2 ກະສັດ 11 - ພຣະຄຳພີສັກສິຣາຊີນີອາທາລີຢາແຫ່ງຢູດາຍ ( 2 ຂຄ 22:10–23:15 ) 1 ເມື່ອອາທາລີຢາແມ່ຂອງກະສັດອາຮາຊີຢາຮູ້ວ່າລູກຊາຍຂອງຕົນຖືກຂ້າ; ຍານາງຈຶ່ງອອກຄຳສັ່ງປະຫານເຊື້ອວົງຂອງກະສັດທຸກຄົນ. 2 ແຕ່ໂຢອາດ ລູກຊາຍຂອງກະສັດອາຮາຊີຢາປົບໜີໄປໄດ້. ລາວເກືອບຖືກຂ້າພ້ອມກັບພວກອື່ນໆ, ແຕ່ເຢໂຮເຊບາ ປ້າຂອງລາວຊ່ວຍຊີວິດລາວໄວ້ໄດ້. ເຢໂຮເຊບາເປັນລູກສາວຂອງກະສັດໂຢຣາມ ແລະເປັນນ້ອງຕ່າງແມ່ຂອງກະສັດອາຮາຊີຢາ. ນາງເຢໂຮເຊບາໄດ້ພາໂຢອາດກັບແມ່ລ້ຽງຂອງລາວເຂົ້າໄປໃນຫ້ອງນອນທີ່ພຣະວິຫານ ແລະເຊື່ອງລາວໄວ້ຈາກຍານາງອາທາລີຢາເພື່ອວ່າລາວຈະບໍ່ໄດ້ຖືກຂ້າ. 3 ເຢໂຮເຊບາໄດ້ເປັນຜູ້ດູແລເບິ່ງແຍງໂຢອາດ ແລະເຊື່ອງລາວໄວ້ຢູ່ໃນວິຫານຂອງພຣະເຈົ້າຢາເວເປັນເວລາຫົກປີ ໃນໄລຍະທີ່ຍານາງອາທາລີຢາເປັນຣາຊີນີປົກຄອງຢູ່ນັ້ນ. 4 ແຕ່ໃນປີທີເຈັດ ປະໂຣຫິດເຢໂຮຍອາດາໄດ້ສົ່ງຄົນໄປນຳເອົາພວກນາຍທະຫານທີ່ຮັບຜິດຊອບຄົນຍາມປະຈຳກະສັດ ແລະນາຍຍາມປະຈຳວັງໃຫ້ມາທີ່ວິຫານຂອງພຣະເຈົ້າຢາເວ. ເພິ່ນໄດ້ເຮັດພັນທະສັນຍາກັບພວກເຂົາໂດຍໃຫ້ສາບານທີ່ວິຫານຂອງພຣະເຈົ້າຢາເວວ່າ ຈະເຮັດຕາມແຜນທີ່ເພິ່ນວາງໄວ້. ເພິ່ນພາໂຢອາດ ລູກຊາຍຂອງກະສັດອາຮາຊີຢາ ອອກມາພົບພວກເຂົາ; 5 ແລະເພິ່ນໄດ້ໃຫ້ຄຳສັ່ງແກ່ພວກເຂົາດັ່ງນີ້: “ເມື່ອພວກທ່ານມາປະຕິບັດໜ້າທີ່ໃນວັນຊະບາໂຕ, ໃຫ້ຄົນໜຶ່ງສ່ວນສາມໃນພວກທ່ານເຝົ້າຍາມຣາຊວັງ; 6 ໃຫ້ສ່ວນໜຶ່ງຢືນຍາມປະຕູເມືອງສູເຣ ແລະໃຫ້ສ່ວນທີສາມຢືນເຝົ້າປະຕູເມືອງ ທາງດ້ານຫລັງຂອງພວກທະຫານຍາມອື່ນໆ. 7 ສ່ວນສອງໝວດທີ່ອອກຈາກເວນຍາມໃນວັນຊະບາໂຕ ໃຫ້ຢືນຍາມທີ່ວິຫານຂອງພຣະເຈົ້າຢາເວເພື່ອປ້ອງກັນກະສັດ. 8 ພວກທ່ານຈົ່ງປ້ອງກັນຮັກສາກະສັດໂຢອາດ, ຕຽມດາບອອກຈາກຝັກ ແລະໃຫ້ຢູ່ກັບເພິ່ນໃນທຸກທີ່ທຸກບ່ອນທີ່ເພິ່ນໄປ. ຜູ້ໃດຜູ້ໜຶ່ງທີ່ເຂົ້າມາໃກ້ ໃຫ້ຂ້າຜູ້ນັ້ນໂລດ.” 9 ພວກນາຍທະຫານໄດ້ປະຕິບັດຕາມຄຳແນະນຳຂອງເຢໂຮຍອາດາ ແລະນຳເອົາພວກທະຫານມາຫາເພິ່ນ ຄືພວກທະຫານທີ່ອອກຈາກເວນຍາມໃນວັນຊະບາໂຕ ແລະພວກທະຫານທີ່ເຂົ້າເວນຍາມ. 10 ເຢໂຮຍອາດາໄດ້ເອົາຫອກຫລາຍດວງ ແລະໂລ້ຕ້ານທານຂອງກະສັດດາວິດທີ່ໄດ້ເກັບຮັກສາໄວ້ໃນວິຫານຂອງພຣະເຈົ້າຢາເວນັ້ນ ມອບໃຫ້ພວກນາຍທະຫານ. 11 ເພິ່ນໄດ້ວາງທະຫານທີ່ຖືດາບຕຽມພ້ອມໄວ້ອ້ອມທາງໜ້າພຣະວິຫານ ເພື່ອປ້ອງກັນກະສັດ. 12 ແລ້ວເຢໂຮຍອາດາກໍພາໂຢອາດອອກມາ, ສວມມົງກຸດໃສ່ຫົວໃຫ້ເພິ່ນ ແລະມອບກົດບັນຍັດການປົກຄອງ ຊຶ່ງເປັນເອກະສານສະແດງເຖິງຕຳແໜ່ງຂອງກະສັດໃຫ້ເພິ່ນ. ໂຢອາດໄດ້ຮັບການຫົດສົງແຕ່ງຕັ້ງໃຫ້ເປັນກະສັດ. ປະຊາຊົນພາກັນຕົບມື ແລະຮ້ອງໂຮຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ.” 13 ເມື່ອຣາຊີນີໄດ້ຍິນສຽງຂອງພວກທະຫານ ແລະປະຊາຊົນ, ຍານາງກໍຟ້າວໄປທີ່ວິຫານຂອງພຣະເຈົ້າຢາເວ ບ່ອນທີ່ປະຊາຊົນກຳລັງຊຸມນຸມກັນຢູ່. 14 ຍານາງຫລຽວເຫັນກະສັດຄົນໃໝ່ຢືນໃກ້ເສົາທາງເຂົ້າພຣະວິຫານ ຕາມທຳນຽມທີ່ມີມາ. ພວກນາຍທະຫານ ແລະພວກເປົ່າແກໄດ້ອ້ອມກະສັດໄວ້ ແລະປະຊາຊົນຕ່າງກໍຮ້ອງໂຮດ້ວຍຄວາມຊົມຊື່ນຍິນດີ ແລະທັງເປົ່າແກສຽງດັງສະໜັ່ນ. ຍານາງອາທາລີຢາໄດ້ຈີກເສື້ອຂອງຕົນດ້ວຍຄວາມທຸກໃຈຢ່າງໜັກ ແລະຮ້ອງຂຶ້ນວ່າ, “ພວກກະບົດ ພວກກະບົດ.” 15 ເຢໂຮຍອາດາບໍ່ຢາກໃຫ້ຍານາງອາທາລີຢາຖືກຂ້າຢູ່ໃນບໍລິເວນວິຫານຂອງພຣະເຈົ້າຢາເວ ສະນັ້ນ ເພິ່ນຈຶ່ງບອກພວກນາຍທະຫານວ່າ, “ພານາງຜ່ານແຖວທະຫານຍາມອອກໄປ ແລະໃຫ້ຂ້າທຸກຄົນທີ່ພະຍາຍາມຊ່ວຍກູ້ເອົານາງໄວ້.” 16 ພວກເຂົາໄດ້ຈັບເອົານາງພາໄປທີ່ຣາຊວັງ ແລະຂ້ານາງເສຍທີ່ປະຕູຄອກມ້າ. ເຢໂຮຍອາດາປະຕິຮູບການປົກຄອງ ( 2 ຂຄ 23:16-21 ) 17 ປະໂຣຫິດເຢໂຮຍອາດາໄດ້ໃຫ້ກະສັດໂຢອາດແລະປະຊາຊົນເຮັດພັນທະສັນຍາຕໍ່ພຣະເຈົ້າຢາເວວ່າ ພວກຕົນຈະເປັນປະຊາຊົນຂອງພຣະເຈົ້າຢາເວ; ເພິ່ນຍັງໄດ້ເຮັດພັນທະສັນຍາລະຫວ່າງກະສັດແລະປະຊາຊົນ. 18 ແລ້ວປະຊາຊົນກໍໄປມ້າງວິຫານພະບາອານຖິ້ມ; ພວກເຂົາທຸບແທ່ນບູຊາ ແລະຮູບເຄົາຣົບ ພ້ອມທັງໄດ້ຂ້າມັດຕານ ປະໂຣຫິດພະບາອານຕໍ່ໜ້າແທ່ນບູຊາ. ຕໍ່ມາ ເຢໂຮຍອາດາກໍຈັດໃຫ້ມີທະຫານຍາມປະຈຳໜ້າທີ່ຢູ່ໃນວິຫານຂອງພຣະເຈົ້າຢາເວ, 19 ແລ້ວເພິ່ນເອງພ້ອມທັງບັນດານາຍທະຫານ, ນາຍຍາມປະຈຳຕົວກະສັດ ແລະພວກນາຍຍາມປະຈຳວັງ ກໍໄດ້ແຫ່ກະສັດອອກຈາກວິຫານຂອງພຣະເຈົ້າຢາເວໄປສູ່ຣາຊວັງ ຕິດຕາມໄປດ້ວຍປະຊາຊົນ. ເຈົ້າໂຢອາດຜ່ານໄປທາງປະຕູທີ່ມີທະຫານຍາມ ແລະຂຶ້ນນັ່ງເທິງບັນລັງຂອງກະສັດ. 20 ປະຊາຊົນທຸກຄົນຕ່າງກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະນະຄອນເຢຣູຊາເລັມກໍມີຄວາມສະຫງົບສຸກ ສ່ວນຍານາງອາທາລີຢານັ້ນໄດ້ຖືກຂ້າໃນຣາຊວັງ. 21 ເຈົ້າໂຢອາດຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ເຈັດປີ. |
@ 2012 United Bible Societies. All Rights Reserved.