Online Bible

- Reklamy -

2 ຂ່າວຄາວ 33 - ພຣະຄຳພີສັກສິ


ກະສັດ​ມານາເຊ​ແຫ່ງ​ຢູດາຍ
( 2 ກສ 21:1-9 )

1 ເຈົ້າ​ມານາເຊ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ສິບສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຫ້າສິບຫ້າ​ປີ.

2 ເພິ່ນ​ໄດ້​ປະຕິບັດ​ຕາມ​ພິທີ​ການ​ຕ່າງໆ​ຂອງ​ຊົນຊາດ​ທີ່​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ. ມານາເຊ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.

3 ເພິ່ນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ຊຶ່ງ​ເຮເຊກີຢາ​ພໍ່​ຂອງ​ເພິ່ນ​ໄດ້​ທຳລາຍ​ນັ້ນ​ຂຶ້ນ​ໃໝ່. ເພິ່ນ​ຍັງ​ສ້າງ​ແທ່ນບູຊາ​ສຳລັບ​ຂາບໄຫວ້​ພະບາອານ, ສ້າງ​ຮູບ​ເຈົ້າແມ່​ອາເຊຣາ ແລະ​ຂາບໄຫວ້​ຕາເວັນ, ເດືອນ, ດາວ.

4 ເພິ່ນ​ຍັງ​ສ້າງ​ແທ່ນບູຊາ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ວ່າ ໃນ​ເຢຣູຊາເລັມ​ນາມຊື່​ຂອງເຮົາ​ຈະ​ຕັ້ງ​ຢູ່​ຕະຫລອດໄປ.

5 ຢູ່​ໃນ​ເດີ່ນ​ສອງ​ບ່ອນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ຂາບໄຫວ້​ຕາເວັນ, ເດືອນ, ດາວ.

6 ເພິ່ນ​ຍັງ​ເຜົາ​ລູກຊາຍ​ຂອງ​ຕົນ​ເປັນ​ເຄື່ອງ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ. ເພິ່ນ​ໄດ້​ຝຶກ​ເວດມົນ​ຄາຖາ ແລະ​ປຶກສາ​ໝໍ​ມໍ. ເພິ່ນ​ໄດ້​ເຮັດ​ບາບ​ຢ່າງ​ໃຫຍ່ຫລວງ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.

7 ເພິ່ນ​ຍັງ​ເອົາ​ເທວະຮູບ​ມາ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ ບ່ອນ​ທີ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ດາວິດ​ແລະ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ໃນ​ນະຄອນ​ເຢຣູຊາເລັມ ຄື​ໃນ​ວິຫານ​ນີ້ ແມ່ນ​ບ່ອນ​ທີ່​ເຮົາ​ໄດ້​ເລືອກເອົາ​ໃນ​ທ່າມກາງ​ເຂດແດນ​ທັງໝົດ ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ ໃຫ້​ເປັນ​ບ່ອນ​ທີ່​ນາມຊື່​ຂອງເຮົາ​ຈະ​ຕັ້ງ​ຢູ່​ຕະຫລອດໄປ.

8 ແລະ​ຖ້າ​ປະຊາຊົນ​ອິດສະຣາເອນ​ເຮັດ​ຕາມ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ ແລະ​ຮັກສາ​ກົດບັນຍັດ​ທີ່​ໂມເຊ ຂ້າຮັບໃຊ້​ຂອງເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລ້ວ​ເຮົາ​ກໍ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ຖືກ​ຂັບໄລ່​ອອກ​ໜີໄປ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ບັນພະບຸລຸດ​ຂອງ​ພວກເຂົາ.”

9 ມານາເຊ​ໄດ້​ນຳພາ​ປະຊາຊົນ​ຊາວ​ຢູດາ ເຮັດ​ບາບ​ໜັກ​ຫລາຍ​ຂຶ້ນ​ກວ່າ​ຊົນຊາດ​ອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ມານາເຊ​ກັບໃຈ​ໃໝ່

10 ເຖິງ​ແມ່ນ​ວ່າ ພຣະເຈົ້າຢາເວ​ໄດ້​ເຕືອນ​ມານາເຊ​ແລະ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ​ກໍດີ ແຕ່​ພວກເຂົາ​ກໍ​ບໍ່​ຍອມ​ຟັງ.

11 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.

12 ເມື່ອ​ໄດ້​ທົນທຸກ​ຢູ່​ເຊັ່ນນັ້ນ ເພິ່ນ​ຈຶ່ງ​ຖ່ອມຕົວ​ລົງ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ແລະ​ຖ່ອມຕົວ​ລົງຫລາຍ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະອົງ.

13 ພຣະເຈົ້າ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ມານາເຊ ໂດຍ​ເຮັດ​ໃຫ້​ເພິ່ນ​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ເພື່ອ​ປົກຄອງ​ອານາຈັກ​ອີກ. ເຫດການ​ນີ້​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ.

14 ຫລັງຈາກ​ນີ້ ມານາເຊ​ໄດ້​ຕໍ່​ກຳແພງ​ຮອບ​ນອກ​ຂອງ​ເມືອງ​ດາວິດ ທາງດ້ານ​ຕາເວັນອອກ​ໃຫ້​ສູງ​ຂຶ້ນ ຕັ້ງແຕ່​ຈຸດ​ໜຶ່ງ​ໃນ​ຮ່ອມພູ​ໃກ້​ກັບ​ນໍ້າພຸ​ກີໂຮນ​ທາງທິດເໜືອ ຈົນເຖິງ​ປະຕູ​ໜອງ​ປາ ແລະ​ຮອດ​ບໍລິເວນ​ຂອງ​ເມືອງ​ທີ່​ມີ​ຊື່​ວ່າ ໂອເຟນ. ເພິ່ນ​ຍັງ​ໃຫ້​ນາຍ​ທະຫານ​ໃນ​ກອງທັບ​ປະຈຳການ ຢູ່​ຕາມ​ແຕ່ລະ​ເມືອງ​ໃນ​ຢູດາຍ​ທີ່​ມີ​ປ້ອມ​ປ້ອງກັນ.

15 ເພິ່ນ​ໄດ້​ຮື້​ພະ​ຕ່າງຊາດ​ແລະ​ເທວະຮູບ ທີ່​ຕົນ​ໄດ້​ນຳ​ມາ​ໄວ້​ໃນ​ທີ່ນັ້ນ ອອກ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ; ເພິ່ນ​ໄດ້​ຮື້​ແທ່ນບູຊາ​ທັງໝົດ​ທີ່​ເພິ່ນ​ໄດ້​ສ້າງ​ເທິງ​ພູ ບ່ອນ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ຕັ້ງ​ຢູ່ ແລະ​ທີ່​ອື່ນໆ​ອີກ​ໃນ​ນະຄອນ​ເຢຣູຊາເລັມ ເອົາ​ໄປ​ຖິ້ມ​ທີ່​ນອກເມືອງ.

16 ເພິ່ນ​ຍັງ​ໄດ້​ສ້ອມແປງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ຄືນ​ໃໝ່ ແລະ​ເພິ່ນ​ໄດ້​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ເພື່ອ​ໂມທະນາ​ຂອບພຣະຄຸນ​ທີ່​ເທິງ​ແທ່ນບູຊາ​ນັ້ນ. ເພິ່ນ​ໄດ້​ສັ່ງ​ໃຫ້​ປະຊາຊົນ​ຊາວ​ຢູດາ​ທັງ​ໝົດ ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

17 ເຖິງ​ແມ່ນ​ວ່າ​ປະຊາຊົນ​ຍັງ​ສືບຕໍ່​ຖວາຍ​ເຄື່ອງ​ບູຊາ ຕາມ​ສະຖານທີ່​ສູງ​ຕ່າງໆ​ກໍຕາມ, ແຕ່​ພວກເຂົາ​ກໍໄດ້​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ເທົ່ານັ້ນ.


ຣາຊການ​ຂອງ​ມານາເຊ​ສິ້ນສຸດລົງ
( 2 ກສ 21:17-18 )

18 ສິ່ງ​ອື່ນໆ​ອີກ​ທີ່​ກະສັດ​ມານາເຊ​ໄດ້​ເຮັດ ລວມ​ທັງ​ຄຳພາວັນນາ​ອະທິຖານ​ທີ່​ເພິ່ນ​ໄດ້​ສະເໜີ​ຕໍ່​ພຣະເຈົ້າ​ຂອງ​ເພິ່ນ ແລະ​ຖ້ອຍຄຳ​ຂອງ​ຜູ້ທຳນວາຍ ທີ່​ໄດ້​ເວົ້າ​ກັບ​ເພິ່ນ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ; ທັງໝົດ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.

19 ຄຳພາວັນນາ​ອະທິຖານ​ຂອງ​ກະສັດ​ພ້ອມ​ທັງ​ຄຳຕອບ​ຂອງ​ພຣະເຈົ້າ ແລະ​ເລື່ອງ​ການ​ເຮັດ​ບາບ​ຕ່າງໆ​ກ່ອນ​ເພິ່ນ​ກັບໃຈ​ໃໝ່ ເຊັ່ນ: ການກະທຳ​ຊົ່ວ​ຂອງ​ເພິ່ນ, ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ຊຶ່ງ​ເພິ່ນ​ໄດ້​ເຮັດ​ຂຶ້ນ ແລະ​ຮູບເຄົາຣົບ​ທີ່​ເພິ່ນ​ຂາບໄຫວ້ ແມ່ນ​ໄດ້​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ພວກ​ຜູ້ທຳນວາຍ.

20 ມານາເຊ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ໃນ​ຣາຊວັງ ແລະ​ເຈົ້າ​ອາໂມນ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ອາໂມນ​ແຫ່ງ​ຢູດາຍ
( 2 ກສ 21:19-26 )

21 ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວສອງ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສອງ​ປີ.

22 ດັ່ງ​ກະສັດ​ມານາເຊ​ຜູ້​ເປັນ​ພໍ່ ເພິ່ນ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ພໍ່​ຂອງຕົນ​ໄດ້​ຂາບໄຫວ້.

23 ແຕ່​ຕ່າງ​ກັບ​ພໍ່ ຄື​ເພິ່ນ​ບໍ່​ຍອມ​ຖ່ອມໃຈ ແລະ​ຫັນ​ມາ​ຫາ​ພຣະເຈົ້າຢາເວ ແລະ​ຍິ່ງ​ເຮັດ​ບາບ​ຫລາຍກວ່າ​ພໍ່​ອີກ​ຊໍ້າ.

24 ບັນດາ​ຂ້າຣາຊການ​ຂອງ​ອາໂມນ​ໄດ້​ວາງແຜນ​ສັງຫານ​ເພິ່ນ​ຢູ່​ໃນ​ຣາຊວັງ.

25 ຕໍ່ມາ ປະຊາຊົນ​ຊາວ​ຢູດາ​ໄດ້​ຂ້າ​ພວກ​ທີ່​ສັງຫານ​ອາໂມນ ແລ້ວ​ພວກເຂົາ​ກໍໄດ້​ແຕ່ງຕັ້ງ​ເຈົ້າ​ໂຢສີຢາ​ລູກຊາຍ​ຂອງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy