Online Bible

- Reklamy -

2 ຂ່າວຄາວ 32 - ພຣະຄຳພີສັກສິ


ຊາວ​ອັດຊີເຣຍ​ຂົ່ມຂູ່​ນະຄອນ​ເຢຣູຊາເລັມ
( 2 ກສ 18:13-37 ; 19:14-19 , 35-37 ; ອຊຢ 36:1-22 ; 37:8-38 )

1 ຫລັງຈາກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ຮັບໃຊ້​ພຣະເຈົ້າ​ຢ່າງ​ສັດຊື່ ຕາມ​ທີ່​ກ່າວ​ມາ​ແລ້ວ​ນັ້ນ; ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ກໍໄດ້​ມາ​ຮຸກຮານ​ອານາຈັກ​ຢູດາຍ. ເພິ່ນ​ໄດ້​ປິດລ້ອມ​ເມືອງ​ຕ່າງໆ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ສັ່ງ​ໃຫ້​ກອງທັບ​ຂອງ​ເພິ່ນ​ທະລຸ​ກຳແພງ​ເມືອງ.

2 ເມື່ອ​ເຮເຊກີຢາ​ເຫັນ​ວ່າ ເຊັນນາເກຣິບ​ຕັ້ງໃຈ​ຈະ​ໂຈມຕີ​ນະຄອນ​ເຢຣູຊາເລັມ​ຄືກັນ

3-4 ເພິ່ນ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ໄດ້​ຕັດສິນໃຈ ຕັນ​ບ່ອນ​ລຳລຽງ​ນໍ້າ​ທີ່​ນອກເມືອງ ເພື່ອ​ບໍ່​ໃຫ້​ພວກ​ອັດຊີເຣຍ​ມີ​ນໍ້າ​ດື່ມ ເມື່ອ​ພວກເຂົາ​ຍົກທັບ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ບັນດາ​ຂ້າຣາຊການ​ຈຶ່ງ​ນຳ​ປະຊາຊົນ​ຈຳນວນ​ຫລວງຫລາຍ ໄປ​ຖົມ​ບໍ່ນໍ້າ​ທັງໝົດ​ເພື່ອ​ບໍ່​ໃຫ້​ມີ​ນໍ້າ​ໄຫລ​ອອກ​ມາ.

5 ກະສັດ​ຍັງ​ໄດ້​ສ້ອມແປງ​ກຳແພງ​ປ້ອງກັນ​ເມືອງ​ໃຫ້​ເຂັ້ມແຂງ​ຂຶ້ນ ໂດຍ​ສ້າງ​ຫໍຄອຍ​ໄວ້​ຕາມ​ເທິງ​ກຳແພງ ແລະ​ກໍ່ສ້າງ​ກຳແພງ​ຮອບ​ນອກ​ອີກ. ນອກຈາກນີ້ ເພິ່ນ​ຍັງ​ໄດ້​ສ້ອມແປງ​ບ່ອນ​ປ້ອງກັນ​ທີ່​ມີ​ຢູ່​ທົ່ວ​ໄປ ທາງ​ດ້ານ​ທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຕາມ​ບໍລິເວນ​ທີ່​ເກົ່າແກ່. ເພິ່ນ​ຍັງ​ເຮັດ​ຫອກ​ແລະ​ໂລ້​ເປັນ​ຈຳນວນ​ຫລວງຫລາຍ​ໄວ້​ອີກ.

6 ເພິ່ນ​ໄດ້​ເກນ​ຜູ້ຊາຍ​ໃນ​ນະຄອນ​ທຸກຄົນ​ໃຫ້​ເຂົ້າ​ປະຈຳການ ໂດຍ​ໃຫ້​ຢູ່​ໃຕ້​ການ​ບັນຊາ​ຂອງ​ນາຍ​ທະຫານ​ໃນ​ກອງທັບ ແລະ​ເອີ້ນ​ພວກເຂົາ​ໃຫ້​ມາ​ປະຊຸມ​ກັນ​ທີ່​ສີ່​ແຍກ​ໃຈກາງ​ເມືອງ. ແລ້ວ​ເພິ່ນ​ກໍໄດ້​ກ່າວ​ໜູນໃຈ​ພວກເຂົາ​ວ່າ,

7 “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ແລະ​ຢ່າສູ່ຢ້ານ​ຈັກກະພັດ​ອັດຊີເຣຍ ຫລື​ກອງທັບ​ທີ່​ລາວ​ນຳ​ມາ. ພວກເຮົາ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.

8 ພວກເຂົາ​ມີ​ອຳນາດ​ຂອງ​ມະນຸດ ແຕ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຊ່ວຍເຫຼືອ ແລະ​ຕໍ່ສູ້​ເພື່ອ​ພວກເຮົາ.” ເມື່ອ​ໄດ້ຍິນ​ຖ້ອຍຄຳ​ທີ່​ກະສັດ​ຂອງ​ພວກເຂົາ​ກ່າວ ປະຊາຊົນ​ກໍ​ມີ​ກຳລັງໃຈ​ຂຶ້ນ.

9 ຕໍ່ມາ ຂະນະທີ່​ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ​ແລະ​ກອງທັບ​ຂອງຕົນ​ຍັງ​ຢູ່​ທີ່​ເມືອງ​ລາກິດ ເພິ່ນ​ໄດ້​ສົ່ງ​ສານ​ມາ​ຫາ​ກະສັດ​ເຮເຊກີຢາ ແລະ​ປະຊາຊົນ​ຊາວ​ຢູດາ ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ກັບ​ເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:

10 “ຂ້າພະເຈົ້າ ກະສັດ​ເຊັນນາເກຣິບ​ແຫ່ງ​ອັດຊີເຣຍ ຂໍ​ຖາມ​ວ່າ ແມ່ນ​ສິ່ງໃດ​ທີ່​ເຮັດ​ໃຫ້​ພວກເຈົ້າ​ໝັ້ນໃຈ ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ທີ່​ຖືກ​ປິດລ້ອມ​ນີ້.

11 ເຮເຊກີຢາ​ບອກ​ພວກເຈົ້າ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຊ່ວຍ​ເອົາ​ພວກເຈົ້າ ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກເຮົາ, ແຕ່​ເຮເຊກີຢາ​ກຳລັງ​ຫລອກລວງ​ພວກເຈົ້າ ແລະ​ຈະ​ພາ​ພວກເຈົ້າ​ຕາຍ​ຍ້ອນ​ອຶດ​ເຂົ້າ​ແລະ​ຫິວນໍ້າ.

12 ລາວ​ເປັນ​ຜູ້​ທີ່​ທຳລາຍ​ສະຖານທີ່​ສູງ ແລະ​ແທ່ນບູຊາ​ຕ່າງໆ​ຂອງ​ພຣະອົງ ແຕ່​ແລ້ວ​ລາວ​ກໍ​ບອກ​ປະຊາຊົນ​ຊາວ​ຢູດາ​ກັບ​ຊາວ​ນະຄອນ​ເຢຣູຊາເລັມ ນະມັດສະການ ແລະ​ເຜົາ​ຖວາຍບູຊາ​ທີ່​ເທິງ​ແທ່ນບູຊາ​ພຽງ​ແຫ່ງດຽວ.

13 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ບັນພະບຸລຸດ​ຂອງເຮົາ​ແລະ​ເຮົາ​ເອງ ໄດ້​ເຮັດ​ຕໍ່​ຊົນຊາດ​ອື່ນ​ຢ່າງໃດ? ພະ​ຂອງ​ຊົນຊາດ​ອື່ນໆ​ຊ່ວຍ​ປະຊາຊົນ​ຂອງ​ພວກເຂົາ ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້ອຍ​ໄດ້​ບໍ?

14 ພະ​ທັງໝົດ​ຂອງ​ຊົນຊາດ​ເຫຼົ່ານັ້ນ​ເຄີຍ​ຊ່ວຍ​ປະເທດ​ຂອງຕົນ ຈາກ​ພວກເຮົາ​ເມື່ອໃດ? ແລ້ວ​ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ຄິດ​ວ່າ​ພຣະເຈົ້າ​ຂອງ​ພວກເຈົ້າ​ຊ່ວຍ​ພວກເຈົ້າ​ພົ້ນຈາກ​ກຳມື​ຂອງ​ຂ້ອຍ​ໄດ້?

15 ບັດນີ້ ຢ່າ​ປ່ອຍ​ໃຫ້​ເຮເຊກີຢາ​ຫລອກລວງ ຫລື​ນຳພາ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ​ຢ່າງນັ້ນ​ເລີຍ. ຢ່າ​ສູ່​ເຊື່ອ​ລາວ ບໍ່ມີ​ພະ​ຂອງ​ຊົນຊາດ​ໃດ​ດອກ ທີ່​ສາມາດ​ຊ່ວຍ​ປະຊາຊົນ​ຂອງຕົນ ຈາກ​ມື​ຂອງ​ຂ້ອຍ​ແລະ​ຈາກ​ມື​ຂອງ​ບັນພະບຸລຸດ​ຂອງ​ຂ້ອຍ​ໄດ້. ສະນັ້ນ ຈຶ່ງ​ແນ່ນອນ​ທີ່ສຸດ​ວ່າ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ຂ້ອຍ​ບໍ່ໄດ້​ຄືກັນ.”

16 ບັນດາ​ຂ້າຣາຊການ​ອັດຊີເຣຍ​ເວົ້າ​ສິ່ງ​ທີ່​ຕໍ່າຊ້າ​ຕໍ່ສູ້​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ແລະ​ຕໍ່ສູ້​ກະສັດ​ເຮເຊກີຢາ​ຜູ້ຮັບໃຊ້​ຂອງ​ພຣະອົງ.

17 ເພິ່ນ​ຍັງ​ໄດ້​ຂຽນ​ຈົດໝາຍ​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ມີ​ຖ້ອຍຄຳ​ຕໍ່ສູ້​ພຣະອົງ​ວ່າ, “ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ​ຊ່ວຍ​ປະຊາຊົນ​ຂອງຕົນ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ເຮົາ​ບໍ່ໄດ້​ຢ່າງໃດ ແລະ​ພຣະເຈົ້າ​ຂອງ​ເຮເຊກີຢາ​ຈະ​ຊ່ວຍ​ປະຊາຊົນ​ຂອງຕົນ​ໃຫ້​ພົ້ນ​ຈາກ​ກຳມື​ຂອງເຮົາ​ບໍ່ໄດ້​ຢ່າງນັ້ນ.”

18 ຂ້າຣາຊການ​ໄດ້​ຮ້ອງ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ເປັນ​ພາສາ​ເຮັບເຣີ ໃສ່​ປະຊາຊົນ​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເທິງ​ກຳແພງ​ເມືອງ ເພື່ອ​ນາບຂູ່​ໃຫ້​ຢ້ານ ແລະ​ໃຫ້​ເສຍ​ກຳລັງໃຈ; ແລ້ວ​ພວກເຂົາ​ກໍ​ຈະ​ເຂົ້າ​ຢຶດ​ເມືອງ​ໄດ້​ຢ່າງ​ງ່າຍດາຍ.

19 ພວກເຂົາ​ໄດ້​ເວົ້າ​ໃສ່​ພຣະເຈົ້າ​ຂອງ​ຊາວ​ນະຄອນ​ເຢຣູຊາເລັມ ຢ່າງດຽວ​ກັບ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນ ຄື​ພະ​ເປັນ​ຮູບປັ້ນ​ທີ່​ມື​ມະນຸດ​ໄດ້​ສ້າງ​ຂຶ້ນ.

20 ແລ້ວ​ກະສັດ​ເຮເຊກີຢາ​ແລະ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ກໍໄດ້​ພາວັນນາ​ອະທິຖານ​ໃນ​ເລື່ອງນັ້ນ​ແລະ​ຮ້ອງໄຫ້​ສູ່​ສະຫວັນ.

21 ພຣະເຈົ້າຢາເວ​ຈຶ່ງ​ໃຊ້​ເທວະດາ​ຕົນ​ໜຶ່ງ​ມາ​ຂ້າ​ທະຫານ ແລະ​ນາຍ​ທະຫານ​ຂອງ​ກອງທັບ​ອັດຊີເຣຍ. ສະນັ້ນ ກະສັດ​ແຫ່ງ​ອັດຊີເຣຍ​ຈຶ່ງ​ໄດ້​ກັບຄືນ​ເມືອ​ປະເທດ​ຢ່າງ​ອັບອາຍ​ຂາຍໜ້າ. ມື້ໜຶ່ງ ເມື່ອ​ເພິ່ນ​ຍັງ​ຢູ່​ໃນ​ວິຫານ​ພະ​ຂອງ​ເພິ່ນ ລູກຊາຍ​ເພິ່ນ​ບາງຄົນ​ໄດ້​ໃຊ້​ດາບ​ສັງຫານ​ເພິ່ນ​ເສຍ.

22 ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ກະສັດ​ເຮເຊກີຢາ ແລະ​ປະຊາຊົນ​ຊາວ​ອິດສະຣາເອນ​ຈາກ​ກຳມື​ຂອງ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ ແລະ​ຈາກ​ເຫຼົ່າ​ສັດຕູ​ອື່ນໆ​ອີກ​ຂອງ​ເພິ່ນ. ພຣະອົງ​ໄດ້​ເຮັດໃຫ້​ປະຊາຊົນ​ຢູ່​ຢ່າງ​ສະຫງົບສຸກ ກັບ​ປະເທດ​ໃກ້ຄຽງ.

23 ມີ​ຫລາຍ​ຄົນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ນຳ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ພ້ອມ​ທັງ​ນຳ​ຂອງຂວັນ​ມາ​ໃຫ້​ເຮເຊກີຢາ​ດ້ວຍ; ສະນັ້ນ ຕັ້ງແຕ່​ນັ້ນ​ມາ ຊົນຊາດ​ທັງຫລາຍ​ຈຶ່ງ​ຍ້ອງຍໍ​ໃຫ້ກຽດ​ເຮເຊກີຢາ.


ເຮເຊກີຢາ​ປ່ວຍ​ແລະ​ຈອງຫອງ
( 2 ກສ 20:1-3 , 12-19 ; ອຊຢ 38:1-3 ; 39:1-8 )

24 ໃນ​ເວລາ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບ​ປ່ວຍໜັກ ເກືອບ​ຈະ​ສິ້ນໃຈ​ຕາຍ. ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ພຣະອົງ​ໄດ້ຕອບ​ເພິ່ນ​ໂດຍ​ສຳແດງ​ໝາຍສຳຄັນ​ໃຫ້​ຮູ້​ວ່າ​ເພິ່ນ​ຈະ​ດີ.

25 ແຕ່​ເຮເຊກີຢາ​ມີ​ໃຈ​ຈອງຫອງ​ຂຶ້ນ, ເພິ່ນ​ຈຶ່ງ​ບໍ່ໄດ້​ສະແດງ​ຄວາມ​ຮູ້ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້ຮັບ, ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈຶ່ງ​ລົງ​ມາ​ເທິງ​ເພິ່ນ, ເທິງ​ຢູດາຍ​ພ້ອມ​ນະຄອນ​ເຢຣູຊາເລັມ​ກໍໄດ້​ຮັບ​ຄວາມ​ລຳບາກ.

26 ແຕ່​ໃນທີ່ສຸດ ເຮເຊກີຢາ​ແລະ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ໄດ້​ຖ່ອມຕົວ​ລົງ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່ໄດ້​ລົງໂທດ​ປະຊາຊົນ ຈົນກວ່າ​ເຮເຊກີຢາ​ໄດ້​ຕາຍໄປ.


ເຮເຊກີຢາ​ຮັ່ງມີ​ແລະ​ມີ​ຊື່ສຽງ​ດີ

27 ກະສັດ​ເຮເຊກີຢາ​ໄດ້​ກາຍເປັນ​ຜູ້​ຮັ່ງມີ ແລະ​ທຸກຄົນ​ກໍ​ຍ້ອງຍໍ​ໃຫ້ກຽດ​ເພິ່ນ. ເພິ່ນ​ໄດ້​ສ້າງ​ຫ້ອງ​ມ້ຽນ​ຊັບສົມບັດ​ທັງຫລາຍ​ຄື ເງິນ, ຄຳ, ແກ້ວ​ປະເສີດ, ເຄື່ອງເທດ, ໂລ້ ແລະ​ຂອງ​ມີຄ່າ​ອື່ນໆ.

28 ນອກຈາກນີ້ ເພິ່ນ​ຍັງ​ສ້າງ​ຫ້ອງ​ມ້ຽນ​ເຂົ້າ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ; ສ້າງ​ຄອກ​ງົວ​ແລະ​ຄອກ​ແກະ.

29 ນອກ​ເໜືອ​ຈາກ​ສິ່ງ​ເຫຼົ່ານີ້​ທັງໝົດ ພຣະເຈົ້າ​ຍັງ​ໃຫ້​ເພິ່ນ​ມີ​ແກະ ແລະ​ງົວ​ຢ່າງ​ຫລວງຫລາຍ​ຕື່ມ ແລະ​ຊັບສົມບັດ​ອື່ນໆ​ອີກ​ມາກມາຍ ຈົນ​ເພິ່ນ​ສ້າງ​ຫລາຍ​ເມືອງ​ຂຶ້ນ​ໃໝ່.

30 ແມ່ນ​ກະສັດ​ເຮເຊກີຢາ ທີ່​ເປັນ​ຜູ້​ອັດ​ຮູ​ນໍ້າ​ທີ່​ໄຫລ​ໄປ​ສູ່​ເມືອງ​ກີໂຮນ ແລະ​ເຮັດ​ຮູ​ນໍ້າ​ໃຫ້​ໄຫລ​ໄປ​ຕາມ​ອຸບມຸງ ຜ່ານ​ກຳແພງ​ຂອງ​ນະຄອນ​ເຢຣູຊາເລັມ. ເຮເຊກີຢາ​ໄດ້​ເຮັດ​ທຸກສິ່ງ​ເປັນ​ຜົນ​ສຳເລັດ

31 ແລະ​ແມ່ນແຕ່​ຄະນະທູດ​ຊາວ​ບາບີໂລນ​ກໍ​ຍັງ​ມາ​ສອບຖາມ​ເພິ່ນ ກ່ຽວກັບ​ເຫດການ​ອັນ​ເປັນ​ໝາຍສຳຄັນ​ທີ່​ເກີດຂຶ້ນ​ໃນ​ດິນແດນ​ຂອງ​ເພິ່ນ. ພຣະເຈົ້າ​ໄດ້​ປ່ອຍ​ໃຫ້​ເພິ່ນ​ດຳເນີນ​ການ​ໂດຍ​ຕົນເອງ ເພື່ອ​ລອງ​ເບິ່ງ​ນິໄສ​ໃຈຄໍ​ຂອງ​ເພິ່ນ.


ຣາຊການ​ຂອງ​ເຮເຊກີຢາ​ສິ້ນສຸດລົງ
( 2 ກສ 20:20-21 )

32 ສິ່ງ​ອື່ນໆ​ອີກ​ທີ່​ກະສັດ​ເຮເຊກີຢາ​ໄດ້​ເຮັດ ຕະຫລອດ​ທັງ​ການດີ​ທັງຫລາຍ​ຂອງ​ເພິ່ນ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ໜັງສື​ນິມິດ​ຂອງ​ຜູ້ທຳນວາຍ​ເອຊາຢາ​ລູກຊາຍ​ຂອງ​ອາໂມດ ແລະ​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ແລະ​ອິດສະຣາເອນ.

33 ເຮເຊກີຢາ​ໄດ້​ຕາຍໄປ​ແລະ​ຖືກ​ຝັງ​ໄວ້​ທີ່​ສ່ວນ​ເທິງ​ຂອງ​ອຸບມຸງ​ແຫ່ງ​ກະສັດ. ປະຊາຊົນ​ທັງໝົດ​ໃນ​ຢູດາຍ​ແລະ​ຊາວ​ເຢຣູຊາເລັມ​ໄດ້​ເທີດທູນ​ໃຫ້ກຽດ​ເພິ່ນ​ຢ່າງສູງ​ເມື່ອ​ເພິ່ນ​ຕາຍໄປ. ແລ້ວ​ເຈົ້າ​ມານາເຊ​ລູກຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy