Online Bible

- Reklamy -

2 ຂ່າວຄາວ 28 - ພຣະຄຳພີສັກສິ


ກະສັດ​ອາຮາດ​ແຫ່ງ​ຢູດາຍ
( 2 ກສ 16:1-4 )

1 ເຈົ້າ​ອາຮາດ​ໄດ້​ຂຶ້ນ​ເປັນ​ກະສັດ​ເມື່ອ​ເພິ່ນ​ອາຍຸ​ຊາວ​ປີ ແລະ​ໄດ້​ປົກຄອງ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ​ເປັນ​ເວລາ​ສິບຫົກ​ປີ. ເພິ່ນ​ບໍ່ໄດ້​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ດາວິດ ບັນພະບຸລຸດ​ຂອງ​ເພິ່ນ; ແຕ່​ເພິ່ນ​ໄດ້​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ບໍ່​ພໍພຣະໄທ

2 ຄື​ເຮັດ​ຕາມ​ແບບຢ່າງ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ. ເພິ່ນ​ສ້າງ​ຮູບ​ພະບາອານ​ເປັນ​ໂລຫະ​ຂຶ້ນ,

3 ເຜົາ​ເຄື່ອງຫອມ​ບູຊາ​ຢູ່​ໃນ​ຮ່ອມພູ​ຮິນໂນມ ແລະ​ເຜົາ​ແມ່ນແຕ່​ລູກຊາຍ​ຂອງ​ຕົນເອງ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບເຄົາຣົບ ຕາມ​ຮີດຄອງ​ອັນ​ໜ້າລັງກຽດ​ຂອງ​ຊາວ​ຕ່າງຊາດ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ຂັບໄລ່​ອອກ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.

4 ຢູ່​ຕາມ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ, ຢູ່​ຕາມ​ເນີນພູ ແລະ​ຢູ່​ຕາມ​ຮົ່ມ​ກົກໄມ້​ໃບຂຽວ​ຕ່າງໆ ອາຮາດ​ໄດ້​ເຜົາ​ສັດ ແລະ​ເຄື່ອງ​ຖວາຍບູຊາ.


ເສິກ​ກັບ​ຊີເຣຍ ແລະ​ອິດສະຣາເອນ
( 2 ກສ 16:5 )

5 ຍ້ອນ​ກະສັດ​ອາຮາດ​ໄດ້​ເຮັດ​ບາບ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ຈຶ່ງ​ໄດ້​ໃຫ້​ກະສັດ​ຊີເຣຍ​ຮົບ​ຊະນະ​ເພິ່ນ ແລະ​ນຳ​ເອົາ​ຊາວ​ຢູດາ​ຈຳນວນ​ຫລວງຫລາຍ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ດາມັສກັດ. ພຣະອົງ​ໄດ້​ໃຫ້​ເປກາ​ລູກຊາຍ​ຂອງ​ເຣມາລີຢາ​ກະສັດ​ແຫ່ງ​ອິດສະຣາເອນ ຮົບ​ຊະນະ​ອາຮາດ​ຄືກັນ

6 ແລະ​ໄດ້​ຂ້າ​ທະຫານ​ຢູດາ​ທີ່​ເກັ່ງກ້າ ໜຶ່ງຮ້ອຍ​ຊາວພັນ​ຄົນ​ໃນ​ມື້ດຽວ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ໄດ້​ອະນຸຍາດ​ໃຫ້​ສິ່ງ​ເຫຼົ່ານີ້​ເກີດຂຶ້ນ, ເພາະ​ປະຊາຊົນ​ຢູດາ​ໄດ້​ປະຖິ້ມ​ພຣະອົງ.

7 ມີ​ທະຫານ​ອິດສະຣາເອນ​ຄົນ​ໜຶ່ງ​ຊື່​ວ່າ ຊີກະຣີ; ລາວ​ໄດ້​ຂ້າ​ມາອາເສອີຢາ​ລູກຊາຍ​ຂອງ​ກະສັດ​ອາຮາດ, ອາຊະຣີກຳ​ເປັນ​ຫົວໜ້າ​ກົມ​ປົກຄອງ​ປະຈຳວັງ ແລະ​ເອນການາ​ເປັນ​ຜູ້​ຮອງ​ກະສັດ.

8 ເຖິງ​ແມ່ນ​ວ່າ ຊາວ​ຢູດາ​ເປັນ​ພີ່ນ້ອງ​ຮ່ວມຊາດ​ດຽວກັນ​ກໍຕາມ ແຕ່​ກອງທັບ​ອິດສະຣາເອນ​ກໍໄດ້​ຈັບ​ຜູ້ຍິງ​ພ້ອມ​ທັງ​ເດັກນ້ອຍ​ສອງຮ້ອຍ​ພັນ​ຄົນ​ໄປ​ເປັນ​ຊະເລີຍ ແລະ​ນຳ​ພວກເຂົາ​ກັບຄືນ​ມາ​ທີ່​ນະຄອນ​ຊາມາເຣຍ ຮ່ວມ​ກັບ​ສິ່ງຂອງ​ເປັນ​ຈຳນວນ​ຫລວງຫລາຍ ຊຶ່ງ​ພວກເຂົາ​ຢຶດ​ມາ​ໄດ້​ນັ້ນ.


ຜູ້ທຳນວາຍ​ໂອເດັດ

9 ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເດັດ. ລາວ​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ຊາມາເຣຍ. ລາວ​ມາ​ພົບ​ກອງທັບ​ອິດສະຣາເອນ ທີ່​ກຳລັງ​ກັບ​ເຂົ້າ​ມາ​ໃນ​ເມືອງ ພ້ອມ​ທັງ​ຊະເລີຍເສິກ​ຊາວ​ຢູດາ. ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ໄດ້​ໂກດຮ້າຍ​ຊາວ​ຢູດາ ແລະ​ໃຫ້​ພວກທ່ານ​ເອົາ​ຊະນະ​ພວກເຂົາ. ແຕ່​ບັດນີ້ ພຣະອົງ​ໄດ້ຍິນ​ວ່າ ພວກທ່ານ​ໄດ້​ສັງຫານ​ພວກເຂົາ​ຢ່າງ​ໂຫດຮ້າຍ.

10 ມາບັດນີ້ ພວກທ່ານ​ຕັ້ງໃຈ​ເຮັດ​ໃຫ້​ຜູ້ຊາຍ​ແລະ​ຜູ້ຍິງ​ເຢຣູຊາເລັມ​ແລະ​ຢູດາ​ຕົກ​ເປັນ​ທາດຮັບໃຊ້​ຂອງ​ພວກທ່ານ​ອີກ. ພວກທ່ານ​ບໍ່​ຮູ້​ຫລື​ບໍ່​ວ່າ ພວກທ່ານ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ​ເໝືອນກັນ?

11 ຈົ່ງ​ຟັງ​ໃຫ້​ດີ ຊະເລີຍເສິກ​ເຫຼົ່ານີ້​ແມ່ນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພວກທ່ານ​ເອງ. ຈົ່ງ​ປ່ອຍ​ພວກເຂົາ​ໄປ​ສາ ຫລື​ຈະ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ແລະ​ລົງໂທດ​ພວກທ່ານ​ຢ່າງ​ຮຸນແຮງ.”

12 ຜູ້ນຳ​ຂອງ​ອານາຈັກ​ເໜືອ​ສີ່​ຄົນ​ຄື: ອາຊາຣີຢາ​ລູກຊາຍ​ຂອງ​ໂຢຮານານ, ເບເຣກີຢາ​ລູກຊາຍ​ຂອງ​ເມຊິນເລໂມດ, ເຢຮີຊະກີຢາ​ລູກຊາຍ​ຂອງ​ຊານລູມ ແລະ​ອາມາສາ​ລູກຊາຍ​ຂອງ​ຮັດໄລ ໄດ້​ຄັດຄ້ານ​ການກະທຳ​ຂອງ​ຝ່າຍ​ກອງທັບ​ເໝືອນກັນ.

13 ພວກເຂົາ​ໄດ້​ເວົ້າ​ວ່າ, “ຢ່າ​ນຳ​ຊະເລີຍເສິກ​ເຫຼົ່ານັ້ນ​ມາ​ທີ່​ນີ້ ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ໄດ້​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ ພໍ​ທີ່​ພຣະອົງ​ຈະ​ລົງໂທດ​ພວກເຮົາ​ໄດ້. ບັດນີ້ ພວກທ່ານ​ຢາກ​ເຮັດ​ສິ່ງ​ທີ່​ທະວີ​ຄວາມຜິດ​ຂອງ​ພວກເຮົາ​ໃຫ້​ເພີ່ມ​ຂຶ້ນ​ອີກ.”

14 ດັ່ງນັ້ນ ກອງທັບ​ຈຶ່ງ​ສົ່ງ​ພວກ​ຊະເລີຍ ແລະ​ສິ່ງຂອງ​ທີ່​ພວກເຂົາ​ໄດ້​ຢຶດ​ມາ​ນັ້ນ ໃຫ້​ປະຊາຊົນ​ແລະ​ບັນດາ​ຜູ້ນຳ​ຂອງ​ພວກເຂົາ

15 ແລະ​ຊາຍ​ສີ່​ຄົນ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ຮັບຜິດຊອບ​ຢາຍ​ເຄື່ອງນຸ່ງຫົ່ມ​ທີ່​ຢຶດ​ມາ​ນັ້ນ​ໃຫ້​ພວກ​ຊະເລີຍ. ພວກເຂົາ​ໄດ້​ເອົາ​ເຄື່ອງ​ໃຫ້​ພວກ​ຊະເລີຍ​ນຸ່ງ, ເອົາ​ເກີບ​ໃຫ້​ພວກເຂົາ​ໃສ່, ໃຫ້​ພວກເຂົາ​ກິນ​ແລະ​ດື່ມ ແລະ​ທາ​ນໍ້າມັນ​ໝາກກອກເທດ​ໃສ່​ບາດແຜ​ໃຫ້. ຄົນ​ທີ່​ອ່ອນແຮງ​ຍ່າງ​ບໍ່ໄດ້​ແມ່ນ​ໃຫ້​ຂີ່​ລໍ ແລະ​ພວກ​ຊະເລີຍເສິກ​ທັງໝົດ​ຈຶ່ງ​ຖືກ​ນຳ​ກັບຄືນ​ເມືອ​ສູ່​ເຂດແດນ​ຂອງ​ຢູດາຍ​ທີ່​ເມືອງ​ເຢຣິໂກ​ເມືອງ​ຕົ້ນ​ຕານ. ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ກັບຄືນ​ມາ​ນະຄອນ​ຊາມາເຣຍ.


ອາຮາດ​ຂໍຮ້ອງ​ອັດຊີເຣຍ​ໃຫ້​ຊ່ວຍເຫລືອ
( 2 ກສ 16:7-9 )

16-17 ຊາວ​ເອໂດມ​ໄດ້​ເລີ່ມ​ເຂົ້າ​ມາ​ປຸ້ນສະດົມ​ຢູດາຍ​ອີກ ແລະ​ພວກເຂົາ​ກໍໄດ້​ຈັບ​ຫລາຍ​ຄົນ​ໄປ​ເປັນ​ຊະເລີຍ; ສະນັ້ນ ກະສັດ​ອາຮາດ​ຈຶ່ງ​ຂໍ​ໃຫ້​ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ມາ​ຊ່ວຍເຫລືອ.

18 ໃນ​ເວລາ​ດຽວກັນ​ນັ້ນ ຊາວ​ຟີລິດສະຕິນ​ກໍໄດ້​ປຸ້ນສະດົມ​ເມືອງ​ຕ່າງໆ ທາງ​ທິດ​ຕາເວັນຕົກ​ຂອງ​ຕີນ​ພູ​ແລະ​ທາງ​ທິດໃຕ້​ຂອງ​ຢູດາຍ. ພວກເຂົາ​ໄດ້​ຢຶດ​ເມືອງ​ຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະ​ເກເດໂຣດ ແລະ​ເມືອງ​ຕ່າງໆ​ຂອງ​ໂສໂກ, ຕິມນາ ແລະ​ກິມໂຊ, ພ້ອມ​ທັງ​ໝູ່ບ້ານ​ຕ່າງໆ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ.

19 ຍ້ອນ​ກະສັດ​ອາຮາດ​ແຫ່ງ​ຢູດາຍ​ໄດ້​ຝ່າຝືນ​ສິດ​ຂອງ​ປະຊາຊົນ​ຂອງ​ຕົນເອງ ແລະ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ; ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ຢູດາຍ.

20 ແທນ​ທີ່​ກະສັດ​ຕີກະລາດ​ເປເລເສ​ແຫ່ງ​ອັດຊີເຣຍ​ຈະ​ຊ່ວຍ​ກະສັດ​ອາຮາດ ເພິ່ນ​ກັບ​ຫັນ​ມາ​ຕໍ່ຕ້ານ ແລະ​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ອີກ.

21 ສະນັ້ນ ອາຮາດ​ຈຶ່ງ​ໄດ້​ນຳ​ເອົາ​ຄຳ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ, ຈາກ​ຣາຊວັງ ແລະ​ຈາກ​ບ້ານເຮືອນ​ບັນດາ​ຜູ້ນຳ​ປະຊາຊົນ​ຂົນ​ໄປ​ໃຫ້​ກະສັດ​ແຫ່ງ​ອັດຊີເຣຍ; ແຕ່ເຖິງ​ປານນັ້ນ ເພິ່ນ​ກໍ​ຍັງ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ.


ການບາບ​ຂອງ​ອາຮາດ

22 ເມື່ອ​ຄວາມ​ເດືອດຮ້ອນ​ມາ​ຈົນເຖິງ​ທີ່ສຸດ ອາຮາດ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຫລາຍ​ຂຶ້ນ.

23 ເພິ່ນ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະ​ຂອງ​ຊາວ​ຊີເຣຍ​ຜູ້​ຊະນະ​ຕົນ. ເພິ່ນ​ເວົ້າ​ວ່າ, “ພະ​ຂອງ​ຊາວ​ຊີເຣຍ​ຊ່ວຍ​ກະສັດ​ຊີເຣຍ​ໄດ້; ສະນັ້ນ ຖ້າ​ເຮົາ​ຖວາຍບູຊາ​ແກ່​ພະ​ເຫຼົ່ານັ້ນ ພະ​ເຫຼົ່ານັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ເໝືອນກັນ.” ການ​ກະທຳ​ເຊັ່ນນີ້​ແມ່ນ​ນຳ​ເອົາ​ຄວາມ​ຈິບຫາຍ ມາ​ສູ່​ເພິ່ນ​ເອງ ແລະ​ອານາຈັກ​ຂອງ​ເພິ່ນ​ດ້ວຍ.

24 ນອກເໜືອ​ໄປກວ່ານີ້ ອາຮາດ​ໄດ້​ໂຮມເອົາ​ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ​ທັບ​ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ເປັນ​ປ່ຽງໆ, ອັດ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄວ້ ແລະ​ຕັ້ງ​ແທ່ນບູຊາ​ຂຶ້ນ​ທົ່ວ​ນະຄອນ​ເຢຣູຊາເລັມ.

25 ຕາມ​ເມືອງ​ໃຫຍ່​ແລະ​ນ້ອຍ​ທຸກໆ​ແຫ່ງ​ໃນ​ຢູດາຍ ເພິ່ນ​ໄດ້​ສ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ເພື່ອ​ໃຊ້​ເປັນ​ບ່ອນ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ແກ່​ພະ​ຕ່າງຊາດ. ດ້ວຍ​ວິທີ​ນີ້ ເພິ່ນ​ຈຶ່ງ​ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເພິ່ນ​ໂກດຮ້າຍ.

26 ເຫດການ​ອື່ນໆ​ທັງໝົດ​ໃນ​ຣາຊການ​ຂອງ​ເພິ່ນ ຕັ້ງແຕ່​ບັ້ນຕົ້ນ​ຈົນເຖິງ​ບັ້ນປາຍ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ​ແລະ​ອິດສະຣາເອນ.

27 ກະສັດ​ອາຮາດ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ໃນ​ນະຄອນ​ເຢຣູຊາເລັມ ແຕ່​ບໍ່ໄດ້​ຝັງ​ໄວ້​ໃນ​ອຸບມຸງ​ແຫ່ງ​ກະສັດ. ເຈົ້າ​ເຮເຊກີຢາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.

@ 2012 United Bible Societies. All Rights Reserved.

Následuj nás:



Reklamy