2 ຂ່າວຄາວ 34 - ພຣະຄຳພີສັກສິກະສັດໂຢສີຢາແຫ່ງຢູດາຍ ( 2 ກສ 22:1-2 ) 1 ເຈົ້າໂຢສີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມສິບເອັດປີ. 2 ເພິ່ນໄດ້ເຮັດໃນສິ່ງທີ່ພຣະເຈົ້າຢາເວພໍພຣະໄທ ຄືເພິ່ນກະທຳຕາມແບບຢ່າງຂອງກະສັດດາວິດບັນພະບຸລຸດຂອງເພິ່ນ ໂດຍໄດ້ປະຕິບັດຕາມກົດບັນຍັດທັງໝົດຂອງພຣະເຈົ້າຢ່າງເຄັ່ງຄັດ. ໂຢສີຢາທຳລາຍບ່ອນຂາບໄຫວ້ຮູບເຄົາຣົບ 3 ໃນຣາຊການປີທີແປດທີ່ໂຢສີຢາເປັນກະສັດ ຄືໃນເວລາທີ່ເພິ່ນຍັງເປັນເດັກນ້ອຍຢູ່ນັ້ນ ເພິ່ນເລີ່ມຕົ້ນສະແຫວງຫາພຣະເຈົ້າຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ. ສີ່ປີຕໍ່ມາ ເພິ່ນເລີ່ມຕົ້ນທຳລາຍບ່ອນຂາບໄຫວ້ພະຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ແລະຮູບເຄົາຣົບອື່ນໆທັງໝົດ. 4 ໂດຍພາຍໃຕ້ການຊີ້ນຳຂອງກະສັດ ຄົນຂອງເພິ່ນໄດ້ທຳລາຍແທ່ນບູຊາທັງໝົດ ທີ່ເປັນບ່ອນຂາບໄຫວ້ພະບາອານຈົນໝຸ່ນທະລາຍ ແລະຮື້ແທ່ນເຜົາເຄື່ອງຫອມທີ່ຢູ່ໃກ້ນັ້ນລົງ. ພວກເຂົາໄດ້ບົດໃຫ້ໝຸ່ນຄື: ຮູບເຈົ້າແມ່ອາເຊຣາແລະຮູບເຄົາຣົບອື່ນໆທັງໝົດ; ແລ້ວກໍໂຮຍຂີ້ຝຸ່ນນັ້ນໃສ່ເທິງຂຸມຝັງສົບຂອງຄົນທີ່ຖືກເຜົາບູຊາໃຫ້ພະເຫຼົ່ານັ້ນ. 5 ເພິ່ນໄດ້ເຜົາກະດູກພວກປະໂຣຫິດຂອງຄົນບໍ່ນັບຖືພຣະເຈົ້າ ທີ່ເທິງແທ່ນບູຊາບ່ອນພວກເຂົາຂາບໄຫວ້. ເພິ່ນໄດ້ຊຳລະອານາຈັກຢູດາຍແລະນະຄອນເຢຣູຊາເລັມໃຫ້ໝົດສິ້ນມົນທິນ ໂດຍການເຮັດສິ່ງທັງໝົດນັ້ນ. 6 ເພິ່ນເຮັດເໝືອນກັນໃນເມືອງຕ່າງໆ ແລະໃນບໍລິເວນທີ່ຖືກທຳລາຍຂອງມານາເຊ, ເອຟຣາອິມ ແລະຊີເມໂອນ ແລະຈົນຮອດເໜືອສຸດຂອງເນັບທາລີ. 7 ທົ່ວເຂດແດນທາງພາກເໜືອຂອງອານາຈັກ ເພິ່ນໄດ້ທຳລາຍຈົນໝຸ່ນທະລາຍ ແທ່ນບູຊາທັງຫລາຍ ແລະສັນຍາລັກເຈົ້າແມ່ອາເຊຣາ, ບົດຮູບເຄົາຣົບໃຫ້ໝຸ່ນ ແລະທັບແທ່ນເຜົາເຄື່ອງຫອມໃຫ້ແຕກເປັນປ່ຽງໆ. ແລ້ວເພິ່ນກໍໄດ້ກັບຄືນມາທີ່ນະຄອນເຢຣູຊາເລັມ. ມະຫາປະໂຣຫິດພົບໜັງສືກົດບັນຍັດ ( 2 ກສ 22:3-20 ) 8 ໃນຣາຊການປີທີສິບແປດ ຫລັງຈາກທີ່ເພິ່ນໄດ້ຊຳລະດິນແດນ ແລະພຣະວິຫານ ໂດຍໃຫ້ຢຸດຂາບໄຫວ້ຕາມຢ່າງຄົນບໍ່ນັບຖືພຣະເຈົ້າແລ້ວ ກະສັດໂຢສີຢາໄດ້ສົ່ງສາມຄົນ ມີດັ່ງນີ້: ຊາຟານ ລູກຊາຍຂອງອາຊາລີຢາ, ມາອາເສອີຢາ ຜູ້ປົກຄອງນະຄອນເຢຣູຊາເລັມ ແລະໂຢອາ ລູກຊາຍຂອງໂຢອາຮາດຂ້າຣາຊການຊັ້ນສູງ ເພື່ອໄປສ້ອມແປງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ. 9 ເງິນຖວາຍທີ່ຊາວເລວີເກັບໃນວິຫານຂອງພຣະເຈົ້ານັ້ນ ແມ່ນໄດ້ຖືກມອບໃຫ້ມະຫາປະໂຣຫິດຮິນກີຢາ. (ເງິນນີ້ໄດ້ເກັບຈາກຊາວເອຟຣາອິມແລະມານາເຊ ລວມທັງປະຊາຊົນໃນອານາຈັກທາງພາກເໜືອ ແລະຈາກປະຊາຊົນຊາວຢູດາ ຄືຊາວເບັນຢາມິນ ແລະຊາວນະຄອນເຢຣູຊາເລັມ.) 10 ເງິນນີ້ໄດ້ຖືກສົ່ງໄປໃຫ້ຄົນເຮັດວຽກຊຶ່ງເປັນຜູ້ທີ່ດູແລວິຫານຂອງພຣະເຈົ້າຢາເວ ແລະຜູ້ທີ່ດູແລວິຫານຂອງພຣະເຈົ້າຢາເວ ກໍໄດ້ເອົາເງິນນີ້ໄປໃຫ້ 11 ຊ່າງໄມ້ ແລະຊ່າງກໍ່ ເພື່ອຊື້ຫີນແລະຊື້ໄມ້ສຳລັບສ້ອມແປງອາຄານ ທີ່ກະສັດຂອງຢູດາຍໄດ້ປ່ອຍໃຫ້ເພພັງລົງ. 12 ຄົນທີ່ໄດ້ເຮັດວຽກສ້ອມແປງລ້ວນແຕ່ເປັນຄົນສັດຊື່. ພວກເລວີສີ່ຄົນທີ່ເປັນຜູ້ຄວບຄຸມກວດກາວຽກງານ ມີດັ່ງນີ້: ຢາຮາດແລະໂອບາດີຢາຈາກຕະກຸນເມຣາຣີ, ເຊກາຣີຢາແລະເມຊຸນລຳຈາກຕະກຸນໂກຮາດ. (ຊາວເລວີກໍລ້ວນແລ້ວແຕ່ເປັນນັກດົນຕຼີທີ່ມີສີມືດີ.) 13 ຊາວເລວີຄົນອື່ນໆແມ່ນຮັບຜິດຊອບຂົນສົ່ງວັດສະດຸກໍ່ສ້າງ ແລະຄວບຄຸມຄົນງານໃນຂະແໜງວຽກຕ່າງໆທີ່ພວກເຂົາສັງກັດຢູ່; ສ່ວນຄົນອື່ນນັ້ນເປັນຜູ້ຮັກສາເອກະສານຫລືເຮັດໜ້າທີ່ເຝົ້າຍາມ. 14 ຂະນະທີ່ນຳເງິນອອກມາຈາກຄັງຂອງວິຫານຂອງພຣະເຈົ້າຢາເວນັ້ນ ປະໂຣຫິດຮິນກີຢາໄດ້ພົບໜັງສືກົດບັນຍັດຂອງພຣະເຈົ້າຢາເວ ເປັນກົດບັນຍັດທີ່ພຣະເຈົ້າໄດ້ມອບໃຫ້ແກ່ໂມເຊ. 15 ເພິ່ນໄດ້ກ່າວແກ່ຊາຟານວ່າ, “ເຮົາໄດ້ພົບໜັງສືກົດບັນຍັດນີ້ຢູ່ໃນວິຫານຂອງພຣະເຈົ້າຢາເວ.” ເພິ່ນໄດ້ມອບໜັງສືນັ້ນໃຫ້ຊາຟານ 16 ແລະຊາຟານກໍໄດ້ນຳໄປໃຫ້ກະສັດ. ລາວລາຍງານວ່າ, “ພວກຂ້ານ້ອຍປະຕິບັດທຸກສິ່ງສຳເລັດແລ້ວ ຕາມທີ່ທ່ານໄດ້ສັ່ງນັ້ນ. 17 ພວກຂ້ານ້ອຍໄດ້ເອົາເງິນທີ່ມ້ຽນໄວ້ໃນວິຫານຂອງພຣະເຈົ້າຢາເວ ໄປໃຫ້ພວກຜູ້ຄຸມງານແລະຄົນງານ.” 18 ແລ້ວລາວກໍເວົ້າຕື່ມວ່າ, “ຂ້ານ້ອຍໄດ້ຖືໜັງສືທີ່ປະໂຣຫິດຮິນກີຢາໄດ້ມອບໃຫ້ຂ້ານ້ອຍມານຳ.” ແລ້ວລາວກໍອ່ານໜັງສືນັ້ນດ້ວຍສຽງດັງສູ່ກະສັດຟັງ. 19 ເມື່ອກະສັດໄດ້ຍິນຊາຟານອ່ານໜັງສືນັ້ນສູ່ຟັງ ເພິ່ນຈຶ່ງຈີກເສື້ອຂອງຕົນຢ່າງເປັນທຸກໃຈ 20 ແລະໄດ້ໃຫ້ຄຳສັ່ງດັ່ງຕໍ່ໄປນີ້ແກ່ຮິນກີຢາ, ອາຮີກຳລູກຊາຍຂອງຊາຟານ, ອັບໂດນ ລູກຊາຍຂອງມີກາ, ຊາຟານເລຂາທິການ ແລະອາສາອີຢາຜູ້ລໍຮັບໃຊ້ປະຈຳກະສັດວ່າ, 21 “ຈົ່ງໄປປຶກສາພຣະເຈົ້າຢາເວເພື່ອເຮົາແລະປະຊາຊົນຜູ້ທີ່ຍັງເຫລືອຢູ່ໃນອານາຈັກອິດສະຣາເອນແລະຢູດາຍ ໂດຍໃຫ້ຖາມເບິ່ງເຖິງຖ້ອຍຄຳໃນໜັງສືນີ້. ພຣະເຈົ້າຢາເວໄດ້ໂກດຮ້າຍພວກເຮົາ ເພາະບັນພະບຸລຸດຂອງພວກເຮົາບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະບໍ່ໄດ້ປະຕິບັດຕາມຖ້ອຍຄຳທັງໝົດທີ່ພຣະອົງໄດ້ກ່າວໄວ້ໃນໜັງສືນີ້.” 22 ເພື່ອປະຕິບັດຕາມຄຳສັ່ງຂອງກະສັດ ຮິນກີຢາກັບຄົນອື່ນໆໄດ້ໄປປຶກສາຜູ້ທຳນວາຍຍິງຄົນໜຶ່ງຊື່ວ່າ ຮູນດາ. ນາງອາໄສຢູ່ເຂດສ້າງໃໝ່ຂອງນະຄອນເຢຣູຊາເລັມ. (ຊານລຸມຜົວຂອງນາງເປັນລູກຊາຍຂອງຕິກວາ ແລະຫລານຊາຍຂອງຮາກຮາ. ລາວເປັນຜູ້ຮັບຜິດຊອບເຄື່ອງນຸ່ງໃນພຣະວິຫານ.) ພວກເຂົາເລົ່າເລື່ອງທີ່ໄດ້ເກີດຂຶ້ນສູ່ນາງຟັງ 23 ແລະນາງໄດ້ບອກພວກເຂົາວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວຕໍ່ຜູ້ທີ່ສົ່ງພວກເຈົ້າມາຫາເຮົາວ່າ, 24 ພຣະເຈົ້າຢາເວ ກ່າວວ່າດັ່ງນີ້: “ເຮົາຈະລົງໂທດນະຄອນເຢຣູຊາເລັມ ແລະຊາວນະຄອນທັງໝົດດ້ວຍຄຳສາບແຊ່ງທີ່ມີຂຽນໄວ້ຢູ່ໃນໜັງສືນີ້ ທີ່ໄດ້ອ່ານຕໍ່ໜ້າກະສັດແຫ່ງຢູດາຍ. 25 ພວກເຂົາປະຖິ້ມເຮົາແລະໄປຖວາຍເຄື່ອງບູຊາໃຫ້ບັນດາພະອື່ນ ແລະເຮັດໃຫ້ເຮົາໂກດຮ້າຍຍ້ອນສິ່ງທັງໝົດທີ່ພວກເຂົາໄດ້ເຮັດ. ເຮົາໂກດຮ້າຍນະຄອນເຢຣູຊາເລັມຢ່າງບໍ່ມີມື້ສິ້ນສຸດ. 26 ສຳລັບກະສັດຢູດາຍທີ່ໄດ້ໃຊ້ພວກທ່ານໄປຖາມພຣະເຈົ້າຢາເວ ແລ້ວທ່ານທັງຫລາຍຈົ່ງກ່າວດັ່ງນີ້ວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້: ຍ້ອນເຈົ້າເຊື່ອຟັງໃນຖ້ອຍຄຳທັງຫລາຍທີ່ເຮົາໄດ້ຂຽນໄວ້ໃນໜັງສືນັ້ນ 27 ແລະເຈົ້າໄດ້ກັບໃຈໃໝ່ທັງຖ່ອມຕົວລົງຕໍ່ໜ້າເຮົາ ໂດຍຈີກເສື້ອຂອງເຈົ້າເອງແລະຮ້ອງໄຫ້ເມື່ອເຈົ້າໄດ້ຍິນວ່າ ເຮົາໄດ້ນາບຂູ່ຈະລົງໂທດນະຄອນເຢຣູຊາເລັມແລະຊາວນະຄອນຢ່າງໃດ. ເຮົາຈຶ່ງໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ. ພຣະເຈົ້າຢາເວກ່າວດັ່ງນີ້. 28 ແລະການລົງໂທດທີ່ເຮົາຈະນຳມາສູ່ນະຄອນເຢຣູຊາເລັມນັ້ນ ຈະບໍ່ມາເຖິງເຈົ້າ ຈົນກວ່າເຈົ້າຕາຍໄປ. ເຮົາຈະໃຫ້ເຈົ້າຕາຍຢ່າງສະຫງົບສຸກ.” ແລ້ວພວກເຂົາກໍກັບຄືນມາບອກກະສັດໂຢສີຢາຕາມນັ້ນ. ໂຢສີຢາຕັ້ງພັນທະສັນຍາເຊື່ອຟັງອົງພຣະຜູ້ເປັນເຈົ້າ ( 2 ກສ 23:1-20 ) 29 ກະສັດໂຢສີຢາໄດ້ເອີ້ນຜູ້ນຳທັງໝົດຂອງຢູດາແລະນະຄອນເຢຣູຊາເລັມມາ 30 ແລະໄດ້ພ້ອມກັນໄປທີ່ວິຫານຂອງພຣະເຈົ້າຢາເວຕິດຕາມດ້ວຍພວກປະໂຣຫິດຊາວເລວີ ແລະປະຊາຊົນຜູ້ຮັ່ງມີແລະຍາກຈົນ. ກະສັດໄດ້ອ່ານໜັງສືພັນທະສັນຍາ ຊຶ່ງໄດ້ພົບໃນວິຫານຂອງພຣະເຈົ້າຢາເວນັ້ນດ້ວຍສຽງດັງ ຕໍ່ໜ້າພວກເຂົາທັງໝົດ. 31 ເພິ່ນຢືນຂຶ້ນທີ່ຂ້າງເສົາບ່ອນທີ່ຖືກຈັດໄວ້ສຳລັບເພິ່ນ ແລະເຮັດພັນທະສັນຍາວ່າຈະເຊື່ອຟັງພຣະເຈົ້າຢາເວ, ຈະຖືຮັກສາກົດບັນຍັດແລະຂໍ້ຄຳສັ່ງຂອງພຣະເຈົ້າຢາເວດ້ວຍສຸດໃຈ ແລະສຸດຈິດ, ແລະຈະປະຕິບັດຕາມຂໍ້ຮຽກຮ້ອງຊຶ່ງໄດ້ຄັດຕິດມາກັບພັນທະສັນຍາ ທີ່ໄດ້ມີຂຽນໄວ້ໃນໜັງສືນີ້. 32 ເພິ່ນໃຫ້ຊາວເບັນຢາມິນ ແລະຄົນອື່ນໆທຸກຄົນ ທີ່ມີໜ້າໃນນະຄອນເຢຣູຊາເລັມສັນຍາວ່າຈະຮັກສາພັນທະສັນຍານັ້ນ. ດັ່ງນັ້ນ ປະຊາຊົນຊາວເຢຣູຊາເລັມຈຶ່ງເຮັດຕາມເງື່ອນໄຂຂອງພັນທະສັນຍາຂອງພຣະເຈົ້າ ທີ່ພວກເຂົາໄດ້ເຮັດໄວ້ກັບພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາທຸກປະການ. 33 ກະສັດໂຢສີຢາໄດ້ທຳລາຍຮູບເຄົາຣົບອັນໜ້າລັງກຽດທັງໝົດ ຊຶ່ງມີຢູ່ໃນດິນແດນທີ່ເປັນຂອງຊາວອິດສະຣາເອນ. ເພິ່ນກໍຮຽກຮ້ອງປະຊາຊົນໃນອິດສະຣາເອນໃຫ້ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ຕະຫລອດຣາຊການຂອງເພິ່ນ ພວກເຂົາບໍ່ໄດ້ຫັນໜີຈາກການຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດພວກເຂົາ. |
@ 2012 United Bible Societies. All Rights Reserved.