Online Bible

- Reklamy -

2 ຂ່າວຄາວ 31 - ພຣະຄຳພີສັກສິ


ເຮເຊກີຢາ​ປະຕິຮູບ​ດ້ານ​ສາສະໜາ

1 ຫລັງຈາກ​ເທດສະການ​ສະຫລອງ​ສິ້ນສຸດ​ລົງ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ໄປ​ທີ່​ເມືອງ​ຕ່າງໆ​ໃນ​ຢູດາຍ ແລະ​ໄດ້​ທັບ​ເສົາ​ຫີນ, ຟັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ທຳລາຍ​ແທ່ນບູຊາ​ພ້ອມ​ທັງ​ບ່ອນ​ຂາບໄຫວ້​ອື່ນໆ​ຖິ້ມ​ໝົດ. ຕາມ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ເຂດແດນ​ຕ່າງໆ​ຂອງ​ເຜົ່າ​ເບັນຢາມິນ, ເອຟຣາອິມ ແລະ​ມານາເຊ ພວກເຂົາ​ກໍໄດ້​ເຮັດ​ຄືກັນ; ແລ້ວ​ພວກເຂົາ​ກໍ​ແຍກຍ້າຍ​ກັນ​ກັບຄືນ​ເມືອ​ເຮືອນ​ຂອງ​ໃຜ​ລາວ.

2 ກະສັດ​ເຮເຊກີຢາ​ໄດ້​ຈັດຕັ້ງ​ຄະນະ​ປົກຄອງ​ປະໂຣຫິດ​ແລະ​ຊາວ​ເລວີ​ຂຶ້ນ​ໃໝ່ ຕາມ​ໜ້າທີ່​ສະເພາະ​ຂອງ​ໃຜ​ລາວ. ໜ້າທີ່​ເຫຼົ່ານັ້ນ​ລວມ​ເອົາ​ທັງ​ການ​ເຜົາ​ຖວາຍບູຊາ​ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ການ​ປະກອບ​ສ່ວນ​ໃນ​ພິທີ​ນະມັດສະການ​ທີ່​ພຣະວິຫານ​ແລະ​ການຖວາຍ​ຄຳ​ຍົກຍໍ​ສັນລະເສີນ ແລະ​ການ​ໂມທະນາ​ຂອບພຣະຄຸນ​ໃນ​ເດີ່ນລານ​ຕ່າງໆ​ຂອງ​ພຣະເຈົ້າຢາເວ.

3 ເພິ່ນ​ໄດ້​ຈັດຫາ​ສັດ​ຈາກ​ຝູງແກະ​ແລະ​ຝູງງົວ​ຂອງ​ເພິ່ນ​ເອງ​ມາ ເພື່ອ​ເຜົາ​ຖວາຍບູຊາ​ທຸກໆເຊົ້າ​ແລະ​ທຸກໆແລງ ສຳລັບ​ຖວາຍ​ໃນ​ວັນ​ຊະບາໂຕ, ໃນ​ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ໃນ​ເທດສະການ​ອື່ນໆ​ທີ່​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້.

4 ນອກຈາກນີ້​ອີກ ກະສັດ​ຍັງ​ບອກ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ໃຫ້​ນຳ​ເຄື່ອງ​ຖວາຍ​ຊຶ່ງ​ໄດ້​ກຳນົດ​ໄວ້​ສຳລັບ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ນັ້ນ​ມາ ເພື່ອ​ພວກເຂົາ​ຈະ​ໄດ້​ອຸທິດ​ເວລາ​ທັງໝົດ​ໃສ່​ການ​ປະຕິບັດ ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ.

5 ພໍ​ກະສັດ​ໄດ້​ປະກາດ​ອອກ​ເທົ່ານັ້ນ ປະຊາຊົນ​ອິດສະຣາເອນ​ກໍໄດ້​ນຳ​ຂອງຂວັນ​ມາ​ຖວາຍ​ດັ່ງນີ້: ເຂົ້າ​ເມັດ​ງາມ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ, ນໍ້າເຜິ້ງ ແລະ​ພືດຜົນ​ຊະນິດ​ຕ່າງໆ​ຈາກ​ທົ່ງນາ ແລະ​ພວກເຂົາ​ຍັງ​ໄດ້​ນຳ​ໜຶ່ງສ່ວນສິບ ຂອງ​ສັບພະທຸກສິ່ງ​ທີ່​ພວກເຂົາ​ມີ ມາ​ຖວາຍ​ຄືກັນ.

6 ປະຊາຊົນ​ທຸກຄົນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ຕ່າງ​ກໍ​ນຳ​ໜຶ່ງສ່ວນສິບ​ຂອງ​ງົວ ແລະ​ແກະ​ໃນ​ຝູງ​ມາ​ຖວາຍ ແລະ​ພວກເຂົາ​ຍັງ​ໄດ້​ນຳ​ຂອງຂວັນ​ຢ່າງ​ຫລວງຫລາຍ ມາ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.

7 ເຄື່ອງ​ຖວາຍ​ນັ້ນ​ໄດ້​ເລີ່ມ​ກອງ​ສູງ​ຂຶ້ນ​ໃນ​ເດືອນ​ທີ​ສາມ ແລະ​ສືບຕໍ່​ນຳ​ມາ​ຈົນຮອດ​ເດືອນ​ທີ​ສີ່.

8 ເມື່ອ​ກະສັດ​ເຮເຊກີຢາ​ແລະ​ຂ້າຣາຊການ​ຂອງ​ເພິ່ນ​ເຫັນ​ເຄື່ອງ​ຖວາຍ​ທີ່​ຄົນ​ນຳ​ມາ​ຢ່າງ​ຫລວງຫລາຍ​ເຊັ່ນນີ້ ຈຶ່ງ​ສັນລະເສີນ​ພຣະເຈົ້າຢາເວ ແລະ​ຊົມເຊີຍ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ.

9 ກະສັດ​ໄດ້​ຖາມ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ​ເຖິງ​ເຄື່ອງ​ຖວາຍ​ນັ້ນ;

10 ແລະ​ອາຊາຣີຢາ​ກັບ​ມະຫາ​ປະໂຣຫິດ ຜູ້​ທີ່​ສືບ​ເຊື້ອສາຍ​ຈາກ​ຊາດົກ​ໄດ້​ກ່າວ​ແກ່​ກະສັດ​ວ່າ, “ນັບ​ຕັ້ງແຕ່​ປະຊາຊົນ​ເລີ່ມ​ນຳ​ເຄື່ອງ​ມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພວກເຮົາ​ມີ​ອາຫານ​ການກິນ​ຢ່າງ​ພຽງພໍ ແລະ​ຍັງ​ມີ​ໄວ້​ສຳລອງ​ອີກ​ຢ່າງ​ຫລວງຫລາຍ. ພວກເຮົາ​ມີ​ເຄື່ອງຂອງ​ທັງໝົດ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ.”

11 ຕາມ​ຄຳສັ່ງ​ຂອງ​ກະສັດ, ພວກເຂົາ​ໄດ້​ຕຽມ​ຫ້ອງ​ມ້ຽນ​ເຄື່ອງ​ໄວ້​ໃນ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າຢາເວ

12 ແລະ​ເອົາ​ຂອງຂວັນ​ກັບ​ໜຶ່ງສ່ວນສິບ​ທັງໝົດ ທີ່​ຄົນ​ໄດ້​ນຳ​ມາ​ຖວາຍ​ສະສົມ​ໄວ້​ໃນ​ທີ່ນັ້ນ. ພວກເຂົາ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ຄົນ​ໜຶ່ງ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊື່​ວ່າ ໂກນານີຢາ ແລະ​ໃຫ້​ຊີເມອີ​ນ້ອງຊາຍ​ຂອງ​ລາວ​ເປັນ​ຜູ້​ຊ່ວຍ.

13 ພວກເຂົາ​ມອບໝາຍ​ໜ້າທີ່​ໃຫ້​ຊາວ​ເລວີ​ສິບ​ຄົນ​ເຮັດ​ວຽກ​ນຳ​ພວກເຂົາ​ມີ​ດັ່ງນີ້: ເຢຮີເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣິໂມດ, ໂຢຊາບັດ, ເອລີເອນ, ອິດຊະມາກີຢາ, ມາຮາດ ແລະ​ເບນາອີຢາ. ຄົນ​ທັງໝົດ​ນັ້ນ​ແມ່ນ​ຢູ່​ພາຍໃຕ້​ອຳນາດ​ຂອງ​ກະສັດ​ເຮເຊກີຢາ ແລະ​ອາຊາຣີຢາ​ຫົວໜ້າ​ເຈົ້າໜ້າທີ່​ປະຈຳ​ວິຫານ​ຂອງ​ພຣະເຈົ້າ.

14 ມີ​ຄົນເລວີ​ຜູ້ໜຶ່ງ​ຊື່​ວ່າ​ໂກເຣ​ລູກຊາຍ​ຂອງ​ອີມນາ ທີ່​ເປັນ​ນາຍ​ເຝົ້າຍາມ​ປະຕູ​ທາງດ້ານ​ຕາເວັນອອກ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບ​ເຄື່ອງຖວາຍ​ດ້ວຍ​ເຕັມໃຈ​ແກ່​ພຣະເຈົ້າ ເພື່ອ​ຈະ​ແຈກ​ຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ທັງຫລາຍ.

15 ໃນ​ເມືອງ​ຕ່າງໆ​ບ່ອນ​ທີ່​ມີ​ປະໂຣຫິດ​ອາໄສ​ຢູ່​ກໍ​ມີ​ຄົນເລວີ​ອື່ນໆ​ຮັບຜິດຊອບ​ໜ້າທີ່​ນີ້​ຢ່າງ​ສັດຊື່ ດັ່ງນີ້: ເອເດນ, ມີນີອາມິນ, ເຢຊູອາ, ເຊມາອີຢາ, ອາມາຣີຢາ ແລະ​ເຊການີຢາ. ພວກເຂົາ​ໄດ້​ແຈກ​ອາຫານ​ໃຫ້​ແກ່​ພີ່ນ້ອງ​ຊາວ​ເລວີ​ເທົ່າ​ກັນ​ຕາມ​ໜ້າທີ່ການ​ຂອງ​ພວກເຂົາ

16 ແລະ​ບໍ່ແມ່ນ​ຕາມ​ແຕ່ລະ​ຕະກຸນ. ພວກເຂົາ​ໄດ້​ເອົາ​ສ່ວນ​ໜຶ່ງ​ໃຫ້​ແກ່​ເພດ​ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ສາມສິບ​ປີ ຂຶ້ນ​ໄປ ຄື​ຜູ້​ທີ່​ຮັບຜິດຊອບ​ແຕ່ລະວັນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕາມ​ຕຳແໜ່ງ​ຂອງ​ພວກເຂົາ.

17 ພວກ​ປະໂຣຫິດ​ໄດ້​ຮັບ​ມອບໝາຍ​ໜ້າທີ່ ຕາມ​ແຕ່ລະ​ຕະກຸນ ແລະ​ຊາວ​ເລວີ​ຜູ້​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ກໍໄດ້​ຮັບ​ມອບໝາຍ​ໜ້າທີ່​ຕາມ​ທີ່​ຕົນ​ສັງກັດ​ຢູ່.

18 ທຸກຄົນ​ໄດ້​ຈົດ​ຊື່​ລົງ​ທະບຽນ​ພ້ອມ​ກັບ​ເມຍ, ລູກ ແລະ​ຄົນອື່ນໆ​ທີ່​ຢູ່​ໃຕ້​ການ​ເບິ່ງແຍງ​ຂອງຕົນ; ເພື່ອ​ຄວາມ​ສັດຊື່​ຂອງ​ພວກເຂົາ ພວກເຂົາ​ຈະ​ຕ້ອງ​ຊຳລະ​ຕົວ​ຂອງ​ພວກເຂົາ​ໃຫ້​ບໍຣິສຸດ.

19 ໃນ​ທ່າມກາງ​ພວກ​ປະໂຣຫິດ​ທີ່​ອາໄສ​ຢູ່​ຕາມ​ເມືອງ​ຕ່າງໆ ຊຶ່ງ​ຖືກ​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ເຊື້ອສາຍ​ອາໂຣນ ຫລື​ໃນ​ບ່ອນ​ລ້ຽງ​ສັດ​ທີ່​ເປັນ​ຂອງ​ເມືອງ​ນັ້ນ ກໍ​ມີ​ຄົນ​ຮັບຜິດຊອບ​ແຈກ​ຢາຍ​ອາຫານ​ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ປະໂຣຫິດ ແລະ​ໃຫ້​ທຸກໆ​ຄົນ​ໃນ​ຕະກຸນ​ເລວີ​ທີ່​ໄດ້​ລົງບັນຊີ​ລາຍຊື່​ໄວ້.

20 ທົ່ວ​ທັງ​ຢູດາຍ ກະສັດ​ເຮເຊກີຢາ​ໄດ້​ເຮັດ​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ ແລະ​ພໍພຣະໄທ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ.

21 ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ, ໃນ​ການ​ປະຕິບັດ​ຕາມ​ກົດບັນຍັດ​ໃນ​ຂໍ້ຄຳສັ່ງ​ທັງຫລາຍ, ໃນ​ການ​ສະແຫວງຫາ​ພຣະເຈົ້າ​ຂອງ​ເພິ່ນ ເພິ່ນ​ໄດ້​ເຮັດ​ດ້ວຍ​ໝົດ​ຈິດໃຈ​ຂອງ​ເພິ່ນ ແລະ​ເພິ່ນ​ໄດ້​ຈະເລີນ​ຮຸ່ງເຮືອງ​ຂື້ນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy