Online Bible

- Reklamy -

2 ຂ່າວຄາວ 30 - ພຣະຄຳພີສັກສິ


ການຕຽມ​ສະຫລອງ​ປັດສະຄາ

1-3 ເນື່ອງ​ຈາກ​ປະຊາຊົນ​ບໍ່​ອາດ​ຈະ​ສະຫລອງ​ປັດສະຄາ ຕາມ​ກຳນົດ​ໃນ​ເດືອນ​ທີ​ໜຶ່ງ​ໄດ້ ເພາະ​ປະໂຣຫິດ​ທີ່​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ແລ້ວ​ນັ້ນ​ຍັງ​ບໍ່ມີ​ພຽງພໍ ແລະ​ປະຊາຊົນ​ສ່ວນ​ຫລາຍ​ກໍ​ຍັງ​ບໍ່​ທັນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ກະສັດ​ເຮເຊກີຢາ, ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ຈຶ່ງ​ໄດ້​ຕົກລົງ​ກັນ​ສະຫລອງ​ງານ​ນີ້​ໃນ​ເດືອນ​ທີ​ສອງ. ສ່ວນ​ກະສັດ​ກໍໄດ້​ປະກາດ​ໄປ​ເຖິງ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາຍ​ໃຫ້​ຮູ້​ທົ່ວ​ເຖິງ​ກັນ. ເພິ່ນ​ໄດ້​ເອົາໃຈໃສ່​ເປັນ​ພິເສດ​ແກ່​ເຜົ່າ​ເອຟຣາອິມ​ແລະ​ມານາເຊ ໂດຍ​ສົ່ງ​ຈົດໝາຍ​ໄປ​ເຊີນ​ພວກເຂົາ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.

4 ກະສັດ​ແລະ​ປະຊາຊົນ​ຕ່າງ​ກໍ​ພໍໃຈ​ນຳ​ແຜນການ​ນີ້

5 ສະນັ້ນ ພວກເຂົາ​ຈຶ່ງ​ເຊີນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ຮ່ວມ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ສະໄໝ​ກ່ອນ ຄື​ເລີ່ມ​ແຕ່​ເມືອງ​ດານ​ທາງທິດ​ຕາເວັນອອກ ຈົນຮອດ​ເມືອງ​ເບເອນເຊບາ​ທາງທິດໃຕ້ ເພື່ອ​ໃຫ້​ພ້ອມກັນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້.

6 ພວກ​ຜູ້​ສົ່ງຂ່າວ​ກໍໄດ້​ອອກ​ໄປ​ທົ່ວ​ທັງ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ, ໃນ​ບັດ​ເຊີນ​ນັ້ນ​ມີ​ຖ້ອຍຄຳ​ດັ່ງນີ້: “ປະຊາຊົນ​ອິດສະຣາເອນ​ເອີຍ ພວກທ່ານ​ຜູ້​ທີ່​ໄດ້​ລອດ​ຈາກ​ການ​ຮຸກຮານ​ຂອງ​ກອງທັບ​ອັດຊີເຣຍ; ບັດນີ້ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ແລະ​ພຣະອົງ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກທ່ານ.

7 ຢ່າ​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກທ່ານ ແລະ​ພວກ​ພີ່ນ້ອງ​ອິດສະຣາເອນ ພວກ​ທີ່​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກທ່ານ​ກໍ​ເຫັນ​ແລ້ວ​ວ່າ​ພຣະອົງ​ລົງໂທດ​ພວກເຂົາ​ໜັກ​ສໍ່າໃດ.

8 ຢ່າ​ດື້ດຶງ​ດັ່ງ​ພວກເຂົາ ແຕ່​ຈົ່ງ​ເຊື່ອຟັງ​ພຣະເຈົ້າຢາເວ. ຈົ່ງ​ມາ​ສູ່​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ໄດ້​ເຮັດ​ໃຫ້​ເປັນ​ບ່ອນ​ສັກສິດ​ຕະຫລອດໄປ ແລະ​ນະມັດສະການ​ພຣະອົງ ເພື່ອ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກທ່ານ​ຕໍ່ໄປ.

9 ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ແລ້ວ​ພວກ​ທີ່​ຈັບ​ພີ່ນ້ອງ​ຂອງ​ພວກທ່ານ​ໄປ​ເປັນ​ຊະເລີຍ​ນັ້ນ ກໍ​ຈະ​ມີ​ຈິດໃຈ​ເມດຕາ​ຕໍ່​ພວກເຂົາ ແລະ​ສົ່ງ​ພວກເຂົາ​ກັບຄືນ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ຊົງ​ພຣະຄຸນ​ແລະ​ມີ​ໃຈ​ເມດຕາ​ກະລຸນາ ແລະ​ຖ້າ​ພວກທ່ານ​ກັບຄືນ​ມາ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ຮັບ​ເອົາ​ພວກທ່ານ​ໄວ້.”

10 ພວກ​ສົ່ງຂ່າວ​ໄດ້​ໄປ​ທຸກໆ​ເມືອງ ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ​ແລະ​ມານາເຊ ແລະ​ໄກ​ອອກ​ໄປ​ຈົນຮອດ​ທາງເໜືອ​ຂອງ​ເຜົ່າ​ເຊບູໂລນ ແຕ່​ປະຊາຊົນ​ຫົວເລາະ​ແລະ​ເຍາະເຍີ້ຍ​ພວກເຂົາ.

11 ຢ່າງໃດ​ກໍຕາມ ຍັງ​ມີ​ບາງຄົນ​ຈາກ​ເຜົ່າ​ອາເຊ, ມານາເຊ ແລະ​ເຊບູໂລນ​ຍິນດີ​ຈະ​ມາ​ທີ່​ນະຄອນ​ເຢຣູຊາເລັມ.

12 ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກ​ຢູດາ​ເຊັ່ນກັນ ແລະ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕັ້ງໃຈ​ເຮັດ​ຕາມ​ພຣະປະສົງ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ປະຊາຊົນ​ສະຫລອງ​ປັດສະຄາ

13 ໃນ​ເດືອນ​ທີ​ສອງ​ໄດ້​ມີ​ປະຊາຊົນ​ຢ່າງ​ຫລວງຫລາຍ​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.

14 ພວກເຂົາ​ເລີ່ມຕົ້ນ​ໂດຍ​ເອົາ​ແທ່ນ​ທັງໝົດ​ທີ່​ໃຊ້​ຖວາຍ​ເຄື່ອງ​ບູຊາ ແລະ​ເຄື່ອງຫອມ​ໃນ​ນະຄອນ​ເຢຣູຊາເລັມ ໂຍນ​ລົງ​ໃນ​ຮ່ອມພູ​ກິດໂຣນ.

15 ແລະ​ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ນັ້ນ ພວກເຂົາ​ໄດ້​ຂ້າ​ລູກແກະ​ສຳລັບ​ຖວາຍບູຊາ​ໃນ​ປັດສະຄາ. ປະໂຣຫິດ​ແລະ​ຊາວ​ເລວີ​ທີ່​ບໍ່ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ກໍ​ຮູ້ສຶກ​ລະອາຍ​ໃຈ; ສະນັ້ນ ພວກເຂົາ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ແລະ​ບັດນີ້ ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້.

16 ພວກເຂົາ​ໄດ້​ເຂົ້າ​ປະຈຳ​ໜ້າທີ່​ຂອງຕົນ​ໃນ​ພຣະວິຫານ ຕາມ​ຄຳແນະນຳ​ທີ່​ມີ​ຢູ່​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ. ຊາວ​ເລວີ​ໄດ້​ນຳ​ເລືອດ​ສັດ​ສຳລັບ​ບູຊາ​ນັ້ນ​ມາ​ໃຫ້​ປະໂຣຫິດ​ຊິດ​ໃສ່​ແທ່ນບູຊາ.

17 ເພາະວ່າ​ມີ​ຫລາຍ​ຄົນ​ໃນ​ປະຊາຊົນ​ນັ້ນ ທີ່​ຍັງ​ບໍ່ໄດ້​ຊຳລະ​ຕົນ​ໃຫ້​ບໍຣິສຸດ ພວກເຂົາ​ຈຶ່ງ​ຂ້າ​ແກະ​ຖວາຍ​ສຳລັບ​ປັດສະຄາ​ບໍ່ໄດ້; ສະນັ້ນ ຊາວ​ເລວີ​ຈຶ່ງ​ໄດ້​ຂ້າ​ແກະ​ປັດສະຄາ​ສຳລັບ​ທຸກຄົນ​ທີ່​ຍັງ​ເປັນ​ມົນທິນ ເພື່ອ​ເຮັດ​ໃຫ້​ເຂົາ​ບໍຣິສຸດ​ແດ່​ພຣະເຈົ້າຢາເວ.

18 ນອກຈາກນີ້​ຍັງ​ມີ​ຫລາຍ​ຄົນ​ທີ່​ມາ​ຈາກ​ເຜົ່າ​ເອຟຣາອິມ, ມານາເຊ, ອິດຊາຄາ ແລະ​ເຊບູໂລນ ຍັງ​ບໍ່ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ເຮັດ​ພິທີ​ນີ້​ຢ່າງ​ບໍ່​ຖືກຕ້ອງ. ກະສັດ​ເຮເຊກີຢາ​ຈຶ່ງ​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ​ວ່າ,

19 “ຂ້າແດ່​ພຣະເຈົ້າຢາເວ​ຜູ້ປະເສີດ​ເອີຍ ຂໍ​ຊົງໂຜດ​ຍົກໂທດ​ໃຫ້​ຜູ້​ທີ່​ເຕັມໃຈ​ສະແຫວງ​ຫາ​ພຣະເຈົ້າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ເຖິງ​ແມ່ນ​ວ່າ​ພວກເຂົາ​ຍັງ​ເປັນ​ມົນທິນ​ຢູ່​ກໍຕາມ.”

20 ພຣະເຈົ້າຢາເວ​ໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ເຮເຊກີຢາ; ພຣະອົງ​ໄດ້​ຍົກໂທດ​ໃຫ້​ປະຊາຊົນ ແລະ​ບໍ່​ເຮັດ​ໃຫ້​ພວກເຂົາ​ເປັນ​ອັນຕະລາຍ​ແຕ່​ຢ່າງໃດ.

21 ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ໄດ້​ສະຫລອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ເປັນ​ເວລາ​ເຈັດ​ວັນ ແລະ​ແຕ່ລະວັນ ພວກເລວີ​ແລະ​ບັນດາ​ປະໂຣຫິດ​ຕ່າງ​ກໍ​ສັນລະເສີນ​ພຣະເຈົ້າຢາເວ ດ້ວຍ​ສຸດ​ກຳລັງ​ຂອງ​ພວກເຂົາ. ດ້ວຍ​ເຄື່ອງ​ດົນຕຼີ​ຕ່າງໆ​ສຳລັບ​ພຣະເຈົ້າຢາເວ.

22 ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ


ການ​ສະຫລອງ​ປັດສະຄາ​ຄັ້ງ​ທີ​ສອງ

23 ພວກເຂົາ​ທຸກຄົນ​ໄດ້​ຕົກລົງ​ກັນ​ສະຫລອງ​ຕໍ່​ອີກ​ເຈັດ​ວັນ. ສະນັ້ນ ພວກເຂົາ​ຈຶ່ງ​ສະຫລອງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.

24 ກະສັດ​ເຮເຊກີຢາ​ໄດ້​ປະກອບ​ສ່ວນ​ງົວເຖິກ​ໜຶ່ງພັນ​ໂຕ ແລະ​ແກະເຖິກ​ເຈັດພັນ​ໂຕ ເພື່ອ​ໃຫ້​ປະຊາຊົນ​ຂ້າ​ກິນ ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ​ກໍໄດ້​ຊ່ວຍ​ງົວເຖິກ​ໜຶ່ງພັນ​ໂຕ ແລະ​ແກະເຖິກ​ໜຶ່ງພັນ​ໂຕ. ມີ​ປະໂຣຫິດ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ.

25 ສະນັ້ນ ທຸກຄົນ​ຈຶ່ງ​ຊົມຊື່ນ​ຍິນດີ​ເປັນ​ຕົ້ນ: ປະຊາຊົນ​ຊາວ​ຢູດາ, ບັນດາ​ປະໂຣຫິດ​ຊາວ​ເລວີ, ປະຊາຊົນ​ທີ່​ມາ​ແຕ່​ທາງທິດເໜືອ, ຕະຫລອດ​ທັງ​ຊາວ​ຕ່າງດ້າວ​ທີ່​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ຢ່າງ​ຖາວອນ​ໃນ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ.

26 ນະຄອນ​ເຢຣູຊາເລັມ​ຈຶ່ງ​ຟົດຟື້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ອັນ​ໃຫຍ່ ເພາະ​ບໍ່ເຄີຍ​ມີ​ເຫດການ​ເຊັ່ນນີ້​ເກີດຂຶ້ນ ນັບ​ຕັ້ງແຕ່​ສະໄໝ​ຂອງ​ກະສັດ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ເປັນ​ຕົ້ນ​ມາ.

27 ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ໄດ້​ຢືນຂື້ນ​ອວຍພອນ​ປະຊາຊົນ. ພຣະເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ໄດ້ຍິນ​ສຽງ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ ແລະ​ພຣະອົງ​ຈຶ່ງ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ເຫຼົ່ານັ້ນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy