Online Bible

- Reklamy -

2 ຂ່າວຄາວ 35 - ພຣະຄຳພີສັກສິ


ໂຢສີຢາ​ສະຫລອງ​ປັດສະຄາ
( 2 ກສ 23:21-23 )

1 ກະສັດ​ໂຢສີຢາ​ໄດ້​ສະຫລອງ​ປັດສະຄາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ; ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ, ເພິ່ນ​ໄດ້​ຂ້າ​ສັດ​ສຳລັບ​ການ​ສະຫລອງ.

2 ເພິ່ນ​ໄດ້​ມອບໝາຍ​ໜ້າທີ່​ໃຫ້​ພວກ​ປະໂຣຫິດ​ຜູ້​ທີ່​ເຮັດ​ວຽກ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃຫ້​ກຳລັງໃຈ​ພວກເຂົາ​ເພື່ອ​ໃຫ້​ເຮັດ​ໄດ້​ດີ.

3 ເພິ່ນ​ຍັງ​ໄດ້​ແນະນຳ​ຊາວ​ເລວີ ຄູສອນ​ຂອງ​ຊາດ​ອິດສະຣາເອນ ຜູ້​ທີ່​ໄດ້​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ແກ່​ພຣະເຈົ້າຢາເວ​ວ່າ, “ຈົ່ງ​ເອົາ​ຫີບ​ອັນ​ບໍຣິສຸດ​ເຂົ້າ​ໄປ​ໄວ້​ໃນ​ວິຫານ​ທີ່​ເຈົ້າ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ສ້າງ​ຂຶ້ນ. ພວກເຈົ້າ​ບໍ່​ຕ້ອງ​ເອົາ​ໄປ​ທີ່ນັ້ນ​ທີ່ນີ້​ອີກ​ຕໍ່ໄປ, ແຕ່​ໃຫ້​ພວກເຈົ້າ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.

4 ຈົ່ງ​ເຂົ້າ​ໄປ​ປະຈຳ​ຕຳແໜ່ງ​ຂອງ​ພວກເຈົ້າ​ຢູ່​ໃນ​ວິຫານ​ເປັນ​ຕະກຸນ ຕາມ​ການ​ບັນທຶກ​ທີ່​ກະສັດ​ດາວິດ​ແຫ່ງ​ອິດສະຣາເອນ ແລະ​ການ​ບັນທຶກ​ທີ່​ກະສັດ​ໂຊໂລໂມນ ລູກຊາຍ​ຂອງ​ເພິ່ນ;

5 ແລະ​ຈົ່ງ​ຕຽມການ​ພວກເຈົ້າ​ຢູ່​ໃນ​ສະຖານທີ່​ສັກສິດ ເພື່ອ​ວ່າ​ພວກເຈົ້າ​ບາງຄົນ​ຈະ​ໄດ້​ມີ​ໂອກາດ ຊ່ວຍ​ແຕ່ລະ​ຄອບຄົວ​ຂອງ​ຊາວ​ອິດສະຣາເອນ.

6 ໃຫ້​ພວກເຈົ້າ​ຂ້າ​ລູກແກະ​ແລະ​ລູກ​ແບ້ເຖິກ​ສຳລັບ​ປັດສະຄາ. ບັດນີ້ ຈົ່ງ​ເຮັດ​ພິທີ​ຊຳລະ​ພວກເຈົ້າ​ເອງ​ໃຫ້​ໝົດ​ມົນທິນ ແລະ​ຈົ່ງ​ຕຽມ​ເຄື່ອງ​ເຜົາບູຊາ ເພື່ອ​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ຈະ​ເຮັດ​ຕາມ​ຄຳແນະນຳ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ​ນັ້ນ.”

7 ເພື່ອ​ໃຫ້​ປະຊາຊົນ​ໃຊ້​ສຳລັບ​ສະຫລອງ​ປັດສະຄາ ກະສັດ​ໂຢສີຢາ​ໄດ້​ບໍລິຈາກ​ສັດ​ຈາກ​ຝູງສັດ​ຂອງ​ເພິ່ນ ມີ​ດັ່ງນີ້: ລູກແກະ​ແລະ​ລູກ​ແບ້ເຖິກ​ສາມສິບພັນ​ໂຕ ແລະ​ງົວເຖິກ​ສາມພັນ​ໂຕ.

8 ສ່ວນ​ຂ້າຣາຊການ​ຂອງ​ເພິ່ນ​ກໍ​ຍັງ​ໄດ້​ບໍລິຈາກ​ໃຫ້​ປະຊາຊົນ, ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ໄດ້​ໃຊ້​ດ້ວຍ. ສຳລັບ​ຂ້າຣາຊການ​ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້: ມະຫາ​ປະໂຣຫິດ​ຮິນກີຢາ, ເຊກາຣີຢາ ແລະ​ເຢຮີເອນ ກໍໄດ້​ບໍລິຈາກ​ລູກແກະ​ກັບ​ລູກ​ແບ້ເຖິກ​ສອງພັນ​ຫົກຮ້ອຍ​ໂຕ ແລະ​ງົວເຖິກ​ສາມຮ້ອຍ​ໂຕ ເພື່ອ​ເຜົາບູຊາ​ໃນ​ການ​ສະຫລອງ​ນັ້ນ.

9 ບັນດາ​ຜູ້ນຳ​ຂອງ​ຊາວ​ເລວີ ມີ​ດັ່ງນີ້: ໂກນານີຢາ, ເຊມາອີຢາ ແລະ​ເນທາເນນ​ນ້ອງຊາຍ​ຂອງຕົນ, ຮາຊາບີຢາ, ເຢອີເອນ ແລະ​ໂຢຊາບັດ ກໍໄດ້​ບໍລິຈາກ​ລູກແກະ​ກັບ​ລູກ​ແບ້​ຫ້າພັນ​ໂຕ ແລະ​ງົວເຖິກ​ຫ້າຮ້ອຍ​ໂຕ ໃຫ້​ຊາວ​ເລວີ​ເຜົາ​ຖວາຍບູຊາ.

10 ເມື່ອ​ໄດ້​ຕຽມ​ທຸກສິ່ງ​ສຳລັບ​ປັດສະຄາ​ແລ້ວ ປະໂຣຫິດ​ແລະ​ຊາວ​ເລວີ​ກໍໄດ້​ເຂົ້າ​ປະຈຳ​ໜ້າທີ່​ຂອງ​ໃຜ​ລາວ ຕາມ​ຄຳສັ່ງ​ຂອງ​ກະສັດ.

11 ຫລັງຈາກ​ທີ່​ໄດ້​ຂ້າ​ລູກແກະ​ແລະ​ລູກ​ແບ້ເຖິກ​ແລ້ວ ຊາວ​ເລວີ​ກໍໄດ້​ລອກ​ໜັງ​ສັດ​ອອກ ແລະ​ປະໂຣຫິດ​ໄດ້​ຊິດ​ເລືອດ​ສັດ​ນັ້ນ​ໃສ່​ເທິງ​ແທ່ນບູຊາ.

12 ແລ້ວ​ພວກເຂົາ​ກໍ​ແບ່ງ​ປະຊາຊົນ​ອອກ​ເປັນ​ໝວດ​ຕາມ​ຄອບຄົວ ແລະ​ເອົາ​ສັດ​ທີ່​ຈະ​ເປັນ​ເຄື່ອງ​ບູຊາ​ນັ້ນ​ຢາຍ​ໃຫ້ ເພື່ອ​ເຂົາ​ຈະ​ໄດ້​ຖວາຍ​ແດ່​ພຣະເຈົ້າຢາເວ ຕາມ​ທີ່​ໄດ້ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ.

13 ຊາວ​ເລວີ​ປີ້ງ​ເຄື່ອງ​ເຜົາບູຊາ​ຂອງ​ປັດສະຄາ​ຕາມ​ກົດລະບຽບ ແລະ​ຕົ້ມ​ເຄື່ອງ​ບູຊາ​ອັນ​ບໍຣິສຸດ​ໃນ​ໝໍ້, ໃນ​ກາ​ນໍ້າ ແລະ​ໃນ​ໝໍ້ຂາງ ແລະ​ຟ້າວ​ຢາຍ​ຊີ້ນ​ນັ້ນ​ໃຫ້​ປະຊາຊົນ.

14 ຫລັງຈາກ​ຢາຍ​ແລ້ວ ຊາວ​ເລວີ​ກໍໄດ້​ຈັດຕຽມ​ຊີ້ນ​ສຳລັບ​ຕົນ ແລະ​ສຳລັບ​ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ຈາກ​ອາໂຣນ. ສຳລັບ​ພວກ​ປະໂຣຫິດ​ແລ້ວ ພວກເຂົາ​ຫຍຸ້ງ​ຢູ່​ກັບ​ວຽກ​ນີ້​ຈົນຮອດ​ກາງຄືນ ໂດຍ​ເຜົາ​ສັດ​ທັງ​ໂຕ ແລະ​ໄຂມັນ​ເປັນ​ເຄື່ອງ​ບູຊາ.

15 ຕາມ​ຄຳສັ່ງ​ຂອງ​ກະສັດ​ດາວິດ ນັກດົນຕຼີ​ຊາວ​ເລວີ​ໃນ​ຕະກຸນ​ອາສັບ ຕ່າງ​ກໍ​ເຂົ້າ​ປະຈຳ​ທີ່​ຂອງຕົນ ມີ​ດັ່ງນີ້: ອາສັບ, ເຮມານ ແລະ​ເຢດູທູນ ຜູ້ທຳນວາຍ​ປະຈຳ​ກະສັດ. ຜູ້ເຝົ້າຍາມ​ປະຕູ​ພຣະວິຫານ​ກໍ​ບໍ່ໄດ້​ປະລະ​ໜ້າທີ່​ຂອງຕົນ ເພາະ​ຊາວ​ເລວີ​ຄົນອື່ນໆ​ໄດ້​ຈັດຕຽມ​ປັດສະຄາ​ເພື່ອ​ພວກ​ຕົນ.

16 ສະນັ້ນ ຕາມ​ຄຳສັ່ງ​ຂອງ​ກະສັດ​ໂຢສີຢາ ໃນ​ມື້​ນັ້ນ ທຸກສິ່ງ​ທີ່​ເຮັດ​ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ ເຊັ່ນ: ຢຶດຖື​ພິທີ​ສະຫລອງ​ປັດສະຄາ ແລະ​ເຜົາ​ເຄື່ອງ​ຖວາຍບູຊາ​ທີ່​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ກໍ​ສຳເລັດ​ລົງ.

17 ປະຊາຊົນ​ທັງໝົດ​ທີ່​ໄດ້​ມາ​ທີ່​ນັ້ນ ຕ່າງ​ກໍ​ສະຫລອງ​ປັດສະຄາ ແລະ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ເປັນ​ເວລາ​ເຈັດ​ວັນ.

18 ນັບ​ມາ​ແຕ່​ສະໄໝ​ຂອງ​ຜູ້ທຳນວາຍ​ຊາມູເອນ ບໍ່ເຄີຍ​ໄດ້​ສະຫລອງ​ປັດສະຄາ​ເຊັ່ນ​ນີ້​ເລີຍ. ບໍ່ມີ​ກະສັດ​ຄົນ​ໃດ​ໃນ​ອະດີດ​ທີ່​ໄດ້​ສະຫລອງ​ປັດສະຄາ ດັ່ງ​ທີ່​ກະສັດ​ໂຢສີຢາ​ໄດ້​ສະຫລອງ ໂດຍ​ມີ​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ປະຊາຊົນ​ຊາວ​ຢູດາ​ຊາວ​ອິດສະຣາເອນ ແລະ​ຊາວ​ເຢຣູຊາເລັມ​ເປັນ​ຜູ້​ໃຫ້​ການ​ຮ່ວມໄມ້​ຮ່ວມມື.

19 ການ​ສະຫລອງ​ນີ້​ໄດ້​ຖືກ​ຈັດ​ຂຶ້ນ ໃນ​ຣາຊການ​ປີ​ທີ​ສິບແປດ ທີ່​ໂຢສີຢາ​ໄດ້​ປົກຄອງ.


ຣາຊການ​ຂອງ​ໂຢສີຢາ​ສິ້ນສຸດ​ລົງ
( 2 ກສ 23:28-30 )

20 ຫລັງຈາກ​ທີ່​ກະສັດ​ໂຢສີຢາ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ສຳລັບ​ພຣະວິຫານ​ແລ້ວ ກະສັດ​ເນໂກ​ແຫ່ງ​ເອຢິບ​ໄດ້​ຍົກທັບ​ມາ ເພື່ອ​ໂຈມຕີ​ເມືອງ​ກາກເກມິດ​ທີ່​ແມ່ນໍ້າ​ເອີຟຣັດ. ໂຢສີຢາ​ໄດ້​ພະຍາຍາມ​ຢັບຢັ້ງ​ເພິ່ນ​ໄວ້

21 ແຕ່​ເນໂກ​ໄດ້​ສົ່ງ​ສານ​ມາ​ຫາ​ໂຢສີຢາ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ກະສັດ​ແຫ່ງ​ຢູດາຍ​ເອີຍ ເສິກ​ທີ່​ຂ້າພະເຈົ້າ​ກຳລັງ​ເຮັດ​ຢູ່​ນີ້​ບໍ່​ກ່ຽວຂ້ອງ​ກັບ​ທ່ານ. ຂ້າພະເຈົ້າ​ບໍ່ໄດ້​ມາ​ຕໍ່ສູ້​ທ່ານ, ແຕ່​ມາ​ຕໍ່ສູ້​ເຫຼົ່າ​ສັດຕູ​ຂອງ​ຂ້າພະເຈົ້າ ເພາະ​ພຣະເຈົ້າ​ໄດ້​ບອກ​ຂ້າພະເຈົ້າ​ໃຫ້​ຮີບ​ລົງມື​ເຮັດ. ພຣະເຈົ້າ​ຢູ່​ຝ່າຍ​ຂ້າພະເຈົ້າ; ສະນັ້ນ ຢ່າ​ພະຍາຍາມ​ຂັດຂວາງ​ຂ້າພະເຈົ້າ​ເລີຍ ທ່ານ​ຢາກ​ໃຫ້​ພຣະອົງ​ທຳລາຍ​ທ່ານ​ບໍ?”

22 ແຕ່​ໂຢສີຢາ​ຕັ້ງໃຈ​ທີ່​ຈະ​ສູ້ຮົບ. ເພິ່ນ​ບໍ່​ຍອມ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ຜ່ານ​ທາງ​ກະສັດ​ເນໂກ; ດັ່ງນັ້ນ ເພິ່ນ​ຈຶ່ງ​ປອມຕົວ​ເຂົ້າ​ສູ້ຮົບ​ທີ່​ທົ່ງພຽງ​ຂອງ​ເມືອງ​ເມກິດໂດ.

23 ໃນ​ລະຫວ່າງ​ການ​ສູ້ຮົບ​ຢູ່​ນັ້ນ ກະສັດ​ໂຢສີຢາ​ໄດ້​ຖືກ​ລູກ​ໜ້າທະນູ​ຂອງ​ທະຫານ​ປະເທດ​ເອຢິບ. ເພິ່ນ​ໄດ້​ສັ່ງ​ທະຫານ​ທີ່​ຮັບໃຊ້​ຕົນ​ວ່າ, “ຈົ່ງ​ເອົາ​ເຮົາ​ໜີໄປ ເຮົາ​ເຈັບປວດ​ຫລາຍ”.

24 ພວກເຂົາ​ອູ້ມ​ເພິ່ນ​ອອກ​ຈາກ​ລົດຮົບ​ຂອງ​ເພິ່ນ ໄປ​ໃສ່​ລົດຮົບ​ຄັນ​ທີ​ສອງ​ໃນ​ທີ່ນັ້ນ ແລະ​ນຳ​ເພິ່ນ​ກັບ​ເມືອ​ສູ່​ນະຄອນ​ເຢຣູຊາເລັມ. ເພິ່ນ​ໄດ້​ຕາຍ​ໃນ​ທີ່​ນີ້​ແລະ​ໄດ້​ຖືກ​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ ແລະ​ນະຄອນ​ເຢຣູຊາເລັມ​ໄດ້​ໄວ້ທຸກ​ໃຫ້​ເພິ່ນ.

25 ຜູ້ທຳນວາຍ​ເຢເຣມີຢາ​ໄດ້​ປະພັນ​ບົດເພງ​ໄວ້​ອາໄລ​ອາວອນ​ສຳລັບ​ກະສັດ​ໂຢສີຢາ. ຕໍ່ມາ ໄດ້​ກາຍເປັນ​ປະເພນີ​ໃນ​ປະເທດ​ອິດສະຣາເອນ ທີ່​ທັງ​ຊາຍ​ແລະ​ຍິງ​ຈະ​ໃຊ້​ເພງ​ນີ້ ເມື່ອ​ພວກຕົນ​ໄວ້ທຸກ​ໃຫ້​ແກ່​ເພິ່ນ. ເພງ​ນີ້​ມີ​ຢູ່​ໃນ​ຊຸດ​ຂອງ​ເພງ​ອາໄລ​ອາວອນ.

26 ທຸກໆ​ສິ່ງ​ທີ່​ກະສັດ​ໂຢສີຢາ​ໄດ້​ເຮັດ​ເຊັ່ນ: ການ​ອຸທິດ​ຕົນ​ໃຫ້​ແກ່​ພຣະເຈົ້າຢາເວ, ການ​ທີ່​ເພິ່ນ​ເຊື່ອຟັງ​ກົດບັນຍັດ

27 ແລະ​ປະຫວັດ​ຕັ້ງແຕ່ຕົ້ນ​ຈົນ​ເພິ່ນ​ຕາຍໄປ, ທັງໝົດ​ນີ້​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ​ແລະ​ຢູດາຍ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy