Online Bible

- Reklamy -

2 ຂ່າວຄາວ 29 - ພຣະຄຳພີສັກສິ


ກະສັດ​ເຮເຊກີຢາ​ແຫ່ງ​ຢູດາຍ
( 2 ກສ 18:1-3 )

1 ເຈົ້າ​ເຮເຊກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ​ເມື່ອ​ເພິ່ນ​ອາຍຸ​ຊາວຫ້າ​ປີ ແລະ​ໄດ້​ປົກຄອງ​ຢູ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ຊາວເກົ້າ​ປີ. ແມ່​ຂອງ​ເພິ່ນ​ຊື່​ວ່າ​ອາບີຢາ​ລູກສາວ​ຂອງ​ເຊກາຣີຢາ.

2 ໂດຍ​ເຮັດ​ຕາມ​ແບບ​ຢ່າງ​ຂອງ​ກະສັດ​ດາວິດ​ຜູ້​ເປັນ​ບັນພະບຸລຸດ ເພິ່ນ​ໄດ້​ກະທຳ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ພໍພຣະໄທ.


ການຊຳລະ​ພຣະວິຫານ

3 ໃນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ແຫ່ງ​ເຈົ້າ​ເຮເຊກີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ນັ້ນ ເພິ່ນ​ໄດ້​ເປີດ​ປະຕູ​ວິຫານ​ຂອງ​ພຣະເຈົ້າຢາເວ​ອີກ​ໃໝ່​ແລະ​ລົງມື​ສ້ອມແປງ​ປະຕູ​ເຫຼົ່ານັ້ນ.

4 ເພິ່ນ​ໄດ້​ເຕົ້າໂຮມ​ເອົາ​ປະໂຣຫິດ​ໝວດ​ໜຶ່ງ ແລະ​ພວກເລວີ​ທາງດ້ານ​ທິດ​ຕາເວັນອອກ,

5 ແລະ​ໂອ້ລົມ​ກັບ​ພວກເຂົາ​ຢູ່​ໃນ​ນັ້ນ​ວ່າ, “ພວກທ່ານ​ຊາວ​ເລວີ ຈົ່ງ​ອຸທິດ​ພວກທ່ານ​ເອງ ແລະ​ຈົ່ງ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ. ຈົ່ງ​ຍົກຍ້າຍ​ທຸກໆ​ສິ່ງ​ທີ່​ເປັນ​ມົນທິນ​ອອກ​ໄປ​ຈາກ​ສະຖານທີ່​ສັກສິດ.

6 ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ໄດ້​ເຮັດ​ສິ່ງ​ທີ່​ພຣະອົງ​ບໍ່​ພໍພຣະໄທ. ພວກເພິ່ນ​ໄດ້​ປະຖິ້ມ​ພຣະອົງ ແລະ​ປິ່ນຫລັງ​ໃຫ້​ແກ່​ທີ່ສະຖິດ​ຂອງ​ພຣະເຈົ້າຢາເວ.

7 ພວກເພິ່ນ​ໄດ້​ອັດ​ປະຕູ​ພຣະວິຫານ, ໄດ້​ປ່ອຍ​ໃຫ້​ຕະກຽງ​ມອດ ແລະ​ບໍ່ໄດ້​ເຜົາ​ເຄື່ອງຫອມ​ຖວາຍ​ຫລື​ເຜົາບູຊາ​ໃນ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.

8 ເພາະ​ເລື່ອງ​ນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ ແລະ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ອານາຈັກ​ທັງສອງ​ນັ້ນ ພາ​ໃຫ້​ທຸກຄົນ​ຕົກໃຈ​ຢ້ານກົວ​ຫລາຍ. ພວກທ່ານ​ກໍ​ຮູ້ຈັກ​ສິ່ງ​ນີ້​ດີ.

9 ພໍ່​ຂອງ​ພວກເຮົາ​ໄດ້​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ເມຍ​ກັບ​ລູກ​ຂອງ​ພວກເຮົາ​ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

10 ບັດນີ້ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກເຮົາ​ຕໍ່ໄປ.

11 ລູກ​ທັງຫລາຍ​ຂອງເຮົາ​ເອີຍ ຢ່າ​ສູ່​ມົວ​ຊັກຊ້າ​ຢູ່​ເລີຍ. ພວກທ່ານ​ແມ່ນ​ຜູ້ໜຶ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ພຣະອົງ ແລະ​ນຳພາ​ປະຊາຊົນ​ເຂົ້າ​ມາ​ນະມັດສະການ​ພຣະອົງ.”

12 ພວກ​ເລວີ​ທີ່​ມີ​ໜ້າ​ໃນ​ທີ່ນັ້ນ ມີ​ດັ່ງນີ້: ຈາກ​ຕະກຸນ​ໂກຮາດ, ມາຮາດ ລູກຊາຍ​ຂອງ​ອາມາໄສ ແລະ​ໂຢເອນ​ລູກຊາຍ​ຂອງ​ອາຊາຣີຢາ; ຈາກ​ຕະກຸນ​ເມຣາຣີ, ກີເຊ ລູກຊາຍ​ຂອງ​ອັບດີ ແລະ​ອາຊາຣີຢາ​ລູກຊາຍ​ຂອງ​ເຢຮານເລເລນ; ຈາກ​ຕະກຸນ​ເກໂຊນ, ໂຢອາ ລູກຊາຍ​ຂອງ​ຊິມມາ ແລະ​ເອເດນ​ລູກຊາຍ​ຂອງ​ໂຢອາ

13 ຈາກ​ຕະກຸນ​ເອລີຊາຟັນ, ຊິມຣີ ແລະ​ເຢອູເອນ; ຈາກ​ຕະກຸນ​ອາສັບ, ເຊກາຣີຢາ ແລະ​ມັດຕານິຢາ

14 ຈາກ​ຕະກຸນ​ເຮມານ, ເຢອູເອນ ແລະ​ຊີເມອີ; ຈາກ​ຕະກຸນ​ເຢດູທູນ, ເຊມາອີຢາ ແລະ​ອຸດຊີເອນ.

15 ຄົນ​ເຫຼົ່ານີ້​ໄດ້​ເອີ້ນ​ພີ່ນ້ອງ​ຊາວ​ເລວີ​ຂອງ​ພວກເຂົາ​ມາ​ປະຊຸມ​ກັນ ແລະ​ພວກເຂົາ​ທຸກຄົນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ. ແລ້ວ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ເພື່ອ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ​ໃຫ້​ໝົດ​ມົນທິນ.

16 ພວກ​ປະໂຣຫິດ​ໄດ້​ເຂົ້າ​ໄປ​ທາງ​ໃນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ເພື່ອ​ຊຳລະ​ໃຫ້​ສະອາດ ແລະ​ພວກເຂົາ​ໄດ້​ຂົນ​ທຸກສິ່ງ ທີ່​ເປັນ​ມົນທິນ​ທັງຫຼາຍ​ທີ່​ພວກເຂົາ​ໄດ້ພົບ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ອອກ​ມາ​ກອງ​ໄວ້​ທີ່​ເດີ່ນ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ. ພວກເລວີ​ໄດ້​ຂົນ​ສິ່ງ​ທີ່​ເປັນ​ມົນທິນ​ເຫຼົ່ານັ້ນ​ໄປ​ຖິ້ມ​ລົງ​ໃນ​ຮ່ອມພູ​ກິດໂຣນ​ຢູ່​ນອກເມືອງ.

17 ການ​ລົງມື​ຊຳລະ​ພຣະວິຫານ​ນີ້​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີໜຶ່ງ​ຂອງ​ເດືອນ​ທີໜຶ່ງ ແລະ​ພໍ​ເຖິງ​ວັນ​ທີແປດ​ກໍ​ສຳເລັດ​ໝົດ ລວມ​ທັງ​ຫ້ອງ​ທີ່​ທາງ​ເຂົ້າ​ດ້ານໜ້າ​ວິຫານ​ຂອງ​ພຣະເຈົ້າຢາເວ. ແລ້ວ​ພວກເຂົາ​ກໍ​ຕຽມ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້​ສຳລັບ​ການ​ນະມັດສະການ​ອີກ​ແປດ​ວັນ ຈົນເຖິງ​ວັນ​ທີ​ສິບຫົກ​ຂອງ​ເດືອນ​ຈຶ່ງ​ສຳເລັດ​ທັງໝົດ.


ການ​ອຸທິດ​ຖວາຍ​ພຣະວິຫານ​ຄືນ​ໃໝ່

18 ພວກເລວີ​ໄດ້​ລາຍງານ​ໃຫ້​ກະສັດ​ເຮເຊກີຢາ​ຮູ້ ດັ່ງນີ້: “ພວກ​ຂ້ານ້ອຍ​ໄດ້​ເຮັດ​ສຳເລັດ​ພິທີ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ​ທັງໝົດ​ແລ້ວ, ມີ​ແທ່ນ​ເຜົາບູຊາ​ແລະ​ເຄື່ອງໃຊ້​ເທິງແທ່ນ​ທັງໝົດ, ໂຕະ​ວາງ​ເຂົ້າຈີ່​ໃສ່​ເປັນ​ແຖວ​ແລະ​ເຄື່ອງໃຊ້​ເທິງໂຕະ​ທັງໝົດ.

19 ພວກ​ຂ້ານ້ອຍ​ຍັງ​ໄດ້​ນຳ​ເຄື່ອງໃຊ້​ທັງໝົດ ຊຶ່ງ​ກະສັດ​ອາຮາດ​ໄດ້​ເອົາ​ໄປ​ໃນ​ສະໄໝ​ທີ່​ເພິ່ນ​ບໍ່​ສັດຊື່​ຕໍ່​ພຣະເຈົ້າ​ນັ້ນ​ຄືນ​ມາ ແລະ​ພວກ​ຂ້ານ້ອຍ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າ​ຄືນ​ໃໝ່​ອີກ. ສິ່ງ​ທັງໝົດ​ນັ້ນ​ໄດ້​ວາງ​ໄວ້​ຢູ່​ດ້ານໜ້າ​ຂອງ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ​ແລ້ວ.”

20 ໂດຍ​ບໍ່​ຊັກຊ້າ​ກະສັດ​ເຮເຊກີຢາ​ໄດ້​ເອີ້ນ​ຊາວ​ເມືອງ​ຊັ້ນ​ຫົວໜ້າ​ມາ​ປະຊຸມ ແລະ​ພວກເຂົາ​ຈຶ່ງ​ພ້ອມ​ພາກັນ​ຂື້ນໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.

21 ເພື່ອ​ເປັນ​ການ​ລຶບລ້າງ​ການບາບ​ຂອງ​ຣາຊວົງ ລວມ​ທັງ​ຂອງ​ປະຊາຊົນ​ຢູດາ ແລະ​ຊຳລະ​ພຣະວິຫານ ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ເຈັດ​ໂຕ, ແກະເຖິກ​ເຈັດ​ໂຕ, ລູກແກະ​ເຈັດ​ໂຕ ແລະ​ແບ້​ເຈັດ​ໂຕ. ເພິ່ນ​ບອກ​ບັນດາ​ປະໂຣຫິດ​ທີ່​ເປັນ​ເຊື້ອສາຍ​ຂອງ​ອາໂຣນ ໃຫ້​ຖວາຍ​ສັດ​ເຫຼົ່ານັ້ນ​ທີ່​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ.

22 ພວກ​ປະໂຣຫິດ​ໄດ້​ຂ້າ​ງົວເຖິກ​ກ່ອນ ແລ້ວ​ກໍ​ຂ້າ​ແກະເຖິກ​ກັບ​ລູກແກະ ແລະ​ຊິດ​ເລືອດ​ຂອງ​ສັດ​ແຕ່ລະ​ໂຕ​ໃສ່​ແທ່ນບູຊາ.

23 ແລະ​ພວກເຂົາ​ໄດ້​ນຳ​ແບ້ເຖິກ​ສຳລັບ​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ມາ​ຕໍ່ໜ້າ​ກະສັດ ແລະ​ທີ່​ຊຸມນຸມຊົນ; ແລ້ວ​ພວກເຂົາ​ໄດ້​ວາງມື​ໃສ່​ມັນ.

24 ແລ້ວ​ບັນດາ​ປະໂຣຫິດ​ຈຶ່ງ​ໄດ້​ຂ້າ​ແບ້ ແລະ​ຖອກ​ເລືອດ​ໃສ່​ແທ່ນບູຊາ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ທຸກຄົນ ເພາະ​ກະສັດ​ໄດ້​ສັ່ງ​ໃຫ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ລຶບລ້າງ​ການບາບ​ຂອງ​ປະຊາຊົນ​ອິດສະຣາເອນ​ທັງໝົດ.

25 ກະສັດ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ກະສັດ​ດາວິດ​ໂດຍ​ຜ່ານ​ທາງ​ກາດ ຜູ້ທຳນວາຍ​ຂອງ​ກະສັດ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ນາທານ; ເພິ່ນ​ໄດ້​ໃຫ້​ຊາວ​ເລວີ​ປະຈຳ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໂດຍ​ໃຫ້​ມີ​ພິນ​ແລະ​ມີ​ແສ່ງ

26 ເຄື່ອງ​ດົນຕຼີ​ດັ່ງ​ສະໄໝ​ຂອງ​ກະສັດ​ດາວິດ​ໄດ້​ເຮັດ. ພວກ​ປະໂຣຫິດ​ໄດ້​ຢືນ​ຖື​ແກ​ຕຽມພ້ອມ​ຢູ່​ທີ່​ນັ້ນ​ຄືກັນ.

27 ເຮເຊກີຢາ​ໄດ້​ສັ່ງ​ໃຫ້​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ພໍ​ພິທີ​ເລີ່ມ​ຂຶ້ນ ປະຊາຊົນ​ຕ່າງ​ກໍ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າຢາເວ; ສ່ວນ​ບັນດາ​ນັກດົນຕຼີ​ກໍ​ຕັ້ງຕົ້ນ​ເປົ່າແກ ແລະ​ຫລີ້ນ​ເຄື່ອງ​ດົນຕຼີ​ອື່ນໆ​ອີກ.

28 ທຸກໆ​ຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ນະມັດສະການ ແລະ​ສຽງ​ຮ້ອງ​ພ້ອມ​ສຽງ​ເສບ​ກໍ​ສືບຕໍ່​ກັນ​ໄປ ຈົນກວ່າ​ການ​ຖວາຍບູຊາ​ໄດ້​ສຳເລັດ​ລົງ.

29 ແລ້ວ​ກະສັດ​ເຮເຊກີຢາ​ພ້ອມ​ດ້ວຍ​ປະຊາຊົນ​ທັງໝົດ ກໍໄດ້​ຄຸເຂົ່າ​ລົງ​ນ້ອມ​ນະມັດສະການ​ພຣະເຈົ້າ.

30 ກະສັດ​ພ້ອມ​ດ້ວຍ​ພວກ​ຜູ້ນຳ​ຂອງ​ປະຊາຊົນ​ໃນ​ຊາດ ໄດ້​ບອກ​ໃຫ້​ຊາວ​ເລວີ​ຮ້ອງເພງ​ສັນລະເສີນ​ແດ່​ພຣະເຈົ້າຢາເວ ຄື​ຖ້ອຍຄຳ​ທີ່​ກະສັດ​ດາວິດ ແລະ​ຜູ້ທຳນວາຍ​ອາສັບ​ໄດ້​ແຕ່ງ​ໄວ້. ສະນັ້ນ ທຸກຄົນ​ຈຶ່ງ​ຮ້ອງເພງ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເມື່ອ​ພວກເຂົາ​ຄຸເຂົ່າ​ລົງ​ນ້ອມ​ນະມັດສະການ​ພຣະເຈົ້າ.

31 ເຮເຊກີຢາ​ກ່າວ​ແກ່​ປະຊາຊົນ​ວ່າ, “ບັດນີ້ ເມື່ອ​ພວກເຈົ້າ​ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ສຳລັບ​ພຣະເຈົ້າຢາເວ​ແລ້ວ ຈົ່ງ​ຫຍັບ​ມາໃກ້ ແລະ​ນຳ​ເຄື່ອງ​ບູຊາ​ກັບ​ເຄື່ອງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.” ພວກເຂົາ​ກໍໄດ້​ປະຕິບັດ​ຕາມ ແລະ​ຍັງ​ມີ​ບາງຄົນ​ໄດ້​ນຳ​ສັດ​ມາ​ຂ້າ ເພື່ອ​ເຜົາບູຊາ​ດ້ວຍ​ຄວາມ​ສະໝັກ​ໃຈ.

32 ພວກເຂົາ​ໄດ້​ນຳ​ງົວເຖິກ​ເຈັດສິບ​ໂຕ, ແກະເຖິກ​ໜຶ່ງຮ້ອຍ​ໂຕ ແລະ​ລູກແກະ​ສອງຮ້ອຍ​ໂຕ ມາ​ເຜົາບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ;

33 ພວກເຂົາ​ໄດ້​ນຳ​ງົວເຖິກ​ຫົກຮ້ອຍ​ໂຕ ແລະ​ແກະເຖິກ​ສາມພັນ​ໂຕ ມາ​ເປັນ​ເຄື່ອງ​ບູຊາ ເພື່ອ​ໃຫ້​ປະຊາຊົນ​ກິນ.

34 ເມື່ອ​ບໍ່ມີ​ປະໂຣຫິດ​ພຽງພໍ​ທີ່​ຈະ​ຂ້າ​ສັດ​ເຫຼົ່ານີ້ ຊາວ​ເລວີ​ຈຶ່ງ​ໄດ້​ຂ້າ​ຊ່ວຍ ຈົນ​ວຽກງານ​ສຳເລັດ​ຮຽບຮ້ອຍ. ໃນ​ເວລາ​ນັ້ນ ມີ​ປະໂຣຫິດ​ຫລາຍ​ຄົນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ຕື່ມ​ອີກ. (ຊາວ​ເລວີ​ຍິ່ງ​ມີ​ໃຈ​ສັດຊື່​ຫລາຍ​ຂຶ້ນ ໃນ​ການ​ປະພຶດ​ຕົນ​ບໍ່​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ.)

35 ນອກ​ເໜືອ​ຈາກ​ການ​ຖວາຍບູຊາ​ດ້ວຍ​ການ​ເຜົາ​ທັງໝົດ​ແລ້ວ ພວກ​ປະໂຣຫິດ​ຍັງ​ຮັບຜິດຊອບ​ເຜົາ​ໄຂມັນ ຊຶ່ງ​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ແລະ​ສຳລັບ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ພ້ອມ​ກັບ​ເຄື່ອງ​ເຜົາບູຊາ​ອີກ. ສະນັ້ນ ການ​ນະມັດສະການ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຮັບ​ການ​ຟື້ນຟູ​ຂຶ້ນ​ໃໝ່.

36 ກະສັດ​ເຮເຊກີຢາ​ແລະ​ປະຊາຊົນ​ພາກັນ​ຊົມຊື່ນ​ຍິນດີ ເພາະ​ພຣະເຈົ້າ​ໄດ້​ຊ່ວຍ​ໃຫ້​ເຮັດ​ສິ່ງ​ທັງໝົດ​ນີ້​ສຳເລັດຜົນ​ຢ່າງ​ວ່ອງໄວ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy