2 ກະສັດ 25 - ພຣະຄຳພີສັກສິນະຄອນເຢຣູຊາເລັມແຕກ ( 2 ຂຄ 36:13-21 ; ຢມຢ 52:3(ຂ)-11 ) 1 ແລ້ວເຈົ້າເຊເດກີຢາກໍໄດ້ກະບົດຕໍ່ກະສັດເນບູກາດເນັດຊາແຫ່ງບາບີໂລນ; ດັ່ງນັ້ນ ເນບູກາດເນັດຊາຈຶ່ງໄດ້ຍົກທັບມາໂຈມຕີນະຄອນເຢຣູຊາເລັມໃນວັນທີສິບ ເດືອນສິບ ປີທີເກົ້າ ໃນຣາຊການຂອງກະສັດເຊເດກີຢາ. ພວກເຂົາໄດ້ຕັ້ງຄ້າຍຕາມນອກເມືອງ ແລະກໍ່ສ້າງກຳແພງປິດລ້ອມເມືອງໄວ້. 2 ເມືອງນີ້ໄດ້ຖືກປິດລ້ອມໄວ້ ຈົນເຖິງຣາຊການປີທີສິບເອັດຂອງກະສັດເຊເດກີຢາ. 3 ຕໍ່ມາ ໃນວັນທີເກົ້າ ຂອງເດືອນສີ່ ຂອງປີດຽວກັນນັ້ນ ໄດ້ເກີດການອຶດຢາກຢ່າງຮ້າຍແຮງ ຈົນປະຊາຊົນບໍ່ມີຫຍັງກິນ 4 ເຖິງແມ່ນວ່າຊາວບາບີໂລນໄດ້ປິດລ້ອມເມືອງໄວ້ກໍຕາມ ພວກທະຫານທັງໝົດກໍລັກໜີໄປໄດ້ໃນເວລາກາງຄືນ. ພວກເຂົາໄດ້ໜີໄປທາງສວນຂອງກະສັດ ຜ່ານໄປທາງປະຕູເມືອງທີ່ຕິດກັບກຳແພງສອງດ້ານ ແລະປົບໄປທາງຮ່ອມພູຈໍແດນ. 5 ແຕ່ກອງທັບບາບີໂລນໄດ້ໄລ່ຕາມກະສັດເຊເດກີຢາໄປ ແລະຈັບເພິ່ນໄດ້ໃນທົ່ງນາໃກ້ກັບເມືອງເຢຣິໂກ; ສ່ວນພວກທະຫານຕ່າງກໍໄດ້ໜີປະເພິ່ນ. 6 ພວກເຂົາໄດ້ຈັບກະສັດເຊເດກີຢາ ໄປຫາກະສັດເນບູກາດເນັດຊາຢູ່ໃນເມືອງຣິບລາ ແລະເນບູກາດເນັດຊາກໍໄດ້ພິພາກສາໂທດເພິ່ນຢູ່ທີ່ນັ້ນ. 7 ພວກລູກຊາຍຂອງເພິ່ນໄດ້ຖືກຂ້າຕໍ່ໜ້າເພິ່ນ; ແລ້ວເນບູກາເນັດຊາກໍໄດ້ໃຫ້ເຂົາເຈາະໜ່ວຍຕາເຊເດກີຢາ, ລ່າມໂສ້ເພິ່ນໄວ້ ແລະນຳເພິ່ນໄປສູ່ນະຄອນບາບີໂລນ. ເຈົ້າເນບູກາເນັດຊາທຳລາຍພຣະວິຫານ ( ຢມຢ 52:12-33 ) 8 ໃນວັນທີເຈັດ ເດືອນຫ້າ ຂອງປີທີສິບເກົ້າ ໃນຣາຊການຂອງກະສັດເນບູກາເນັດຊາແຫ່ງບາບີໂລນ ເນບູຊາຣາດານຜູ້ເປັນທີ່ປຶກສາ ແລະຜູ້ບັນຊາການກອງທັບຂອງເພິ່ນ ໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ. 9 ລາວໄດ້ຈູດວິຫານຂອງພຣະເຈົ້າຢາເວ, ຣາຊວັງ ແລະເຮືອນຂອງບຸກຄົນສຳຄັນຢູ່ໃນນະຄອນເຢຣູຊາເລັມ 10 ພວກທະຫານຂອງລາວໄດ້ຮື້ກຳແພງອ້ອມຮອບເຢຣູຊາເລັມລົງ. 11 ແລ້ວເນບູຊາຣາດານກໍຈັບປະຊາຊົນທີ່ຍັງເຫຼືອຄ້າງຢູ່ໃນເມືອງ, ພວກຄົນງານທີ່ມີຝີມືດີ ທີ່ຍັງເຫລືອຢູ່ ແລະພວກທີ່ມາຍິນຍອມຕໍ່ພວກບາບີໂລນ ໄປເປັນຊະເລີຍທີ່ບາບີໂລນ; 12 ແຕ່ເພິ່ນໄດ້ປະຄົນຍາກຈົນທີ່ສຸດບາງຄົນໄວ້ ຄືພວກທີ່ບໍ່ມີໄຮ່ນາໃນຢູດາຍ ແລະໃຫ້ພວກເຂົາເຮັດສວນອະງຸ່ນ ແລະເຮັດນາ. 13 ຊາວບາບີໂລນໄດ້ທັບເສົາທອງສຳຣິດ ແລະລົດລໍ້ໃນວິຫານຂອງພຣະເຈົ້າຢາເວອອກເປັນປ່ຽງໆ ພ້ອມທັງຂັນໃຫຍ່ທອງສຳຣິດໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາກໍຂົນເອົາທອງສຳຣິດທັງໝົດໄປທີ່ນະຄອນບາບີໂລນ. 14 ພວກເຂົາຍັງຂົນເອົາສິ່ງເຫຼົ່ານີ້ໄປນຳເຊັ່ນ: ຊວ້ານ, ກ່ອງໃສ່ຂີ້ເຖົ່າໄຟທີ່ໃຊ້ທຳຄວາມສະອາດແທ່ນບູຊາ, ມີດຕັດໄສ້ຕະກຽງ, ຖ້ວຍໃຊ້ໂຕ່ງເລືອດຈາກແທ່ນບູຊາ, ຖ້ວຍສຳລັບເຜົາເຄື່ອງຫອມ ແລະເຄື່ອງທອງສຳຣິດທຸກອັນທີ່ໃຊ້ໃນພິທິການທີ່ພຣະວິຫານ. 15 ພວກເຂົາໄດ້ຂົນເອົາທຸກສິ່ງທີ່ເຮັດດ້ວຍເງິນ ພ້ອມທັງຖ້ວຍນ້ອຍ ແລະໝໍ້ໃສ່ຖ່ານໄຟໄປດ້ວຍ. 16 ເຄື່ອງທອງສຳຣິດທີ່ກະສັດໂຊໂລໂມນໄດ້ເຮັດໄວ້ໃນວິຫານຂອງພຣະເຈົ້າຢາເວ ມີດັ່ງນີ້: ເສົາສອງຕົ້ນ, ລົດລໍ້, ອ່າງໃຫຍ່ ແລະເຄື່ອງເຫຼົ່ານີ້ໜັກຫລາຍເກີນກວ່າທີ່ຈະຊັ່ງໄດ້. 17 ເສົາສອງຕົ້ນທີ່ຄືກັນ, ແຕ່ລະຕົ້ນສູງແປດແມັດ ຊຶ່ງມີຫົວເສົາເປັນທອງສຳຣິດສູງໜຶ່ງແມັດສາມສິບເຊັນ ແຕ່ລະຍອດເສົາເປັນຮູບຕາໜ່າງທອງສຳຣິດອ້ອມ ທີ່ເຮັດດ້ວຍໝາກພິລາທອງສຳຣິດ. ຊາວຢູດາຖືກຈັບໄປບາບີໂລນ ( ຢມຢ 52:24-27 ) 18 ນອກຈາກນີ້ແລ້ວ ເນບູຊາຣາດານຜູ້ບັນຊາການທະຫານ ກໍໄດ້ຈັບເອົາຄົນໄປເປັນຊະເລີຍເຊັ່ນ: ຫົວໜ້າມະຫາປະໂຣຫິດເສຣາອີຢາ, ເຊຟານີຢາຮອງມະຫາປະໂຣຫິດ ແລະຂ້າຣາຊການຜູ້ສຳຄັນຂອງພຣະວິຫານສາມຄົນ. 19 ສ່ວນພາຍໃນເມືອງນັ້ນ ເພິ່ນຈັບເອົານາຍທະຫານທີ່ເຄີຍບັນຊາການກອງທັບ ທີ່ປຶກສາສ່ວນຕົວຂອງກະສັດຫ້າຄົນທີ່ຍັງຢູ່ໃນເມືອງ, ຮອງຜູ້ບັນຊາການທີ່ຮັບຜິດຊອບບັນທຶກລາຍງານການທະຫານ ແລະຄົນສຳຄັນອື່ນໆອີກຫົກສິບຄົນ. 20 ເນບູຊາຣາດານໄດ້ຈັບພວກເຂົາໄປຫາກະສັດແຫ່ງບາບີໂລນທີ່ເມືອງຣິບລາ 21 ໃນຂົງເຂດຮາມັດ. ກະສັດໄດ້ຂ້ຽນຕີພວກເຂົາ ແລະຂ້າພວກເຂົາເສຍໃນທີ່ນັ້ນ. ດັ່ງນັ້ນ ປະຊາຊົນຊາວຢູດາຈຶ່ງໄດ້ຖືກກວາດລ້າງອອກຈາກດິນແດນຂອງພວກຕົນໄປເປັນຊະເລີຍໃນຕ່າງຖິ່ນ. ເກດາລີຢາຂຶ້ນເປັນຜູ້ປົກຄອງແຂວງຢູດາຍ ( ຢມຢ 40:7-9 ; 41:1-3 ) 22 ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ແຕ່ງຕັ້ງເກດາລີຢາລູກຊາຍຂອງອາຮີກຳແລະຫລານຊາຍຂອງຊາຟານ ໃຫ້ຂຶ້ນເປັນຜູ້ປົກຄອງແຂວງຢູດາຍ; ແລະໄດ້ໃຫ້ເພິ່ນເປັນຜູ້ຮັບຜິດຊອບທຸກຄົນທີ່ບໍ່ໄດ້ຖືກຈັບໄປບາບີໂລນ. 23 ເມື່ອພວກນາຍທະຫານ ແລະພົນທະຫານຢູດາທີ່ບໍ່ໄດ້ຍອມຈຳນົນ ໄດ້ຍິນເຖິງເລື່ອງນີ້ ພວກເຂົາກໍໄປສົມທົບກັບເກດາລີຢາທີ່ເມືອງມີຊະປາ. ພວກນາຍທະຫານນີ້ມີດັ່ງນີ້: ອິດຊະມາເອນລູກຊາຍຂອງເນທານີຢາ, ໂຢຮານານລູກຊາຍຂອງກາເຣຢາ, ເສຣາອີຢາລູກຊາຍຂອງຕັນຮູເມັດຊາວເມືອງເນໂຕຟາ ແລະຢາອາຊານີຢາ ຊາວເມືອງມາອາກາ. 24 ເກດາລີຢາໄດ້ກ່າວຕໍ່ພວກເຫຼົ່ານີ້ວ່າ, “ເຮົາຂໍບອກພວກທ່ານວ່າ ພວກທ່ານບໍ່ຕ້ອງຢ້ານພວກຂ້າຣາຊການຊາວການເດອານດອກ. ຈົ່ງຕັ້ງຫຼັກແຫຼ່ງຢູ່ໃນດິນແດນນີ້ຮັບໃຊ້ກະສັດບາບີໂລນ ແລະທຸກສິ່ງກໍຈະເປັນໄປດ້ວຍດີສຳລັບພວກທ່ານ.” 25 ແຕ່ໃນເດືອນທີເຈັດຂອງປີນັ້ນ ອິດຊະມາເອນລູກຊາຍຂອງເນທານີຢາ ແລະຫລານຊາຍຂອງເອລີຊາມາ ຜູ້ທີ່ເປັນເຊື້ອສາຍຂອງກະສັດພ້ອມທັງທະຫານສິບຄົນໄດ້ເຂົ້າໄປໃນເມືອງມີຊະປາ ແລະໂຈມຕີເກດາລີຢາແລ້ວຂ້າເພິ່ນເສຍ. ລາວຍັງໄດ້ຂ້າຊາວອິດສະຣາເອນແລະຊາວບາບີໂລນທີ່ຢູ່ໃນບ່ອນນັ້ນດ້ວຍ. 26 ຊາວອິດສະຣາເອນທັງໝົດກັບຄົນຮັ່ງມີ ແລະຄົນທຸກຈົນ ພ້ອມທັງພວກນາຍທະຫານຕ່າງກໍປົບໜີໄປປະເທດເອຢິບ ເພາະຢ້ານຊາວບາບີໂລນ. ກະສັດເຢໂຮຍອາກິນໄດ້ຮັບການປົດປ່ອຍ ( ຢມຢ 52:31-34 ) 27 ໃນປີທີ່ເຈົ້າເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນນັ້ນ ເພິ່ນໄດ້ສະແດງຄວາມເມດຕາຕໍ່ເຈົ້າເຢໂຮຍອາກິນກະສັດແຫ່ງຢູດາຍ ໂດຍປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ໄດ້ເກີດຂຶ້ນໃນວັນທີຊາວເຈັດຂອງເດືອນສິບສອງ ໃນປີທີສາມສິບເຈັດ ຫລັງຈາກທີ່ກະສັດເຢໂຮຍອາກິນຖືກຈັບໄປເປັນຊະເລີຍ. 28 ກະສັດເອວິນເມໂຣດັກໄດ້ປະຕິບັດຕໍ່ເພິ່ນເປັນຢ່າງດີ ແລະໃຫ້ເພິ່ນມີຕຳແໜ່ງອັນມີກຽດໃຫຍ່ກວ່າກະສັດອື່ນໆ ທີ່ຕົກເປັນຊະເລີຍພ້ອມກັບເພິ່ນໃນບາບີໂລນ. 29 ດັ່ງນັ້ນ ກະສັດເຢໂຮຍອາກິນຈຶ່ງໄດ້ຮັບອະນຸຍາດໃຫ້ປ່ຽນເຄື່ອງນຸ່ງນັກໂທດ ແລະໃຫ້ຮັບປະທານອາຫານຮ່ວມໂຕະກັບກະສັດຕະຫລອດຊົ່ວຊີວິດຂອງເພິ່ນ. 30 ແຕ່ລະວັນ ຕະຫລອດຊົ່ວຊີວິດ ເພິ່ນໄດ້ຮັບເງິນເບ້ຍລ້ຽງເປັນປະຈຳ ຕາມຄວາມຕ້ອງການ. |
@ 2012 United Bible Societies. All Rights Reserved.