2 ຂ່າວຄາວ 27 - ພຣະຄຳພີສັກສິກະສັດໂຢທາມແຫ່ງຢູດາຍ ( 2 ກສ 15:32-38 ) 1 ເຈົ້າໂຢທາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບຫົກປີ. ແມ່ຂອງເພິ່ນຊື່ວ່າເຢຣູຊາລູກສາວຂອງຊາດົກ. 2 ເພິ່ນໄດ້ເຮັດສິ່ງທີ່ພຣະເຈົ້າຢາເວພໍໃຈເໝືອນກັນກັບພໍ່ຂອງເພິ່ນໄດ້ເຮັດ ແຕ່ວ່າບໍ່ຄືກັນ. ເພິ່ນບໍ່ໄດ້ເຮັດບາບໂດຍເຜົາເຄື່ອງຫອມ ຖວາຍໃນວິຫານຂອງພຣະເຈົ້າຢາເວ. ແຕ່ປະຊາຊົນຍັງສືບຕໍ່ເຮັດບາບຢູ່. 3 ແມ່ນໂຢທາມທີ່ເປັນຜູ້ສ້າງປະຕູທາງດ້ານເໜືອຂອງວິຫານຂອງພຣະເຈົ້າຢາເວ ແລະຂະຫຍາຍກຳແພງເມືອງໃນບໍລິເວນຂອງນະຄອນເຢຣູຊາເລັມຊື່ວ່າ ໂອເຟນ. 4 ເພິ່ນໄດ້ສ້າງເມືອງຕ່າງໆໃນເຂດເນີນພູຂອງຢູດາຍ ແລະໄດ້ສ້າງປ້ອມປ້ອງກັນເມືອງ ແລະຫໍຄອຍຫລາຍບ່ອນໄວ້ໃນປ່າ. 5 ເພິ່ນໄດ້ຕໍ່ສູ້ກະສັດອຳໂມນ ໂດຍໄດ້ຕີກອງທັບໃຫ້ພ່າຍແພ້ໄປ. ແລ້ວເພິ່ນກໍໄດ້ບັງຄັບໃຫ້ຊາວອຳໂມນເສຍສ່ວຍແຕ່ລະປີຕະຫລອດສາມປີດັ່ງນີ້: ເງິນປະມານສີ່ໂຕນ, ເຂົ້າໜຶ່ງພັນໂຕນ ແລະເຂົ້າເດືອຍໜຶ່ງພັນໂຕນ. 6 ໂຢທາມມີອຳນາດເຂັ້ມແຂງຂຶ້ນ ເພາະເພິ່ນເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນຢ່າງສັດຊື່. 7 ເຫດການອື່ນໆໃນຣາຊການຂອງເພິ່ນເຊັ່ນ: ການເຮັດເສິກ ແລະນະໂຍບາຍການປົກຄອງອານາຈັກ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນແລະຢູດາຍ. 8 ໂຢທາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບຫົກປີ. 9 ເພິ່ນໄດ້ຕາຍໄປ ແລະໄດ້ຖືກຟັງໄວ້ໃນເມືອງຂອງດາວິດ. ເຈົ້າອາຮາດ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ. |
@ 2012 United Bible Societies. All Rights Reserved.