້ງມໍເດໄກ ໃຫ້ເປັນຂ້າຣາຊການຊັ້ນຜູ້ໃຫຍ່ ແມ່ນໄດ້ຖືກບັນທຶກໄວ້ໃນປຶ້ມປະຫວັດສາດທາງຣາຊການຂອງບັນດາກະສັດແຫ່ງເປີເຊຍແລະເມເດຍ. 3 ມໍເດໄກ ຄົນຢິວຜູ້ນີ້ ແມ່ນຜູ້ດຽວເທົ່ານັ້ນ ທີ່ໄດ້ຮັບຕຳແໜ່ງເປັນຜູ້ຮອງຈາກກະສັດເຊເຊັດ. ເພິ່ນໄດ້ຮັບການຍ້ອງຍໍໃຫ້ກຽດ ແລະເປັນທີ່ພໍໃຈຂອງພີ່ນ້ອງຊາວຢິວ. ເພິ່ນເຮັດວຽກເພື່ອຜົນປະໂຫຍດຂອງຊົນຊາດຂອງເພິ່ນ ແລະເພື່ອຄວາມປອດໄພຂອງລູກຫລານເຊັ່ນຕໍ່ມາທັງໝົດຂອງເພິ່ນ. |
@ 2012 United Bible Societies. All Rights Reserved.