Online Bible

- Reklamy -

2 ຂ່າວຄາວ 36 - ພຣະຄຳພີສັກສິ


ກະສັດ​ເຢໂຮອາຮາດ​ແຫ່ງ​ຢູດາຍ
( 2 ກສ 23:30-35 )

1 ປະຊາຊົນ​ຊາວ​ຢູດາຍ​ໄດ້​ເລືອກ​ເຈົ້າ​ເຢໂຮອາຮາດ​ລູກຊາຍ​ຂອງ​ກະສັດ​ໂຢສີຢາ​ໂດຍ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເພິ່ນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ໃນ​ນະຄອນ​ເຢຣູຊາເລັມ.

2 ເມື່ອ​ເຈົ້າ​ເຢໂຮອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ນັ້ນ ເພິ່ນ​ອາຍຸ​ຊາວສາມ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ພຽງ​ສາມ​ເດືອນ.

3 ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ ແລະ​ບັງຄັບ​ໃຫ້​ຢູດາ​ຈ່າຍ​ເງິນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ ຄຳ ສາມສິບສີ່​ກິໂລກຼາມ ເປັນ​ຄ່າ​ໜີ້ສິນ.

4 ກະສັດ​ແຫ່ງ​ເອຢິບ​ໄດ້​ແຕ່ງຕັ້ງ​ເຈົ້າ​ເອລີອາກິມ ນ້ອງຊາຍ​ຂອງ​ເຢໂຮອາຮາດ​ໃຫ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ ໂດຍ​ປ່ຽນ​ຊື່​ໃໝ່​ໃຫ້​ເພິ່ນ​ວ່າ ເຢໂຮຍອາກິມ. ສ່ວນ​ເຢໂຮອາຮາດ​ນັ້ນ​ໄດ້​ຖືກ​ເນໂກ​ນຳ​ຕົວ​ໄປ​ທີ່​ເອຢິບ.


ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ
( 2 ກສ 23:36–24:7 )

5 ເຈົ້າ​ເຢໂຮຍອາກິມ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.

6 ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ຮຸກຮານ​ຢູດາຍ, ຈັບ​ເຢໂຮຍອາກິມ ແລະ​ລ່າມໂສ້​ເພິ່ນ​ນຳ​ໄປ​ສູ່​ບາບີໂລນ.

7 ເນບູ​ກາດເນັດຊາ​ໄດ້​ນຳ​ຊັບສົມບັດ​ບາງສ່ວນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄປ​ໄວ້​ທີ່​ວັງ​ຂອງຕົນ​ໃນ​ນະຄອນ​ບາບີໂລນ.

8 ທຸກໆ​ສິ່ງ​ທີ່​ກະສັດ​ເຢໂຮຍອາກິມ​ໄດ້​ເຮັດ ລວມທັງ​ການ​ກະທຳ​ອັນ​ໜ້າກຽດ​ໜ້າຊັງ ແລະ​ອັນ​ຊົ່ວຮ້າຍ​ຕ່າງໆ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ​ແລະ​ຢູດາຍ. ເຈົ້າ​ເຢໂຮຍອາກິນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ປົກຄອງ​ແທນ.


ກະສັດ​ເຢໂຮຍອາກິນ​ແຫ່ງ​ຢູດາຍ
( 2 ກສ 24:8-17 )

9 ເຈົ້າ​ເຢໂຮຍອາກິນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ສິບແປດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສາມ​ເດືອນ​ກັບ​ສິບ​ວັນ. ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.

10 ເມື່ອ​ຮອດ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາເນັດຊາ​ໄດ້​ນຳ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ພ້ອມທັງ​ນຳ​ຊັບສົມບັດ​ອັນມີຄ່າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ກ້ຽງ. ແລ້ວ​ເພິ່ນ​ກໍ​ແຕ່ງຕັ້ງ​ເຊເດກີຢາ ລູງ ຂອງ​ເຢໂຮຍອາກິນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ​ແລະ​ເຢຣູຊາເລັມ​ແທນ.


ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ
( 2 ກສ 24:18-20 ; ຢມຢ 52:1-3 (ກ))

11 ເຈົ້າ​ເຊເດກີຢາ​ເພິ່ນ​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວເອັດ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບເອັດ​ປີ.

12 ເພິ່ນ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ບໍ່​ຍອມ​ຖ່ອມໃຈ​ລົງ​ຕໍ່ໜ້າ​ຜູ້ທຳນວາຍ​ເຢເຣມີຢາ​ຜູ້​ທີ່​ໄດ້ກ່າວ​ຈາກ​ປາກ​ຂອງ​ພຣະເຈົ້າຢາເວ.


ນະຄອນ​ເຢຣູຊາເລັມ​ແຕກ
( 2 ກສ 25:1-21 ; ຢມຢ 52:3(ຂ)-11 )

13 ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູກາເນັດຊາ ຜູ້​ທີ່​ໄດ້​ບັງຄັບ​ເພິ່ນ​ໃຫ້​ສາບານ​ໂດຍ​ພຣະເຈົ້າ​ວ່າ​ຈະ​ຍອມ​ສັດຊື່. ເພິ່ນ​ດື້ດຶງ​ບໍ່ຍອມ​ກັບໃຈ​ໃໝ່ ແລະ​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

14 ນອກຈາກນີ້​ອີກ ບັນດາ​ຜູ້ນຳ​ຂອງ​ຢູດາຍ ບັນດາ​ປະໂຣຫິດ​ແລະ​ປະຊາຊົນ​ຕ່າງ​ກໍໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ຊົນຊາດ ທີ່​ອ້ອມຮອບ​ພວກເຂົາ​ນັ້ນ​ໂດຍ​ຂາບໄຫວ້​ຮູບເຄົາຣົບ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະອົງ​ເຮັດ​ໃຫ້​ສັກສິດ​ໃນ​ເຢຣູຊາເລັມ​ນັ້ນ​ເປັນ​ມົນທິນ.

15 ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ສືບຕໍ່​ໃຊ້​ຜູ້ທຳນວາຍ​ຫລາຍ​ຄົນ​ມາ​ເຕືອນ​ປະຊາຊົນ​ຂອງ​ພຣະອົງ ເພາະ​ພຣະອົງ​ບໍ່​ປະສົງ​ຈະ​ທຳລາຍ​ພວກເຂົາ ແລະ​ທີ່ສະຖິດ​ຂອງ​ພຣະອົງ.

16 ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.

17 ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ເອົາ​ກະສັດ​ແຫ່ງ​ບາບີໂລນ ມາ​ໂຈມຕີ​ພວກເຂົາ. ກະສັດ​ໄດ້​ຂ້າ​ຊາຍໜຸ່ມ​ຊາວ​ຢູດາ​ແມ່ນແຕ່​ໃນ​ວິຫານ​ແຫ່ງ​ສະຖານທີ່​ສັກສິດ​ຂອງ​ພວກເຂົາ. ເພິ່ນ​ບໍ່ໄດ້​ເມດຕາ​ຕໍ່​ຜູ້ໃດ​ຜູ້ໜຶ່ງ​ເລີຍ, ບໍ່​ວ່າ​ໜຸ່ມ​ຫລື​ແກ່, ຊາຍ​ຫລື​ຍິງ, ເຈັບປ່ວຍ​ຫລື​ຢູ່ດີ​ມີ​ແຮງ. ພຣະເຈົ້າ​ໄດ້​ມອບ​ພວກເຂົາ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ.

18 ກະສັດ​ແຫ່ງ​ບາບີໂລນ​ໄດ້​ປຸ້ນສະດົມ​ວິຫານ​ຂອງ​ພຣະເຈົ້າ, ຊັບສົມບັດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ກະສັດ​ຕະຫລອດ​ທັງ​ຂອງ​ພວກ​ຂ້າຣາຊການ ແລະ​ນຳ​ເອົາ​ສິ່ງຂອງ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.

19 ເພິ່ນ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າ​ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ, ຈູດ​ບັນດາ​ຣາຊວັງ​ທັງໝົດ​ແລະ​ທຳລາຍ​ຊັບສົມບັດ​ອັນມີຄ່າ​ໝົດກ້ຽງ.

20 ເພິ່ນ​ໄດ້​ນຳ​ພວກ​ທີ່​ລອດຊີວິດ​ໄປ​ສູ່​ນະຄອນ​ບາບີໂລນ ເພື່ອ​ເອົາ​ໄປ​ເປັນ​ທາດຮັບໃຊ້​ເພິ່ນ ແລະ​ເຊື້ອສາຍ​ຂອງ​ເພິ່ນ ຈົນ​ອານາຈັກ​ເປີເຊຍ​ຮຸ່ງເຮືອງ​ຂຶ້ນ.

21 ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ໄຊຣັດ​ສັ່ງ​ໃຫ້​ຊາວຢິວ​ກັບຄືນ
( ອຊຣ 1:1-4 )

22 ໃນ​ປີ​ທີ​ໜຶ່ງ ຊຶ່ງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ເຢເຣມີຢາ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ກະສັດ​ໄຊຣັດ​ອອກ​ຄຳສັ່ງ​ປະກາດ​ໄປ​ທົ່ວ​ທຸກໆ​ບ່ອນ​ໃນ​ອານາຈັກ​ຂອງເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:

23 “ນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ໄດ້​ມອບ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ​ໃຫ້​ຂ້າພະເຈົ້າ ແລະ​ໄດ້ສັ່ງ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ໃນ​ການ​ສ້າງ​ວິຫານ​ຂອງ​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່. ບັດນີ້ ພວກທ່ານ​ທັງໝົດ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ເອີຍ ຈົ່ງ​ໄປ​ທີ່​ນັ້ນ ແລະ​ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ສະຖິດ​ຢູ່​ກັບ​ພວກທ່ານ​ເທີ້ນ.”

@ 2012 United Bible Societies. All Rights Reserved.

Následuj nás:



Reklamy